秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປັກກິງປະຕິບັດການກັກບໍລິເວນ ແລະກວດນິວຄະເລອິກຕໍ່ຜູ້ທີ່ເຂົ້າດ່ານປັກກິ່ງ

2020-03-24 14:48:44 cri

ປັດຈຸບັນ,​ ເຊື້ອໂຄວິດ-19 ກໍາລັງແຜ່ລະບາດຢ່າງວ່ອງໄວຢູ່ປະເທດຈໍານວນໜຶ່ງ ເຊິ່ງໄດ້ສ້າງຄວາມສ່ຽງໃຫ້ປະເທດຈີນນັບມື້ນັບຫຼາຍຂຶ້ນ. ນະຄອນຫຼວງປັກກິ່ງຂອງຈີນໄດ້ປະຕິບັດມາດຕະການໃໝ່ ຄືນັບຕັ້ງແຕ່ເວລາ 0 ໂມງຂອງວັນທີ 25 ນີ້ເປັນຕົ້ນໄປຕາມເວລາທ້ອງຖິ່ນ ກໍານົດໃຫ້ຜູ້ທີ່ເຂົ້າມາປະເທດຈີນໂດຍຜ່ານດ່ານປັກກິ່ງນັ້ນ, ບໍ່ວ່າຈະເດີນທາງໄປບ່ອນໃດຂອງຈີນຕໍ່, ລ້ວນແຕ່ຕ້ອງກັກບໍລິເວນຢູ່ປັກກິ່ງແບບລວມສູນ ແລະກວດນິວຄະເລອິກ. ຄ່າໃຊ້ຈ່າຍໃນການກັກບໍລິເວນຈະໃຫ້ຜູ້ກ່ຽວຈ່າຍເອງ, ສ່ວນຄ່າກວດເຊື້ອພະຍາດຈະປະຕິບັດຕາມການກໍານົດຂອງການປະກັນໄພປິ່ນປົວພະຍາດພື້ນຖານແລະປະກັນໄພການຄ້າຂອງຜູ້ກ່ຽວເອງ. ກ່ອນໜ້ານີ້, ກົມການບິນພົນລະເຮືອນຂອງຈີນໄດ້ກໍານົດແລ້ວວ່າ,​ ນັບຕັ້ງແຕ່ວັນທີ 23​ ມີນາທີ່ເປັນຕົ້ນໄປ, ຖ້ຽວບິນສາກົນທີ່ຈະລົງຈອດເຂົ້າດ່ານຢູ່ປັກກິ່ງ, ໃຫ້ປ່ຽນໄປລົງຈອດເຂົ້າດ່ານຢູ່ຈຸດເຂົ້າດ່ານອີກ 12 ແຫ່ງຂອງຈີນ ເຊັ່ນ ນະຄອນທຽນສິນ, ນະຄອນທ້າຍຢວນ, ນະຄອນຮູ່ເຮີຮ້າວເທີ້ ແລະອື່ນໆ.

ສະໜາມບິນສາກົນນະຄອນຫຼວງປັກກິ່ງເປັນຊຸມການບິນສາກົນແຫ່ງໜຶ່ງທີ່ສໍາຄັນຂອງຈີນ,​ ແຕ່ລະອາທິດມີຖ້ຽວບິນສາກົນຈໍານວນເກືອບ 200 ຖ້ຽວໄປມາລະຫວ່າງຈີນແລະ 33 ປະເທດ ເຊັ່ນອາເມຣິກາ,​ ສ.ເກົາຫຼີ,​ ຝຣັ່ງ, ເຢຍລະມັນ ແອສປາຍ ແລະອື່ນໆ. ດ່ານສະໜາມບິນນະຄອນຫຼວງປັກກິ່ງກໍາລັງຜະເຊີນໜ້າກັບຄວາມສ່ຽງສູງໃນການແຜ່ລະບາດເຊື້ອໂຄວິດ-19 ຍ້ອນຄົນເຂົ້າຈາກຕ່າງປະເທດ.

ຄຳ​ເຫັນ

0