蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວ​ຍ​ເຫຼືອ​ຂອງ​ຈີນ ແລະ​ກ່າວ​ວ່າ, ຈີນ​ໄດ້​ເປັນ​ແບບ​ຢ່າງ​ໃຫ້​ກັບໂລກ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ

2020-03-22 17:05:40 CRI

ວັນ​ທີ 21 ມີ​ນາ​ນີ້, ວັດ​ຖຸ​ອຸ​ປະ​ກອນການ​ແພດ​ທີ່​ຈີນ​ຊ່ວຍ​ເຫຼືອ​ຟີ​ລິບ​ປິນ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນຫຼວງ​ມາ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ. ທ່ານ​ເຕ​ໂດ​ໂຣ ໂລ​ຊິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ກ່າວ​ວ່າ, ​ຈີນ​ໄດ້ “ໃຫ້​ການ​ຊ່ວຍ​ເຫຼືອ​ອັນ​ມະ​ຫາ​ສານ” ແກ່​ຟີ​ລິບ​ປິນ ແລະ ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ປະ​ເທດ​ອື່ນໆ​ໃນ​ໂລກ.

ວັດ​ຖຸ​ອຸ​ປະ​ກອນ​ການ​ແພດງວດ​ນີ້​ມີ​ຢາກວດ​ຫາ​ເຊື້ອ​ໄວ​ຣັ​ສ​ໂຄວິດ-19 ​ຈຳ​ນວນ 1 ແສນ​​ຊຸດ, ຜ້າ​ປິດ​ປາກ​ທາງ​ການ​ແພດ 1 ແສນ​ອັນ ແລະ ຊຸດ​ປ້ອງ​ກັນ​ພະ​ຍາດ 1 ໝື່ນ​ຊຸດ. ທ່ານ​ຮວງ​ຊີ​ລຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຟີ​ລິບ​ປິນ​ກ່າວ​ວ່າ, ປັດ​ຈຸ​ບັນ​ນີ້, ຈີນ​ແລະ​ຟີ​ລິບ​ປິນ​ພວມ​ສຸມ​ຄວາມ​ພະ​ຍາມ​ສຸດ​ຂີດ ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຈີນ​​ຈື່ຈຳ​ລັດ​ຖະ​ບານ​ແລະ​ວົງ​ການ​ຕ່າງ​ໆ​ຂອ​ງ​ຟີ​ລິບ​ປິນ​ທີ່ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ລ້ຳ​ຄ່າ​ແກ່​ລັດ​ຖະ​ບານ​ແລະ​ປະ​ຊ​ຊົນ​ຈີນ ໃນ​ໄລ​ຍະ​ທີ່​ຈີນ​ພົບ​ກັບຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ. ປັດ​ຈຸ​ບັນ, ຟີ​ລິບ​ປິນ​ພວມ​ຕົກ​ເຂົ້າ​ໃນ​ໄລ​ຍະ​ຫຍຸ້ງ​ຍາກ​ທີ່​ພະ​ຍາດ​ແຜ່​ລະ​ບາດ, ປະ​ຊາ​ຊົນ​ຈີນ​​ຮູ້​ສຶກ​ຄື​ກັນ​ກັບ​ປະ​ຊາ​ຊົນ​ຟີ​ລິບ​ປິນ ແລະ ຍິນ​ດີ​ຊ່ວຍ​ເຫຼືອ​ຟີ​ລິບ​ປິນເພື່ອ​ຜ່ານ​ຜ່າ​ຄາວມ​ຫຍຸ້ງ​ຍາກ​ຢ່າງ​ສຸດ​ຄວາ​ມ​ສາ​ມາດ​ຂອງ​ຕົນ.

ອີງ​ຕາມ​ຂໍ້​ມູນ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟີ​ລິບ​ປິນ​ເປີດ​ເຜີຍ​ໃນ​ວັນ​ທີ 21 ມີ​ນາ​ນີ້, ມາ​ຮອດ​ຕອນ​ທ່ຽງ​ວັນ​ດັ່ງ​ກ່າວ, ຟີ​ລິບ​ປິນ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຈຳ​ນວນ 307 ຄົນ ແລະ ມີ​ຜູ້​ເສຍ​ຊີ​ວິດ 19 ຄົນ. ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟີ​ລິບ​ປິນ​ເຄີຍ​ກ່າວ​ວ່າ, ປັດ​ຈຸ​ບັນ, ປະ​ເທດ​ຕົນ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດຫຼາຍ, ໂດຍ​ສະ​ເພາະ​ແມ່ນ​ຂາດ​​ຢາ​ກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ສຸດ.

ຄຳ​ເຫັນ

0