黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ການ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ຖືກ​ຕຳ​ໜິ​ຕິ​ຕຽນຢ່າງຫຼວງຫຼາຍ

2020-03-17 21:27:12 cri

ວັນ​ທີ 16 ມີ​ນາ​ນີ້​ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ອາ​ເມ​ຣິ​ກາ, ຕະຫຼາດຫຼັກ​ຊັບ​ອາ​ເມ​ຣິ​ກາ​ໄດ້​ຢຸດ​ຕິ​ການ​ຊື້​ຂາຍ​ຫຸ້ນ​ຊົ່ວ​ຄາວ​ເປັນ​ຄັ້ງ​ທີ 3 ພາຍ​ໃນ​ເວ​ລາ​ສອງ​ອາ​ທິດ ແລະ ໄດ້​ຕົກ​ຕ່ຳ​ລົງ​ຢ່າງຫຼວງຫຼາຍ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃນ​ຮອບ 30 ປີ. ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ວ່າ, ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​​ອາດ​ຈະ​ເລີ່ມຊຸດ​ໂຊມ​ລົງ, ແຕ່​ທ່ານ​​ພັດໄດ້​ໃຫ້ 10 ຄະ​ແນນ ​ທີ່ເປັນ​​ຄະ​ແນນ​ສູງ​ສຸດ​ໃຫ້​ກັບ​ຕົນ​ເອງ ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈີນ​ແລະ​ໂລກ​ຍຸກ​ປັດ​ຈຸ​ບັນ​ຂອງ​​ກຸ່ມ​ສຳ​ນັກ​ພິມ​ສາ​ກົນຈີນ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຕໍ່​ການ​ລາຍ​ງານ​ຂ່າວ​ເກືອບ 2 ແສນ​ສະ​ບັບ​ຂອງ​ສື່ມວນ​ຊົນ​ຕົ້ນ​ຕໍ​ອາ​ເມ​ຣິ​ກາ ໃນ​ລະ​ຫວ່າງວັນ​ທີ 20 ມັງ​ກອນ​ຫາ​ວັນ​ທີ 13 ມີ​ນາ​ປີ​ນີ້, ແລ້ວ​ສະຫຼຸບ​ໄດ້​ວ່າ, 3 ປະ​ເດັນ​ສຳ​ຄັນ​ທີ່​ຄົນ​ທັງຫຼາຍ​ເອົາ​ໃຈ​ໃສ່​ທີ່​ສຸດ​ແມ່ນ: “ຈຳ​ນວນ​ແລະ​ວິ​ທີ​ຄິດ​ໄລ່​ຜູ້​ເປັນ​ພະ​ຍາດ”, “ການ​ເປັນ​ຫ່ວງ​ວ່າ​ຈະ​ເກີດ​ການ​ແຜ່​ລະ​ບາດ​ຢ່າງ​ໃຫຍ່​ຢູ່​ຕາມ​ຄຸ້ມ​ຊຸມ​ຊົນ” ແລະ “ມາດ​ຕະ​ການ​ຮັບ​ມື​​ທີ່ບໍ່​ພຽງ​ພໍ ​ລວມ​ທັງການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ມີ​ຄວາມ​ຫຍຸ້ງ​ຍາກ​ເພີ່ມ​ຂຶ້ນ”. ​ຖານຂໍ້​ມູນ​ໃຫຍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ຄົນ​ທັງຫຼາຍ​​ຕົ້ນ​ຕໍໄດ້​ກ່າວ​ຕຳ​ໜິ​ວ່າ: ທ່າ​ທີ​ທີ່​ປ່ອຍ​ປະ​ລະ​ເ​ລີຍ, ຂາດ​ການ​ນຳ​ພາ​ຈາກ​ລັດ​ຖະ​ບານ ແລະ ມາດ​ຕະ​ການ​ປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຊັກ​ຊ້າຫຼາຍ.

​ແຕ່ສິ່ງ​ທີ່​​ໜ້າ​ຕົກ​ສະ​ເງີ້ນັ້ນ​ແມ່ນ, ເຖິງ​ແມ່ນ​ວ່າ​ຄົນ​ທັງຫຼາຍ​ໄດ້​ຕຳ​ໜິ​ຕິ​ຕຽນ​ລັດ​ຖະ​ບານ​ອາ​ເມ​ຣິ​ກາຫຼາຍ​ປານ​ນັ້ນ, ແຕ່​ທ່ານ​ໂດ​ໂນ ທ​ຣຳ ບໍ່​ໄດ້​ສຳຫຼວດ​​ຄືນຕົນ​ເອງ, ຫາກ​ຍັງ​ຕັ້ງ​ໃຈ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ອີກ​ດ້ວຍ. ຕອນ​ຄ່ຳ​ວັນ​ທີ 16 ມີ​ນາ​ນີ້, ທ່ານ​ໄດ້​ຂຽນ​ຂໍ້​ຄວາມ​ທາງ Twitter ວ່າ: “ອາ​ເມ​ຣິ​ກາ​ຈະ​ສະ​ໜັບ​ສະ​ໜູນ​ຂະ​ແໜງ​ການ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄວ​ຣັ​ດ​ຈີນ​ເປັນ​ພິ​ເສດ” ເຊິ່ງ​ຄຳ​ເວົ້າ​ດັ່ງ​ກ່າວ​ຂອງ​ທ່ານ​ໄດ້​ເຮັດ​ໃຫ້​ຄຳ​ສັບ “ໄວ​ຣັດ​ຈີນ” ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ເນັດ​ທັງຫຼາຍ.

ການ​ກະ​ທຳ​ຂອງ​ທ່ານ​ໂດ​ໂນ ທ​ຣຳ ໄດ້​ເຮັດ​ໃຫ້​ຊາວ​ເນັດ​ທັງຫຼາຍ​ກ່າວ​​ໂຈມ​ຕີຄືນ​ທັນ​ທີ. ​ຄຳ​ຕອບ​ທາງ Twitter ຂອງ​​ທ່ານໝໍ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ຈີນ​ຄົນ​ໜຶ່ງ​ໄດ້​​ພາ​ໃຫ້ຊາວ​ເນັດ 1 ແສນ​ກວ່າ​ຄົນກົດ​ໄລ​​ໃຫ້​ທັ​ນ​ທີ ເຊິ່ງ​ມີ​ເນື້ອ​ໃນ​ວ່າ: ​ທ່ານ​ໂດ​ໂນ ທ​ຣຳ​ໄດ້​ຫັນ​ປ່ຽນ​ເອົາ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ເປັນ​ລັດ​ທິ​ຊາດ​ນິ​ຍົມ ແລະ ສ້າງຈິດ​ໃຈ​ຄຽດ​ຊັງ​ຕ່າງ​ປະ​ເທດ, ປະ​ເທດ​ອາ​ເມ​ຣິ​ກາ​ຈະ​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ທີ່​ສຸດ. ອີກ​ຄຳ​ຕອບ​ໜຶ່ງ​ກໍ​ໄດ້​ຮັບ​ການ​ກົດ​ໄລ 5 ໝື່ນກວ່າ​ເທື່ອ ເຊິ່ງ​ມີ​ເນື້ອ​ໃນ​ວ່າ: ນີ້​ບໍ່​ແມ່ນ “ໄວ​ຣັດ​ຈີນ, ເຈົ້າ​ຄື​ເປັນ​ຄົນ​ໂງ່​ແທ້ ທີ່​ຍຶດ​ຖືແຕ່​ລັດ​ທິຊາດ​ນິ​ຍົມ”.

“ຄວາມລະແວງສົງໄສແລະຄວາມເປັນຫ່ວງເປັນໃຍ”: ກະແສຫຼັກຂອງສື່ມວນຊົນຖານຂໍ້ມູນໃຫຍ່ສະແດງໃຫ້ເຫັນວ່າ: “ຄວາມລະແວງສົງໄສແລະຄວາມເປັນຫ່ວງເປັນໃຍ” ແມ່ນ ກະແສຫຼັກຂອງສື່ມວນຊົນອາເມຣິກາ ໃນການລາຍງານການແຜ່ລະບາດຂອງພະຍາດໂຄວິດ-19 ຂອງປະເທດຕົນ. ຜ່ານການສືບຄົ້ນຫາຕົວເລກຂໍ້ມູນແລ້ວພົບວ່າ: ໃນການລາຍງານກ່ຽວກັບ “ການກວດວັດແທກແລະ​ຢາ​ກວດ​ຫາ​ເຊື້ອ(Kit)” ມີຈຳນວນບໍ່ພໍ”, “ການກວດວັດແທກຊ້າ” ແລະ ​ຄ່າ​ໃຊ້​ຈ່າຍ​ສູງ​ໃນ​ການກວດ​ພະ​ຍາດ ແມ່ນ 3 ຈຸດ ທີ່ສື່ມວນຊົນໃຫ້ຄວາມສົນໃຈຫຼາຍກວ່າໝູ່.

ເປັນຫຍັງການກວດ​ພະ​ຍາດຢູ່ອາເມຣິກາຊ້າແນວນີ້? ຜ່ານການວິເຄາະ​ດ້ວຍ​ຖານຂໍ້ມູນໃຫຍ່ຕື່ມອີກແລ້ວພົບວ່າ: ລະດັບການໃຫ້ຄວາມສຳຄັນຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານຍັງ​ຕ່ຳ, ສູນ​ປ້ອງ​ກັນ​ແລະຄວບຄຸມພະຍາດຂອງອາເມຣິກາ(CDC)ບໍ່ໄດ້ເຮັດວຽກຢ່າງມີປະສິດທິຜົນ, ນີ້ລ້ວນແຕ່ໄດ້ກາຍເປັນປັດໄຈທີ່ສຳຄັນທີ່ເຮັດໃຫ້ຄວາມສາມາດດ້ານການກວດ​ພະ​ຍາດບໍ່ໄດ້ມາດຖານ.

ຂໍ້ມູນຈາກລັດຖະບານມີ​ຄວາມຂັດແຍ້ງກັນແລະສັບ​ສົນ
ຜ່ານການສືບຄົ້ນຫາຕົວເລກຂໍ້ມູນແລ້ວພົບເຫັນວ່າ: ໃນເລື່ອງທີ່ຖືກ “ສົງໄສແລະເປັນຫ່ວງ”ຈາກສື່ມວນຊົນນັ້ນ, “ຍຸດໂທບາຍຂອງລັດຖະບານ”ກໍ່ເປັນໜຶ່ງໃນຈຸດສຳຄັນຕ່າງໆ.ໃນນັ້ນຂໍ້ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດກໍ່ແມ່ນ “ມີຄວາມຂັດແຍ້ງກັນແລະ ສັບ​ສົນດ້ານຂໍ້ມູນ” “ປະທານາທິບໍດີ​ໄດ້ປະຕິບັດງານຕາມລຳພັງໃຈ” ແລະ “ບັນດາລັດ​ໄດ້​ຕໍ່ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ​ດ້ວຍ​ຕົນເອງ”.

“ໜັງສືພິມວໍຊິງຕັນໂພສ໌”ຂອງອາເມຣິກາໄດ້ລົງພິມບົດຄວາມໃນວັນທີ 7 ມີນານີ້ໂດຍຊີ້ໃຫ້ເຫັນວ່າ:ໃນເວລາບໍ່ພໍ 1 ເດືອນ, ລັດຖະບານໂດໂນ ທຣຳ ທີ່ເຄີຍໄດ້ກ່າວຖ້ອຍຄວາມທີ່ມີຄວາມຂັດແຍ້ງ ແລະ ສັບ​ສົນດ້ານຂໍ້ມູນແລະບໍ່ສອດຄ່ອງກັບຄວາມເປັນຈິງ, ຢ່າງໜ້ອຍມີ 14 ຄັ້ງ.

ທ່ານ ເຕໂດຣສ໌ ອັດຮາໂນມ ເກເບຣເຢຊຸສ໌ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຫຼື WHO ເຄີຍໄດ້ກ່າວວ່າ: ມາດຕະການ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ສຸດ ທີ່ຈີນ​ນຳໃຊ້ໃນເຂດໃຈກາງຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງ​ໂອ​ກາດໃຫ້ແກ່ໂລກ​ໄດ້​ມີ​ເວ​ລາໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ແຕ່ເບິ່ງຈາກການລາຍງານຂອງສື່ມວນຊົນອາເມຣິກາກໍຄືທ່າທີຂອງປະຊາຊົນແລ້ວ,ອາເມຣິກາອາດຈະບໍ່ໄດ້ທະນຸຖະໜອມ​ໂອ​ກາດດັ່ງກ່າວພໍ​ປານ​ໃດ. ເນື່ອງຈາກການກວດ​ພະ​ຍາດຊັກຊ້າ ແລະ ຫາກໍ່ເລີ່ມຈຳກັດການເຄື່ອນໄຫວໂຮມຊຸມນຸມ,ລະດັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງອາເມຣິກາທີ່ຈິງແລ້ວອາດຈະມີຄວາມໜັກໜ່ວງຫຼາຍກວ່າຕົວເລກຂໍ້ມູນທີ່​ອາ​ເມ​ຣິ​ກາໄດ້ເປີດເຜີຍອອກມາ.

ເຊື້ອພະຍາດບໍ່ມີພົມແດນ,ຄວາມປອດໄພດ້ານສາທາລະນະສຸກແມ່ນສິ່ງທ້າທາຍຮ່ວມກັນທີ່ມວນມະນຸດປະເຊີນ​ຢູ່. ໂດຍປະເຊີນໜ້າ​ກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກໃນປັດຈຸບັນນີ້, ບັນດາປະເທດຄວນປະລະຄວາມເຫັນຂັດແຍ້ງກັນ,​ຮ່ວມ​ກັນ​ຮັບ​ມື, ເພື່ອເອົາຊະນະການຕໍ່ສູ້ຂອງໂລກໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍການຮ່ວມມືສາກົນທີ່ແໜ້ນແຟ້ນທີ່ສຸດ.

 

ຄຳ​ເຫັນ

0