赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກັບ​ໄຟ​ສັກ​ສິດ​ຂອງ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ຢູ່ເກຼັກ

2020-03-13 10:31:21 cri

图片默认标题_fororder_1

图片默认标题_fororder_2

ວັນ​ທີ 12 ມີ​ນານີ້ ໄຟ​ສັກ​ສິດ​ຂອງ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ໄດ້​ເກັບ​ຢູ່​ບູ​ຮານ​ ​ສະ​ຖານ​ໂອ​ລິມ​ເປຍທີ່​ແຫຼມ​ເປໂລ​ປົນ​ເນ​ເຊຍ​ຂອງ​ເກຼັກ ທີ່​ເປັນ​ບ່ອນ​ກຳ​ເນີດ​​ຂອງງານ​ກິ​ລາ​ໂອ​ລິມ​ປິກ, ຫຼັງ​ຈາກ​ນັ້ນ ທວນ​ໄຟ​ສັກ​ສິດ​ໄດ້​ເລີ່ມ​ການ​ສົ່ງ​ຕໍ່​ຢູ່​​ພາຍ​ໃນ​ແດນ​ເກຼັກ.

ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ເກຼັກ​ເຜີຍ​​ໃຫ້​ຮູ້ວ່າ, ທວນ​ໄຟ​ສັກ​ສິດ​ຈະ​ໃຫ້​ 600 ຄົນ​ສົ່ງ​ຕໍ່​ຢູ່​ພາຍ​ໃນ​ແດນ​ເກຼັກ​ທີ່​ມີ​ໄລ​ຍະ​ທາງ 3200 ກິ​ໂລ​ແມັດ, ແລະ​ຈະ​ຖືກ​ສົ່ງ​ໄປ​ຮອດ​ສະ​ໜາມ​ກິ​ລາ​ປາ​ນາ​ຊິນ​ນາຍ​ໂກ​ທີ່​ເປັນ​ສະ​ໜາມ​ກິ​ລາ​ທີ່​ຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ຍຸກ​ປະ​ຈຸ​ບັນ​ຄັ້ງ​ທີ 1 ໃນ​ວັນ​ທີ 19 ມີ​ນານີ້ ແລະ​ຈະ​ສົ່ງ​ໄປ​ໃຫ້​ຜູ້​ຕາງ​ໜ້າ​ຂອງ​ຄະ​ນະ​ຈັດ​ງານ​ໂອ​ລິມ​ປິກ​ໂຕ​ກຽວ.

ໄຟ​ສັກ​ສິດ​ຈະ​ຖືກ​ສົ່ງ​ໄປ​ຮອດ​ຍີ່​ປຸ່ນ​ໃນ​ວັນ​ທີ 20 ມີ​ນາ, ແລະ​ຈະ​ໄຕ້​ທວນ​ໄຟ​ຫຼັກ​ຂອງ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້​ຕາມ​ແຜນ​ການ.

ນັບແຕ່​ປັດ​ຈຸ​ບັນນີ້​ໄປ​ຮອດ​ມື້​ທີ່​ຈັດ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ຍັງ​ເຫຼືອ 4 ເດືອນ​ປາຍ, ແຕ່​ຍ້ອນ​ທົ່ວ​ໂລກ​ກຳ​ລັງ​ມີ​ການ​ແຜ່​ລະ​ບາດ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ໂຄວັດ-19 ຢ່າງ​ໃຫຍ່, ສະ​ນັ້ນ ວົງ​ນອກ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າ​ງານ​ໂອ​ລິມ​ປິກ​ຈະ​ໄດ້​ຮັບ​ການ​ຈັດ​ຂຶ້ນ​ຕາມ​ແຜນ​ການ​ໄດ້​ຫຼື​ບໍ.

ຄຳ​ເຫັນ

0