黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເປັນ​ຫຍັງ​ເພິ່ນ​ຈຶ່ງກ່າວ​ວ່າ ໂລກ​ຍັງ​ຕ້ອງ​ຖອດ​ຖອນ​ບົດ​ຮຽນ​ນຳ​ຈີນໃຫ້ໄວຂື້ນກວ່າທີ່ເປັນຢູ່

2020-03-11 13:15:06 cri

图片默认标题_fororder_2020-03-11_131340

ຕອນ​ຄ່ຳ​ວັນ​ທີ 24 ກຸມ​ພາ​ຜ່ານ​ມາ, ທ່ານບ​ຣູ​ສ ແອວ​ເວີດ ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ: “ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ​ນະ​ຄອນ​ອູ​ຮັ້ນ ແລະ ໂລກ​ຕ້ອງ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ​ນະ​ຄອນ​ອູ​ຮັ້ນ.” ເຊິ່ງ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຊາບ​ຊຶ້ງໃຈ​ທີ່​ສຸດ.

ກ່ອນ​ໜ້າ​ນີ້, ຄົນ​ຈີນ​ສ່ວນຫຼາຍ​ອາດ​ຈະ​ຍັງ​ບໍ່​ຮູ້​ຊື່​ຂອງ​ທ່ານບ​ຣູ​ສ ແອວ​ເວີດ​ປານ​ໃດ. ພາຍຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລ້​ວ, ທ່ານ​ເປັນ​ຜູ້​ຊ່ຽວ​ຊານ​ດ້ານລະບາດ​ວິທະຍາ ທັງ​ເປັນ​ຫົວ​ໜ້າ​ໜ່ວຍ​ຊ່ຽວ​ຊານ​​ປະ​ສົມ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ຍ້ອນ​ໄດ້​ເຂົ້າ​ຮ່ວມ​ການ​ສຳຫຼວດສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ແລະກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ໜຶ່ງຜ່ານມາ, ຄົນ​ຈີນ​ຈຶ່ງ​ໄດ້​ຮູ້​ຊື່​ຂອງ​ທ່ານ.

ພາຍຫຼັງ​ກັບ​ຄືນ​ສູ່ນະ​ຄອນ​ເຊີ​ແນວຫຼັງ​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ແລ້ວ, ທ່ານ​ໄດ້​ເວົ້າ​ໂດຍ​ກົງ​ວ່າ: “ຖ້າ​ຂ້ອຍ​ເອງ​ຕິດ​ພະ​ຍາດ​, ຂ້ອຍ​ຈະເລືອກ​ໄປ​​ປິ່ນ​ປົວ​ຢູ່​ຈີນ.”

ເປັນ​ຫຍັງ​ເພິ່ນ​ມີ​ຄວາມ​ຮູ້​ສຶກ​ທີ່ເລິກ​ເຊິ່ງ​ແບບນີ້ຕໍ່​ຈີນ? ໃນ​ໄລ​ຍະ​ສຳຫຼວດສະພາບ​ການຢູ່​ຈີນ, ເພິ່ນ​ໄດ້​ເຫັນ​ຫຍັງແດ່? ວັນທີ 6 ມີ​ນາ​ນີ້, ທ່ານ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ທີ່​ນະ​ຄອນ​ເຊີ​ແນວ ແລະ ໄດ້​ມີ​ຄວາມ​ເຫັນ​ກ່ຽວກັບການຮັບມືກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຈີນ.
ຕົ້ນ​ເດືອນ​ກຸມ​ພາ​ຜ່າ​ນ​ມາ, ໃນເວລາທ່ານບ​ຣູ​ສ ທີ່​ຫາ​ກໍ່​ຂີ່​ເຮືອ​ບິນ​ໄປ​ເຖິງ​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ກໍ​ຮູ້​ສຶກ​ຊາບ​ຊຶ້ງ​ໃຈ​ທີ່​ສຸດ​ຢູ່​ສະ​ໜາມ​ບິນ. ຍ້ອນ​ວ່າ​ນະ​ຄອນຫຼວງ​ປັກ​ກິ່ງ​ມີ​ປະ​ຊາ​ກອນ 20 ລ້ານກວ່າ​ຄົນ, ແຕ່​ໃນ​ສະ​ໜາມ​ບິນສາກົນ​ນະ​ຄອນຫຼວງ​ປັກ​ກິ່ງທີ່​ກວ້າງ​ໃຫຍ່​ພັດ​ບໍ່​ມີ​​ເທົ່າ​ໃດຄົນ, ງຽບ​ເຫງົາ​ເປົ່າ​ປ່ຽວຫຼາຍ. ທ່ານ​ເວົ້າ​ວ່າ: “ນີ້​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ດີ​ເຖິງຄວາມ​ເສຍ​ສະຫຼະ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່ພ້ອມພຽງຮຽງໜ້າກັນ.”

ໃນ​ໄລ​ຍະ​ສຳຫຼວດສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ, ທ່ານ​ໄດ້​ນຳ​ພາ​ທີມ​ງານ​ໄປ​ນະ​ຄອນຫຼວງ​ປັກ​ກິ່ງ, ແຂວງກວາງ​ຕຸ້ງ, ແຂວງ​ເສ​ສວນ ແລະ​ ແຫ່ງ​ຕ່າງໆ​ຂອງ​ແຂວງ​ຫູ​ເປີຍ ໄປ​​ເບິ່ງ​ໂຮງ​ໝໍ, ໄປ​ພົບປະໂອ​ລົມ​ກັບ​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ເພື່ອ​ຊອກ​ຮູ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຈີນ​ຈາກ​ດ້ານ​ຕ່າງໆ. ໃນ​ເວ​ລາ​ໃຫ້​ສຳ​ພາດ, ທ່ານ​ໄດ້​ຍົກເອົາຫຼາຍ​ບົດ​ຮຽນ​ສຳ​ເລັດ​ຜົນ​ຂອງ​ຈີນ​ ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ COVID-19, ເຊິ່ງທົ່ວ​ໂລກ​ສາ​ມາດ​ຖອດ​ຖອນ​ເອົາ​ບົດ​ຮຽນ​ສຳ​ເລັດ​ຜົນອັນ​ລ້ຳ​ຄ່າເຫຼົ່າ​ນີ້​ຂອງ​ຈີນ. ທ່ານ​ກ່າວ​ວ່າ:

ເຮົາ​ຕ້ອງ​ຫາໃຫ້ເຈິຜູ້​ເປັນ​ພະ​ຍາດ​ໂດຍ​ໄວ ພ້ອ​ມ​ທັງກັກ​ບໍ​ລິ​ເວນ​ເຂົາ​ເຈົ້າ​ ແລະຜູ້​ທີ່​ໄດ້ສຳ​ຜັດ​ກັບ​ເຂົາ​ເຈົ້າ​ຢ່າງ​ໃກ້​ຊິດ, ເຮັດ​ແບບ​ນີ້​ຈິ່ງ​ຈະສາ​ມາດ​ຕັດ​ຊ່ອງ​ທາງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້.

图片默认标题_fororder_2020-03-11_131421


ຂະ​ນະ​ດຽວ​ກັນ, ຖ້າ​ຢາກ​ເຮັດ​ໄດ້​ໄວ​ແບບ​ນີ້ ຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ​ຈາກ​ປະ​ຊາ​ຊົນ. ມີ​ແຕ່​ປະ​ຊາ​ຊົນ​ຮັບ​ຮູ້​ເຊື້ອ​ພະ​ຍາດກໍ​ຄືການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​COVID-19 ໄດ້ເປັນ​ຢ່າງ​ດີເທົ່ານັ້ນ, ຈິ່ງຈະ​ສາ​ມາດ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃຫ້​ມີ​ປະສິດທິ​ຜົນໄດ້. ທ່ານ​ເຫັນ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ເຮັດຫຼາຍ​ວຽກ​ໃນ​ດ້ານ​ນີ້ ເຊິ່ງ​ສາມາດ “ລົບ​ລ້າງ​ອຸ​ປະ​ສັກ​ໃນ​ການດຳເນີນງານປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ”.

ຕົວ​ຢ່າງ​ຄື: ໄດ້​ຊ່ວຍເຫລືອຄ່າ​ປິ່ນ​ປົວ​ໃຫ້​ຜູ້​​ເປັນ​ພະຍາດ, ລັດ​ຖະ​ບານ​ຈີນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ນອກ​ຈາກ​ສາມາດ​ຖອນ​ເງິນ​ຄືນ​ໂດຍ​ຜ່ານບັດ​ປະ​ກັນ​ສຸຂະພາບ​​ແລ້ວ, ສ່ວນ​ເຫຼືອນັ້ນຈະ​ແມ່ນ​ລັດ​ຖະ​ບານ​ເປັນ​ຜູ້​ຮັບ​ຜິດ​ຊອບໝົດ.

ທ່ານ​ກ່າວ​ວ່າ: ໃນ​ໄລ​ຍະ​ຕົ້ນ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ລັດ​ຖະ​ບານ​ຈີນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ຖ້າ​ ​​ຜ່ານບັດ​ປະ​ກັນສຸຂະພາບບໍ່​ສາມາດ​ຖອນ​ເງິນ​ຄືນ​ໄດ້​ທັງໝົດ​, ລັດ​ຖະ​ບານ​ກໍຈະ​ໃຊ້​ງົບ​ປະ​ມານ​ມາ​ແກ້​ໄຂ​ເລື່ອງ​ນີ້. ນີ້​ເຮັດ​ໃຫ້​ຄົນ​ທັງຫຼາ​ຍ​ຮູ້​ດີ​ວ່າ, ຖ້າ​ຜົນ​ການກວ​ດ​ເປັນໝາຍບວກຈະ​ບໍ່​ສົ່ງຜົນເຮັດໃຫ້ເຂົາເຈົ້າລົ້ມ​ລະ​ລາຍຫຼື​ປະ​ສົບ​ກັບບັນຫາດ້ານການເງິນ​ທີ່​ໜັກ​ໜ່ວງ. ນີ້​ໄດ້​ສົ່ງ​ສັນ​ຍານທີ່​ຈະ​ແຈ້ງ​ອີກ​ປະ​ການ​ໜຶ່ງ​ຕໍ່ໂລກ​ຕາ​ເວັນ​ຕົກ.

ອີກ​ດ້ານ​ໜຶ່ງ, ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ທີ່​ແຮງ​ກ້າ​ຂອງ​ປະ​ຊາ​ຊົນ​ຈີນ​ ກໍ​ເຮັດ​ໃຫ້​ທ່ານ​ຊາບ​ຊຶ້ງ​ໃຈ​ທີ່​ສຸດ. ທ່ານ​ເຫັນ​ວ່າ: ນີ້​ແມ່ນພົວ​ພັນ​ຢ່າງແໜ້ນແຟ້ນກັບວັດ​ທະ​ນະ​ທຳ​ບູ​ຮານ​ເກົ່າ​ແກ່​ຂອງ​ຈີນ​ທີ່​ສືບ​ທອດ​ມາ​ເປັນ​ເວ​ລາຫຼາຍ​ພັນ​ປີ​.

ທ່ານ​ກ່າວ​ວ່າ: ວັດ​ທະ​ນະ​ທຳ​ຈີນ​ໄດ້​ສືບ​ທອດ​ມາ​ເປັນ​ເວ​ລາຫຼາຍ​ພັນ​ປີ​ແລ້ວ, ທັງ​ມີ​ກາ​ນ​ສືບ​ທອດ, ທັງ​ມີ​ການ​ຜັນ​ຂະ​ຫຍາຍ​ແລະ​ພັດທະນາ. ເປັນເວລາ​​ດົນ​ນານ​ມາ​ແລ້ວ, ຄົນ​ຈີນ​ສ່ວນຫຼາຍ​ມີ​ທັດ​ສະ​ນະ​ວ່າ: “ປະ​ຊາ​ຊົນ​ທຳ​ມະ​ດາ​ສາ​ມັນ​ກໍ​ຕ້ອງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທາງ​ສັງ​ຄົມ”, ແນວ​ຄິດ​ດັ່ງ​ກ່າວ​ໄດ້​ສືບ​ທອດ​ມາ​ເຖິງ​ປັດ​ຈຸ​ບັນ. ນີ້​ເປັນ​ປັດ​ຊະ​ຍາ​ຕາ​ເວັນ​ອອກແລະຕ່າງ​ກັບ​ປັດ​ຊະ​ຍາ​ຕາ​ເວັນ​ຕົກຫຼາຍ. ຕາ​ເວັນ​ຕົກ​ນິ​ຍົມ​ຕົວ​ບຸກ​ຄົນ​ຕ້ອງ​ມາ​ກ່ອນ ແລະ ເຂົາ​ເຈົ້າ​ມີ​ແຕ່​ມີ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຕໍ່​ສັງຄົມໃນ​ລະ​ດັບ​ໃດ​ໜຶ່ງ​ເທົ່າ​ນັ້ນ.

​ເປັນ​ຫຍັງ​ຈີນ​ຈິ່ງ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້. ທ່ານ​ກ່າວ​ວ່າ: ນອກ​ຈາກ​ສາ​ເຫດ​ດ້ານ​ວັດ​ທະ​ນະ​ທຳ​ແລ້ວ, ຈີນ​ຍັງ​ມີ​ບົດ​ຮຽນ​ສຳ​ເລັດ​ຜົນ​ທີ່​ສະ​ສົມ​ມາຕັງ​ແຕ່​ໄລ​ຍະ​ຕ້ານ​ກັບ​ພະ​ຍາດ​ຊາ​ສ. ບົດ​ຮຽນ​ໃນ​ຄັ້ງ​ນັ້ນ​ເຮັດ​ໃຫ້​ຄວາມ​ສາ​ມາດ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນແລະສາ​ມາດ​ປຸ​ກ​ລະ​ດົມ​ກຳ​ລັງ​ແຮງດ້ານ​ຕ່າງໆ​ໄດ້​ຢ່າງວ່ອງ​ໄວ. ທ່ານ​ສະຫຼຸບ​ວ່າ:

ພາຍຫຼັງ​ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢ່າງ​ເຂັ້ມ​ແຂງ​ແລ້ວ, ກ​ານ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ໄດ້​ຖືກຈີນຄວບ​ຄຸມໄວ້​ໄດ້ໃນ​ໄລຍະເບື້ອງ​ຕົ້ນ​, ແຕ່​ພະຍາດ​ດັ່ງກ່າວ​ພັດ​ໄດ້​ແຜ່​ລະ​ບາດ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ. ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ​ຕໍ່​ເລື່ອງ​ນີ້. ທ່ານບ​ຣູ​ສ​ກໍ​ໄດ້​ບັນທຶກເລື້ອງນີ້​ເຂົ້າ​ໃນ​ບົດ​ລາຍ​ງານ​ຂອງ​ຕົນ​ມາ​ແຕ່​ດົນ​ແລ້ວ: ທົ່ວ​ໂລກ​ຍັງ​ບໍ່​ທັນ​ໄດ້​ກຽມ​ພ້ອ​ມ​ເທື່ອ, ໂລກ​ຍັງ​ຕ້ອງ​ຖອດ​ຖອນ​ບົດ​ຮຽນ​ນຳ​ຈີນໃຫ້ໄວຂື້ນກວ່າທີ່ເປັນຢູ່.

ໃນຫຼາຍ​ມື້​ຜ່ານ​ມາ, ທ່ານບ​ຣູ​ສ​ຍັງ​ໄດ້​ແບ່ງ​ປັນ​ຂໍ້​ມູນກ່ຽວກັບວິທີ​ປ້ອງ​ກັນ​ພະ​ຍາດ​ຂອງ​ຈີນ​ໃຫ້​ອີ​ຣານແລະອີ​ຕາ​ລີ​ຢ່າງເປັນປະຈຳ, ທ່ານ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຈີນທີ່​ໄດ້​ມີ​ທ່າ​ທີ​ເປີດ​ເຜີຍ​ແລະ​ໂປ່​ງ​ໃສ​ໃນ​ບັນ​ຫາ​ນີ້ ພ້ອມ​ທັງ​ບອກ​ໂລກໃຫ້ຮູ້ວ່າ: ຈີນຍິ​ນ​ດີ​ແບ່ງ​ປັນ​ບົດ​ຮຽນ​ສຳ​ເລັດ​ຜົນ​ທຸກ​ປະ​ການ​ໃຫ້​ແກ່​ໂລກ.

ຄຳ​ເຫັນ

0