蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ຊຸກ​ຍູ້​ການ​ກໍ່​ສ້າງ​ໂຄງ​ການ​ໃຫຍ່​ທີ່​ສຳ​ຄັນ​ພາຍ​ໃນ​ປະ​ເທດ​ຢ່າງ​​ຈູບ​ຈ້າວ​ຫ້າວ​ຫັນ

2020-03-22 17:04:58 CRI

ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ- 19 ໃຫ້​ຮູ້​ວ່າ, ພາຍຫຼັງ​ບຸນ​ກຸດ​ຈີນ​​ຜ່ານ​ໄປ ແລະ ມາ​ຮອດ​ປັດ​ຈຸ​ບັນ, ໂຄງ​ການ​ໃຫຍ່​ທີ່​ສຳ​ຄັນ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ຟື້ນ​ຟູ​ການ​ກໍ່​ສ້າງ​​ເປັນ​ກ້າວໆ, ໂຄງ​ການ​ໃຫຍ່​ທີ່​ສຳ​ຄັນ​ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ, ຊົນ​ລະ​ປະ​ທານ, ພະ​ລັງ​ງານ ແລະ ອື່ນໆ ໄດ້​ຮັບ​ການ​ກໍ່​ສ້າງ​ຢ່າງ​ຈູບ​ຈ້າວ​ຫ້າວ​ຫັນ ແລະ ເປັນ​ລະ​ບຽບ​ດີ. ນອກ​ນີ້, ກະ​ຊວງ​ການ​ເງິນ​ຈີນ​ຍັງ​ໄດ້​ວາງນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ຕ່າງໆ ເພື່ອ​ຮັບ​ປະ​ກັນ​ການ​ຟື້ນ​ຟູ​ການ​ກໍ່​ສ້າງ​​ຄືນ​ໃໝ່​ຂອງໂຄງ​ການ​ການ​ລົງ​ທຶນ.

ຕົວ​ເລກ​ທີ່​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ປັດ​ຈຸ​ບັນ​ນີ້, ​ອັດ​ຕາ​ຟື້ນ​ຟູ​ການ​ກໍ່​ສ້າງ​ຄືນ​ໃໝ່​ຂອງໂຄງ​ກາ​ນ​ສຳ​ຄັນ​ຢູ່​ພາກ​ໃຕ້​ຂອງ​ຈີນໄດ້​ບັນ​ລຸ 98,1%, ພາກ​ເໜືອ​ແມ່ນ 60,3%. ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ, ໂຄງ​ການ​ທາງ​ລົດ​ໄຟ​ທີ່​ສຳ​ຄັນ​ຕ່າງໆ ເຊັ່ນ: ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ນະ​ຄອນຫຼວງ​ປັກ​ກິ່ງຫາ​ເສິນ​ຢາງ ​ພວມ​ເລັ່ງ​ລັດ​ການ​ກໍ່​ສ້າງ. ອັດ​ຕາ​ການ​ຟື້ນ​ຟູ​ການ​ກໍ່​ສ້າງ​ຄືນ​ໃໝ່​ຂອງໂຄງ​ກາ​ນ​ສຳ​ຄັນໃນ​ຂົງ​ເຂດ​ທາງຫຼວງ ແລະ ຂົນ​ສົ່ງ​ທາງ​ນ້ຳ​ໄດ້​ບັນ​ລຸ 97%. ອັດ​ຕາ​ຟື້ນ​ຟູ​ການ​ກໍ່​ສ້າງໂຄງ​ກາ​ນ​ສະ​ໜາມ​ບິນ​ໄດ້​ບັນ​ລຸ 87% ແລະ ອັດ​ຕາ​ຟື້ນ​ຟູ​ການ​ກໍ່​ສ້າງໂຄງ​ກາ​ນ​ຊົນ​ລະ​ປະ​ທານ​ທີ່​ສຳ​ຄັນ​ໄດ້​ບັນ​ລຸ 86%.

ມາ​ຮ​ອດ​ປັດ​ຈຸ​ບັນ, ກະ​ຊວງ​ການ​ເງິນ​ຈີນ​ໄດ້​​ຈັດ​ສັນ​ງົ​ປະ​ມານ​ການ​ລົງ​ທຶນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລາງ​ຂ​ອງສູນ​ກາງ​ໃຫ້​ແກ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ສົກ​ປີ 2020 ເຊິ່ງ​​ມີ​ຄວາມ​ຄືບ​ໜ້າ​ໄວກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 12,6%. ຂະ​ນະ​ດຽວ​ກັນ, ຍັງ​ໄດ້​ເບີກ​ງົບ​ປະ​ມານ​ສະ​ເພາະ​ປະ​ເພດ​ຕ່າງໆ​ກ່ອນ​ກຳ​ນົດ ເພື່ອ​ໃຊ້​ເຂົ້າ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ ເຊັ່ນ: ທາງ​ຫຼວງ, ທ່າ​ກຳ​ປັ່ນ, ທາ​ງ​ເດີນ​ເຮືອ ແລະ ສະ​ໜາມ​ບິນ. ນອກ​ນີ້, ພາກ​ສ່ວນ​ການ​ເງິນ​ແລະ​ສ່ວຍ​ສາ​ອາ​ກອນ​ຍັງ​ໄດ້​ວາງ​ນະ​ໂຍ​ບາຍ​ຕ່າງໆ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຟື້ນ​ຟູ​ການ​ເຮັດ​ວຽກ ແລະ ການ​ຜະ​ລິດຄືນ​ໃໝ່.

ຄຳ​ເຫັນ

0