尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນໄດ້ປະກາດການສະໜອງການຊ່ວຍເຫຼືອໃຫ້ແກ່ 82 ປະເທດ,ອົງການອະນາໄມໂລກແລະສະຫະພາບເອີຣົບ

2020-03-22 12:41:56 cri

ວັນທີ 20 ມີນານີ້, ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດຈີນກ່າວຢູ່ນະຄອນຫຼວງປັກກິ່ງວ່າ: ຈີນຈະບໍ່ລືມການສະໜັບສະໜູນທາງການເມືອງແລະການບໍລິຈາກວັດຖຸອຸປະກອນຂອງປະຊາຄົມໂລກທີ່ມີຕໍ່ຈີນຕະຫຼອດໄປໃນຂະນະທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ມີຄວາມໜັກໜ່ວງທີ່ສຸດ. ປັດຈຸບັນ,ຈີນກໍໄດ້ໃຫ້ການຊ່ວຍເຫຼືອແກ່ປະເທດທີ່ປະສົບກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່.
 

ທ່ານ ເກີງສວງ ໄດ້ແຈ້ງສະພາບກ່ຽວກັບການຊ່ວຍເຫຼືອຂອງຈີນໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດັ່ງກ່າວໂດຍກ່າວວ່າ: “ລວມທັງຢາກວດຫາເຊື້ອ,ຜ້າປິດປາກ,ຊຸດປ້ອງກັນພະຍາດແລະອື່ນໆ,ໃນນັ້ນວັດຖຸອຸປະກອນຊ່ວຍເຫຼືອຫຼາຍຊຸດໄດ້ຖືກສົ່ງໄປເຖິງຝ່າຍທີ່ຕ້ອງການຄວາມຊ່ວຍເຫຼືອແລ້ວ.ໃນດ້ານການຮ່ວມມືກ່ຽວກັບການປິ່ນປົວແລະເຕັກໂນໂລຊີ,ພວກຂ້າພະເຈົ້າໄດ້ແບ່ງປັນແຜນການບົ່ງມະຕິແລະປິ່ນປົວຂອງຈີນໃຫ້ກັບບັນດາປະເທດໃນໂລກ,ໄດ້ຈັດກອງປະຊຸມຜູ້ຊ່ຽວຊານສາທາລະນະສຸກທາງວິດີໂອກັບຫຼາຍປະເທດແລະອົງການຈັດຕັ້ງສາກົນ,ພ້ອມທັງໄດ້ສົ່ງໜ່ວຍຜູ້ຊ່ຽວຊານການແພດໄປອີຣານ,ອີຣັກແລະອີຕາລີ.ໃນດ້ານການຊ່ວຍເຫຼືອຂອງອຳນາດການປົກຄອງທ້ອງຖິ່ນ,ອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຂອງຈີນໄດ້ບໍລິຈາກວັດຖຸອຸປະກອນໃຫ້ແກ່ຕົວເມືອງຂອງ ສ.ເກົາຫຼີ, ຍີ່ປຸ່ນ,ອີຕາລີແລະປະເທດອື່ນໆ.ໃນດ້ານການຊ່ວຍເຫຼືອຂອງປະຊາຊົນ,ວິສາຫະກິດແລະອົງການຈັດຕັ້ງທາງສັງຄົມຫຼາຍແຫ່ງຂອງຈີນໄດ້ເລີ່ມໃຫ້ການບໍລິຈາກແກ່ປະເທດທີ່ກ່ຽວຂ້ອງ.”ມາຮອດປັດຈຸບັນ,ລັດຖະບານຈີນໄດ້ປະກາດການສະໜອງການຊ່ວຍເຫຼືອໃຫ້ແກ່ 82 ປະເທດ,ອົງການອະນາໄມໂລກແລະສະຫະພາບເອີຣົບ.

ຄຳ​ເຫັນ

0