尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາຕ້ອງໃຫ້ຄວາມກະຈ່າງແຈ້ງຕໍ່ຊາວໂລກກ່ຽວກັບຂໍ້ລະແວງສົງໄສ 3 ຂໍ້ທີ່ມີຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19

2020-03-23 15:41:17 cri

ຫວ່າງມໍ່ໆມານີ້, ນັກການເມືອງອາເມຣິກາຈຳນວນໜຶ່ງໄດ້ເອີ້ນພະຍາດໂຄວິດ-19 ເປັນ “ເຊື້ອພະຍາດຈີນ” ແລະ ໄດ້ເວົ້າມາຫຼາຍຄັ້ງແລ້ວ ເຊິ່ງໄດ້ເຮັດໃຫ້ປະຊາຄົມໂລກຕຳໜິຕິຕຽນເລື້ອງນີ້. ທ່ານ ອາມານດາ ໂວເກີ ນັກຂ່າວວິທະ​ຍຸກະຈາຍສຽງທ້ອງຟ້າອັງກິດ( British Sky Broadcasting ຫຼື BSB)ໄດ້ຊີ້ໃຫ້ເຫັນໂດຍກົງແລະຖືກຕ້ອງຕາມຄວາມເປັນຈິງວ່າ: “ຖ້າຫາກຄົນອາເມຣິກາເສຍຊີວິດຍ້ອນເປັນພະຍາດຈຳນວນຫຼາຍລ້ານຄົນ, ຈະແມ່ນໜ້າທີ່ຮັບຜິດຊອບຂອງປະທານາທິບໍດີ​ເອງ. ສ່ວນການທີ່ເອີ້ນເຊື້ອພະຍາດເປັນ ‘ເຊື້ອພະຍາດຈີນ’ ແມ່ນຊ່ອງທາງຫລົບຫລີກຄວາມຮັບຜິດຊອບຂອງຕົນໃນຮູບແບບໜຶ່ງ.”
 

    ການຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດແມ່ນບັນຫາວິທະຍາສາດ, ສ່ວນວິທະຍາສາດຕ້ອງມີຫຼັກຖານ​ເປັນ​ສິ່ງອ້າງອີງ. ທ່ານສາດສະດາຈານກີວເຊັບປີ ຣີມຸສຈີ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການຢາມາຣີໂອ ເນກຣີຂອງອີຕາລີໄດ້ກ່າວໃນຫວ່າງມໍ່ໆມານີ້ວ່າ: ໃນເດືອນພະຈິກແລະເດືອນທັນວາປີກາຍນີ້, ຢູ່ອີຕາລີໄດ້ກວດພົບຜູ້ເປັນພະຍາດອັກເສບປອດທີ່ບໍ່ເຄີຍພົບເຫັນມາກ່ອນ ແລະ ຖືກສົງໄສຢ່າງສູງວ່າເປັນອາການຂອງພະຍາດໂຄວິດ-19. ສະນັ້ນ, ທ່ານຈຶ່ງຄິດວ່າກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈີນ, ເຊື້ອພະຍາດດັ່ງກ່າວຢ່າງໜ້ອຍກໍໄດ້ແຜ່ລະບາດຢູ່ພາກເໜືອເຂດໂຣຊາ ໂລມບາດີຂອງອີຕາລີແລ້ວ. ທ່ານ ສະກອດ ໂມຣິສັນ ນາຍົກລັດຖະມົນຕີອົສຕຣາລີກ່າວໃນວັນທີ 20 ມີນານີ້ວ່າ: ໃນຈຳນວນຜູ້ທີ່ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອົສຕຣາລີ, ປະມານ 80% ຂອງຜູ້ເປັນພະຍາດດັ່ງກ່າວແມ່ນເດີນທາງມາຈາກຕ່າງປະເທດ ຫຼື ຜູ້ທີ່ໄດ້ສຳຜັດກັບຜູ້ຄົນທີ່ກັບມາຈາກຕ່າງປະເທດໂດຍກົງ, ສ່ວນໃນຈຳນວນຜູ້ເປັນພະຍາດເຫຼົ່ານີ້, “ຜູ້ເປັນພະຍາດສ່ວນໃຫຍ່ແມ່ນ​ແຫຼ່ງ​ເກີດຈາກອາເມຣິກາ.”
 

ຄຽງຄູ່ກັບຄວາມລະແວງສົງໄສຈາກຊາວໂລກທີ່ມີຕໍ່ອາເມຣິການັບມື້ນັບຫຼາຍຂຶ້ນ, ກ່ຽວກັບຂໍ້ລະແວງສົງໄສ 3 ຂໍ້ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານອາເມຣິກາຕ້ອງໃຫ້ຄວາມກະຈ່າງແຈ້ງຕໍ່ປະຊາຊົນ ແລະ ໃຫ້ຄຳຕອບຕໍ່ຊາວໂລກ.
 

ຂໍ້ທຳອິດ, ອີງຕາມຜົນ​ປະ​ເມີນຫຼ້າສຸດຂອງສູນຄວບຄຸມແລະປ້ອງກັນພະຍາດອາເມຣິກາຫຼື CDC ໃຫ້ຮູ້ວ່້າ: ໄຂ້ຫວັດ​ໃຫຍ່ທີ່ເກີດຂື້ນຢູ່ອາເມຣິກາໄດ້ເລີ່ມຕົ້ນຂຶ້ນໃນເດືອນກັນຍາປີ 2019 ເຊິ່ງເຮັດໃຫ້ປະຊາຊົນອາເມຣິກາຕິດແປດພະຍາດນີ້ຈຳນວນ 30 ລ້ານກວ່າຄົນ, ໃນນັ້ນມີຈຳນວນຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວຫຼາຍກວ່າ 2 ໝື່ນຄົນ. ຫວ່າງກ່ອນນີ້ບໍ່ດົນ, ທ່ານ ໂຣເບີດ ຣິດຟີວດ໌ ຫົວໜ້າ CDC ໄດ້ສາລະພາບຢ່າງເປີດເຜີຍວ່າ: ມີຜູ້ເສຍຊີວິດຍ້ອນເປັນ​ໄຂ້ຫວັດ​ໃຫຍ່ຈໍານວນໜຶ່ງ ທີ່ຈິງແລ້ວແມ່ນເປັນພະຍາດໂຄວິດ-19. ຄັນຊັ້ນ, ໃນຈຳນວນຜູ້ເສຍຊີວິດຍ້ອນເປັນ​ໄຂ້ຫວັດ​ໃຫຍ່ໃນຈຳນວນ 2 ໝື່ນກວ່າຄົນນັ້ນ, ຈຳນວນຜູ້ເປັນພະຍາດໂຄວິດ-19 ມີຫຼາຍເທົ່າໃດກັນແທ້? ອາເມຣິກາໄດ້ສວຍໃຊ້ກໍລະນີ​ໄຂ້ຫວັດ​ໃຫຍ່ເພື່ອປິດບັງສະພາບພະຍາດໂຄວິດ-19 ຫຼືບໍ່?
 

ຂໍ້ລະແວງສົງໄສທີ 2 ແມ່ນ: ເປັນຫຍັງອາເມຣິກາຂ້ຽວປິດຖານອາວຸດຊີວະພາບເດຕຣິກ(Detrick)ທີ່ຕັ້ງຢູ່ລັດແມຣີແລນຂອງອາເມຣິກາຢ່າງກະທັນຫັນໃນເດືອນກໍລະກົດປີ 2019? ຖານດັ່ງກ່າວແມ່ນສູນຄົ້ນຄວ້າຜະລິດອາວຸດຊີວະພາບທີ່ໃຫຍ່ທີ່ສຸດຂອງກອງທັບອາເມຣິກາ. ຫຼັງຈາກຖານດັ່ງກ່າວໄດ້ຖືກປິດລົງບໍ່ດົນ, ຢູ່ອາເມຣິກາກໍໄດ້ເກີດມີຜູ້ເປັນພະຍາດທີ່ມີອາການອັກເສບປອດ ຫຼື ມີອາການຄ້າຍຄືກັບອັກເສບປອດຕໍ່ໆກັນ. ໃນເວລາໄລ່ເລ່ຍກັນ, ຢູ່ອາເມຣິກາ​ເລີ່​ມມີການ​ແຜ່​ລະບາດ​ຂອງໄຂ້ຫວັດ​ໃຫຍ່ H1N1; ຫຼັງຈາກນັ້ນໃນເດືອນຕຸລາປີ 2019, ຫຼາຍອົງການຂອງອາເມຣິກາໄດ້ຈັດຕັ້ງການຝຶກຊ້ອມຮັບມືກັບໂລກລະບາດຄັ້ງໜຶ່ງທີ່ມີລະຫັດວ່າ “Event 201”; ໃນເດືອນທັນວາປີ 2019, ຢູ່ນະຄອນອູຮັ້ນໄດ້ພົບເຫັນຜູ້ເປັນພະຍາດທີ່ມີອາການພະຍາດໂຄວິດ-19 ຄົນທໍາອິດ; ໃນເດືອນກຸມພາປີນີ້,ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນຢູ່ຫຼາຍແຫ່ງຂອງໂລກ.
 

ຂໍ້ລະແວງສົງໄສທີ 3 ແມ່ນ: ເປັນຫຍັງໃນເດືອນກຸມພາປີນີ້ ລັດຖະບານອາເມຣິກາໄດ້​ເສີຍ​ເມີຍຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດຕົນ, ແຕ່ເຈົ້າໜ້າທີ່ຫຼາຍທ່ານຂອງຄະນະກຳມະການຂ່າວລັບຂອງສະພາສູງອາເມຣິກາພັດໄດ້​ເທຂາຍຫຸ້ນທີ່ມີມູນຄ່າຫຼາຍລ້ານໂດລາສະຫະລັດໃນຄາວນັ້ນ? ຫຼືວ່າ​ພວກນັກການເມືອງໄດ້ນຳໃຊ້ຂ່າວລັບເພື່ອມາປັ່ນການຂາຍຫຸ້ນ ທັງໄດ້ບິດບັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ສາທາລະນະຊົນ? ຫຼືວ່າພວກເຂົາເຈົ້າໄດ້ໃຫ້ຄວາມສຳຄັນຕໍ່ການພິຈາລະນາເລື່ອງເງິນໆຄຳໆຫລາຍກວ່າຊີວິດຂອງປະຊາຊົນ ເຖິງວ່າຈະປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ?
 

ມາຮອດເວລາ 23 ໂມງຂອງວັນທີ 21 ມີນານີ້ຕາມເວລາທ້ອງຖິ່ນ, ຈຳນວນຜູ້ທີ່ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ເພີ່ມຂຶ້ນເປັນ 26.747 ຄົນ, ເສຍຊີວິດແລ້ວຍ້ອນເປັນພະຍາດດັ່ງກ່າວ 340 ຄົນ, ສະຖານະການດ້ານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ນັບມື້ນັບມີຄວາມຂ້ຽວຂາດຂຶ້ນ. ໃນເວລາທີ່ປະເຊີນກັບໄພອັນຕະລາຍແບບນີ້, ການກະທຳຂອງນັກການເມືອງອາເມຣິກາຈຳນວນໜຶ່ງກໍມີພຶດຕິກຳເໝືອນດັ່ງທີ່ທ່ານ ຢູວານ ນົວຮ໌ ຮາຣາຣີ ນັກຂຽນປື້ມ “Sapiens: A Brief History of Humankind” ທີ່ໄດ້ຂຽນການຕີລາຄາໄວ້ໃນບົດຄວາມຂອງທ່ານໃນຫວ່າງມໍ່ໆມານີ້ວ່າ: “ບໍ່ໄດ້ແບກຫາບໜ້າທີ່ຮັບຜິດຊອບຈັກເທື່ອ, ບໍ່ໄດ້ສາລະພາບຄວາມຜິດພາດຂອງຕົນຈັກເທື່ອ, ແຕ່ກັບຢາກໄດ້ຜົນງານທັງໝົດໃຫ້ກັບຕົນເອງ ແລະ ເອົາໜ້າທີ່ຮັບຜິດຊອບທັງໝົດໃຫ້ກັບຜູ້ອື່ນ”.

ຄຳ​ເຫັນ

0