尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະຄອນຫຼວງຈາກາຕາຂອງອິນໂດເນເຊຍປະກາດເຂົ້າສູ່ພາວະສຸກເສີນ

2020-03-21 18:07:54 cri

ຕອນບ່າຍວັນທີ 20 ມີນານີ້, ທ່ານ ຢູລີອານໂຕ ໂຄສົກວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານອິນໂດເນເຊຍໄດ້ແຈ້ງໃຫ້ຮູ້ວ່າ: ໃນມື້ດັ່ງກ່າວ,ປະເທດຕົນໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຈຳນວນ 60 ຄົນ,ໄລ່ລວມແລ້ວໄດ້ມີຈຳນວນ 369 ຄົນ. ໃນນັ້ນເສຍຊີວິດ 32 ຄົນ,ໄດ້ຮັບການປິ່ນປົວຟື້ນຟູສຸຂະພາບ 17 ຄົນ.
 

ທ່ານ ຢູລີອານໂຕ ກ່າວວ່າ: ເຂດພິເສດນະຄອນຫຼວງຈາກາຕາໄດ້ກາຍເປັນແຂວງທີ່ມີຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19ແລະເສຍຊີວິດຍ້ອນເປັນພະຍາດດັ່ງກ່າວຫຼາຍທີ່ສຸດ,ໃນນັ້ນເປັນພະຍາດ 215 ຄົນແລະເສຍຊີວິດ 18 ຄົນ.
 

ເຈົ້າແຂວງເຂດພິເສດນະຄອນຫຼວງຈາກາຕາໄດ້ປະກາດໃນມື້ດັ່ງກ່າວວ່າ: ຈາກາຕາຈະເຂົ້າສູ່ພາວະສຸກເສີນເປັນເວລາ 14 ວັນນັບແຕ່ວັນທີ 20 ມີນານີ້ເປັນຕົ້ນໄປ,ແລະໃນອະນາຄົດຈະຕົກລົງຈະແກ່ຍາວເວລາຫຼືບໍ່ກໍຕ້ອງອີງຕາມສະພາບການພັັດທະນາການແຜ່ລະບາດຂອງພະຍາດໂຄວິດ-19 ມີການປ່ຽນແປງແນວໃດ. ໃນໄລຍະພາວະສຸກເສີນ,ບໍລິສັດແລະວິສາຫະກິດທັງໝົດຈະຢຸດຕິການເຮັດວຽກແບບລວມສູນ,ໂດຍໃຫ້ພະນັກງານພັກຫຼືເຮັດວຽກພາຍໃນເຮືອນຕົນ;ແລະຈະປິດສະຖານທີ່ບັນເທີງທັງໝົດຢູ່ນະຄອນຫຼວງຈາກາຕາ.

ຄຳ​ເຫັນ

0