黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜະ​ລິດ​ຕະ​ພັນ​ຈີນ​ມີ​ເຊື້ອ​ໄວ​ຣັ​ສ​ຕິດ​ມາ​ນຳຊັ້ນ​ຫວະ ເປັນ​ຄວາມ​ຄິດ​ທີ່​ໄຮ້​ດຽງ​ສາ

2020-03-21 16:09:53 cri

图片默认标题_fororder_中国制造

ໂດຍ​ແນ​ໃສ່​ຖ້ອຍ​ຄຳ​ທີ່​​ໃສ່​ຮ້າຍ​ປ້າຍ​ສີ​ວ່າ: ຜະ​ລິດ​ຕະ​ພັນ​ຈີນ​ມີ​ເຊື້ອ​ໄວ​ຣັ​ສ​ໂຄວິດ-19 ຕິດ​​ມີ​ນຳ ແລະ ຮຽກ​ຮ້ອງ​ໃຫ້​ຕໍ່​ຕ້ານ​ຜະ​ລິດ​ຕະ​ພັນ​ຈີນ, ວັນ​ທີ 20 ມີ​ນາ​ນີ້, ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຕອບ​ໂຕ້​ຖ້ອຍ​ຄຳ​ໄຮ້​ດຽງ​ສາ​ດັ່ງ​ກ່າວ.

ທ່ານ​ກ່າວ​ວ່າ, ຈີນ​ເປັນ​ປະ​ເທດ​ໃຫຍ່​ໃນ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ແລະ ກໍ​ເປັນ​ປະ​ເທດ​ໃຫຍ່​ໃນ​ການ​ຜະ​ລິດ ແລະ ສົ່ງ​ອອກວັດ​ຖຸ​ອຸ​ປະ​ກອນ​ປ້ອງ​ກັນ ແລະ ປິ່ນ​ປົວພະ​ຍາດ​ໂຄວິດ-19 ເຊັ່ນ​ກັນ. ປັດ​ຈຸ​ບັນ​ນີ້, ພະ​ຍາດ​ດັ່ງ​ກ່າວ​ໄດ້​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ແລ້ວ, ຫຼາຍ​ປະ​ເທດ​ຂາດ​ຜ້າ​ປິດ​ປາກ, ຊຸດ​ປ້ອງ​ກັນ​ພະ​ຍາດ, ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ອຸ​ປະ​ກອນ​ອື່ນໆ​ຢ່າງຫຼວງຫຼາຍ ​ປະ​ເທດ​ທັງຫຼາຍ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ ຫຼື​ຊື້​ຈາກ​ຈີນ. ໃນ​ຂະ​ນະ​ທີ່​ຈີ​ນ​ສຸມ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຈີນ​ກໍ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ໄດ້ ແລະ ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ແກ່​ປະ​ເທດ​ທີີ່​​ມີຄວາມ​ຕ້ອງ​ການ​ໃນ​ດ້ານ​ນີ້ ພ້ອມ​ທັງ​ອຳ​ນວຍ​ການ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ເທດ​ເຫຼົ່າ​ນີ້​ມາ​ຈັດ​ຊື້​ຢູ່​ຈີນ.

ທ່ານ​ເກິງ​ສວງ​ກ່າວ​ວ່າ, “ຖ້າ​ມີ​ຄົນ​ເວົ້າ​ວ່າ: “ຜະ​ລິດ​ຕະ​ພັນ​ຈີນ​ມີ​ໄວ​ຣັ​ສ​ຕິດ​ຢູ່ນຳ”, ຄັນ​ຊັ້ນ, ໂດຍ​ຢູ່​ຕໍ່​ໜ້າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ໃຫ້​ຄົນ​ຈຳ​ພວກ​ນີ້​ຢ່າ​ສູ່ໃສ່​ຜ້າ​ປິດ​ປາກ​ຈີນ, ຢ່າ​ນຸ່ງ​ຊຸດ​ປ້ອງ​ກັນພະ​ຍາດ​ຂອງ​ຈີນ ແລະ ຢ່າ​ໃຊ້​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ທີ່​ນຳ​ເຂົ້າ​ຈາກ​ຈີນ ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​ຕິດ​ເຊື້ອ​ໄວ​ຣັ​ສ.”

ຄຳ​ເຫັນ

0