黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນກາງພັກກອມມູນິດຈີນສົ່ງສານອວຍພອນວັນ​ສ້າງ​ຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ

2020-03-22 09:53:21 cri

图片默认标题_fororder_微信图片_20200322094708

ສູນກາງພັກກອມມູນິດຈີນສົ່ງສານອວຍພອນວັນ​ສ້າງ​ຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ  

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ທີ່ ນະຄອນຫຼວງວຽງຈັນ

ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ພວກຂ້າພະເຈົ້າຂໍຕາງໜ້າ​ໃຫ້ພັກກອມມູນິດຈີນ ແລະ ປະຊາຊົນຈີນ ​ຂໍ​ສົ່ງ​ຄຳ​ອວຍ​ພອນ​ແລະສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງທຸກຖ້ວນໜ້າ.

   65 ປີ ທີ່ຜ່ານມາ ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວ ສາມັກຄີເປັນປຶກແຜ່ນແລະປະສົບຜົນສຳເລັດ​ໃນການຕໍ່ສູ້ປົດປ່ອຍຊາດ ແລະ ຍາດ​ເອົາເອກະລາດມາ​ໃຫ້ປະເທດຊາດ, ບັນລຸໄດ້ໝາກຜົນ​ອັນສະຫງ່າງາມ​ໃນການກໍ່ສ້າງສັງຄົມນິຍົມ ແລະ ​ການ​ປ່ຽນ​ແປງໃໝ່. ປັດຈຸບັນ ສປປ ລາວ ​ເປັນ​ປະ​ເທ​ດ​ທີ່ມີສະເຖຍລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງດີຂຶ້ນ, ບົດບາດອິດທິພົນ​ຂອງ​ລາ​ວໃນເວທີສາກົນ​ກໍນັບມື້​ສູງ​ເດັ່ນ​ຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຖານະທີ່ເປັນມິດສະຫາຍ​ທີ່​ແໜ້ນ​ແຟ້ນ ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນນຳ​ຜົນ​ສຳ​ເລັດ​ຂອງບັນດາສະຫາຍຢ່າງຈິງໃຈ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຢ່າງເຂັ້ມເເຂງຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນແກ່ນ​ນຳຂອງພັກ ແລະ ປະຊາຊົນລາວ ບັນດາສະຫາຍ ຈະ​ສາ​ມາດ​ປັບ​ປຸງການນໍາພາຂອງພັກ ໃຫ້ສົມບູນ ແລະ ຊຸກຍູ້ພາລະກິດການກໍ່ສ້າງສັງຄົມນິຍົມ ແລະ ພາລະກິດການປ່ຽນແປງໃໝ່ຢ່າງໜັກແໜ້ນ ເພື່ອຕ້ອນຮັບການເປີດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ດ້ວຍໝາກຜົນທີ່ດີເດັ່ນ.

   ພັກກອມມູນິດຈີນ ໃຫ້ຄວາມສຳຄັນຢ່າງສູງຕໍ່ການພັດທະນາສາຍພົວພັນ ຈີນ-ລາວ. ໃນເດືອນເມສາ 2019 ທີ່ຜ່ານມາ, ສະຫາຍ ສີ ຈີ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ສະ ຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮ່ວມກັນລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ເຊີ່ງໄດ້​ກາຍ​ເປັນ​ທິດ​ຊີ້​ນຳໃຫ້ແກ່ການເສີມຂະຫຍາຍສາຍພົວພັນສອງປະເທດໃນຍຸກສະໄໝໃໝ່ຢ່າງ​ຈະ​ແຈ້ງ. ນັບແຕ່ເກີດມີການລະບາດຂອງເຊື້ອພະຍາດໂຄວິດ-19 ເປັນຕົ້ນມາ, ພັກ-ລັດ ແລະ ປະຊາຊົນລາວທຸກ​ພາກ​ສ່ວນໃນສົງຄົມ ໄດ້ສະແດງຄວາມເຫັນໃຈຕໍ່ຝ່າຍຈີນ ແລະ ໃຫ້ການຊ່ວຍເຫຼືອ​ທັງ​ດ້ານວັດຖຸອຸປະກອນ ​ແລະ​ເງິນເຊີ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈແຫ່ງການເປັນຄູ່ຮ່ວມຊາຕາກຳທີ່ຮ່ວມແລະຊ່ວຍເຫຼືອ ເຊີ່ງກັນແລະກັນ.

 

ພັກກອມມູນິດຈີນຍີນດີຈະຮ່ວມກັບພັກປະຊາຊົນປະຕິວັດລາວ ຈັດຕັ້ງປະຕິບັດຂໍ້ຕົກລົງສຳຄັນຂອງສະຫາຍເລຂາທິການໃຫຍ່ຂອງສອງພັກໃຫ້ດີ, ພ້ອມກັນສົ່ງເສີມການເເລກປ່ຽນດ້ານຍຸດທະສາດ, ເພີ່ມທະວີຄວາມ​ໄວ້​ເນື້ອ​ເຊື່ອໃຈກັນ​ທາງດ້ານການເມືອງ, ລົງເລິກການແລກປ່ຽນ ກ່ຽວກັບບົດຮຽນດ້ານການຄຸ້ມຄອງພັກ-ບໍລິຫານລັດ, ເສີມຂະ ຫຍາຍການຮ່ວມມືທີ່ເປັນຮູບປະທຳໃນທຸກຂະແໜງການ ແລະ ​ຮ່ວມ​ກັນຊຸກຍູ້​ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ຊຸກຍູ້ພາລະກິດສັງຄົມນິຍົມຂອງສອງປະເທດໃຫ້ມີຄວາມຄືບໜ້າໃໝ່ ແລະ ປະກອບສ່ວນອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າເຂົ້າໃນພາລະກິດແຫ່ງຄວາມກ້າວໜ້າຂອງມວນມະນຸດ.

   ຂໍອວຍພອນໃຫ້ພາລະກິດການສ້າງ​ສາສັງຄົມນິຍົມ ແລະ ​ການ​ປ່ຽນ​ແປງໃໝ່ ທີ່ນຳພາໂດຍພັກປະຊາຊົນປະຕິວັດລາວ ປະສົບຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງຍິ່ງໆຂຶ້ນ.

   ຂໍອວຍພອນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ຈີນ-ລາວ ສືບຕໍ່ເສີມຂະຫຍາຍຕະຫຼອດໃນແຕ່ລະໄລຍະ ແລະ ໝັ້ນຄົງ​ຂະນົງແກ່ນເລື້ອຍໆໄປ.

 

ຄະນະກຳມະການສູນກາງພັກກອມມູນິດຈີນ

ນະຄອນຫຼວງປັກກິ່ງ, ວັນທີ 22 ມີນາ 2020

 

ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສົ່ງ​ສານອວຍ​ພອນ​ພັກ​ປະຊາຊົນປະຕິວັດລາວສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 65 ປີ

ຄຳ​ເຫັນ

0