莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ IMF: ຍ້ອນ​ຖືກ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19, ເສ​ດ​ຖະ​ກິດ​ໂລກ​ໃນ​ປີ 2020 ຈະ​ຊຸດ​ໂຊມ​ລົງ

2020-03-24 16:16:23 cri

ວັນ​ທີ 23 ມີ​ນານີ້ ຕາມເວ​ລາ​ທ້ອງ​ຖິ່ນ, ທ່ານນາງ ​ຄຼິ​ສ​ດາ​ລີ​ນາ ເກວ​ກິ​ວາ ປະ​ທານ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນຫຼື IMF ອອກ​ຖະ​ແຫຼງ​ການ​ວ່າ, ຍ້ອນ​ຖືກ​ຜົນ​ກະ​ທົບ​ຈາກ​ເຊື້ອ​ພະ​ຍາດ​ໂຄວິດ-19, ເສດ​ຖະ​ກິດ​ໂລກ​ໃນ​ປີ 2020 ຈະ​ຊຸດ​ໂຊມ​ລົງ, ຄາດ​ວ່າ​ປີ 2021 ຈະ​ຟື້ນ​ຟູ​ຄືນ.

ທ່ານ​ນາງ ເກວ​ກິ​ວາ​ແມ່ນ​ອອກ​ຖະ​ແຫຼງ​ການ​​ດັ່ງ​ກ່າວ​ຜ່ານ​ເວັບ​ໄຊ​ທາງ​ການ​ຂອງ IMF ພາຍ​ຫຼັງ​ຈັດ​ກອງ​ປະ​ຊຸມ​ທາງ​ໂທ​ລະ​ສັບ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ແລະ​ປະ​ທານ​ທະ​ນາ​ຄານ​ກາງ​ຂອງປະ​ເທດ G20 ​ໃນ​ວັນ​ທີ 23 ມີ​ນາ. ເພີ່ນ​ກ່າວ​ວ່າ, ສິ່ງ​ສຳ​ຄັນ​ກວ່າ​ໝູ່​ໃນ​ປັດ​ຈຸ​ບັນ​ແມ່ນ​ໃຫ້​ບູ​ລິ​ມະ​ສິດ​​ໃນ​ການປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ ແລະ​ເພີ່ມ​ທະ​ວີ​ການ​ສ້າງ​ສາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ. ການ​ຄວບ​ຄຸມ​ພະ​ຍາດ​ໄດ້​ໄວເທົ່າ​ໃດ ເສດ​ຖະ​ກິດກໍ່​ຈະ​ຟື້ນ​ຕົວ​ຄືນໄວ​ເທົ່າ​ນັ້ນ. ທ່ານ​ນາງ ເກວ​ກິ​ວາ​ ເຫັນ​ວ່າ, ຕະຫຼາດ​ຈະ​ເລີນ​ໃໝ່​ແລະ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ​ຢ່າງຫຼວງຫຼາຍ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທີ່​ເຄັ່ງ​ຂືມ.

ທ່ານ​ນາງ ເກວ​ກີ​ວາ​ກ່າວ​ວ່າ, ອົງ​ການ IMF ຈະ​ໃຊ້​ມາດ​ຕະ​ການ​ຕ່າງໆ​ເຊັ່ນ ເປີດກວ້າງ​ການ​ລະ​ດົມ​ທຶນ​ສຸກ​ເສີນ​ຢ່າງ​ຂະ​ໜາດ​ໃຫຍ່, ​ເພີ່ມ​ຕື່ມສິນ​ເຊື່ອ​ດ້ານ​ການ​ປ້ອງ​ກັນ​ແລະຫຼຸດ​ຜ່ອນ​ໄພ​ພິ​ບັດ, ຈັດ​ວາງ​1000 ຕື້​ໂດ​ລາ​ໃຫ້​ເປັນເງິນ​ກູ້​​ໃນທຸກ​ເວ​ລາ, ແລະ​ຈະ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ອົງ​ການ​ສາ​ກົນ​ອື່ນໆ, ເພື່ອ​ສະ​ໜອງ​ມາດ​ຕະ​ການ​ຮັບ​ມື​ທີ່​ແຂງ​ແຮງ​ແລະ​ເປັນ​ເອ​ກະ​ພາບ​ກັນ, ໃນ​ນັ້ນ ຈະ​ໃຫ້​ຄວາມ​ສຳ​ຄັນ​ພິ​ເສດ​ຕໍ່​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ​ທີ່​ຕົກ​ຢູ່​ໃນ​ສະ​ພາບ​ຫຍຸ້ງ​ຍາກ​ດ້ານ​ໜີ້​ສິນ.

ຄຳ​ເຫັນ

0