覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີ​ຈິ້ນ​ຜິງ​ເນັ້ນວ່າຕ້ອງ​ບັນ​ລຸ​ເປົ້າ​ໝາຍ​ເຮັດ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ເຂດ​ຊົນ​ນະ​ບົດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ທັງໝົດ​ຕາມ​ເວ​ລາ​ກຳ​ນົດ

2020-03-07 10:24:57 cri

图片默认标题_fororder_xitoupinshfkgojianfse1
 

ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ບັ້ນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ໄລ​ຍະ​ສຸດ​ທ້​າຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 6 ​ມີ​ນາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ເນັ້ນ​ວ່າ: ເມື່ອ​ຮອດ​ປີ 2020, ​ຕ້ອງ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ທີ່ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ມາດ​ຕະ​ຖານ​ຄວາມ​ທຸກ​ຍາກ​ໃນ​ປັດ​ຈຸ​ບັນ​ໃຫ້​ໄດ້​ໝົດ​ຕາມ​ເວ​ລາ​ກຳ​ນົດເຊິ່ງເປັນ​ຄຳ​ໝັ້ນ​ສັນ​ຍາ​ອັນ​ໜັກ​ແໜ້ນ​ທີ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ໄວ້​ກັບ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ, ຕ້ອງ​ເດັດ​ດ່ຽວ​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​COVID- 19 , ຍາດ​ເອົາ​ໄຊ​ຊະ​ນະ​​ໃນບັ້ນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຮອບ​ດ້ານ.
 

图片默认标题_fororder_xitoupinshfkgojianfse2
 

 ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ກອງ​ປະ​ຊຸມ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ດ້ານ​ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຂອງ​ຈີນ​ໄດ້ຫຼຸດ​ລົງ​ຈາກ98,99 ລ້ານ​ຄົນ​ເມື່ອ​ທ້າຍ​ປີ 2012​ຍັງ​​ເຫຼືອພຽງ 5,51 ລ້ານ​ຄົນ​ໃນ​ທ້າຍ​ປີ 2019, ອັດ​ຕາ​ການ​ເກີດ​ຄວາມ​ທຸກ​ຍາກ​ຈາກ10,2% ຫຼຸດ​ລົງ​​ເຫຼືອ 0,6%, ຄວາມ​ທຸກ​ຍາກ​ໂດຍ​ລວ​ມ​ໃນ​ເຂດ​ແຄວ້ນ​ທີ່​ກ່ຽວ​ຂ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນ​ຖານ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພາຍຫຼັງ​ສຳ​ເລັດ​ໜ້າ​ທີ່​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ປີ​ນີ້​ແລ້ວ, ຈີນ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ກຳ​ນົດ​ໄວ້​ໃນ​ວາ​​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ອນ​ເວ​ລາ​ກຳ​ນົດ 10 ປີ.  ໃນ​ໂລກ​ນີ້​ບໍ່​ມີ​ປະ​ເທດ​ໃດສາ​ມາ​ດ​ຊ່ວຍ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຈຳ​ນວນຫຼາຍ​ປານ​ນີ້​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນ​ເວ​ລາ​ສັ້ນ​ປານ​ນີ້​ໄດ້. ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​​ຢ່າງຍິ່ງ​ຕໍ່​ຈີນ​ກໍ​ຄື​ຕໍ່​ໂລກ. ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ຂົງ​ເຂດ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ດ້ານ​ການ​ເມືອງ​​ພາຍ​ໃຕ້ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ຂອງ​ຈີນ.

 

 

ຄຳ​ເຫັນ

0