蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

2 ກໍລະນີທໍາອິດທີ່ຖືກຢືນຢັນຕິດເຊື້ອໂຄວິດ-19 ໃນປະເທດລາວ

2020-03-24 17:21:10 CRI

图片默认标题_fororder_webwxgetmsgimg

ຕາມ​ຂ່າວ CRI: ໃນຕອນບ່າຍ ວັນທີ 24 ມີນາ 2020 ນີ້ ກະຊວງສາທາລະນະສຸກໄດ້ລາຍງານວ່າ ສປປ ລາວ ກວດພົບມີຜູ້ຕິດເຊື້ອໂຄວິດ-19 ແລ້ວຈໍານວນ 2 ຄົນທໍາອິດ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: 2 ຄົນ ທີ່ຕິດເຊື້ອໂຄວິດ-19 ນີ້ແມ່ນໄດ້ຮັບການຢັ້ງຢືນຜົນການກວດອອກມາເປັນບວກຢູ່ທີ່ໂຮງໝໍມິດຕະພາບ 150 ຕຽງ, ເຊິ່ງທັງ 2 ຄົນນີ້ເປັນຄົນລາວ, ຜູ້ທໍາອິດແມ່ນເພດຊາຍ ອາຍຸ 28 ປີ, ພະນັກງານຢູ່ໂຮງແຮມຄຼາວພາຊາ ເຊິ່ງມີປະຫວັດການເດີນທາງໄປສໍາມະນາຢູ່ໄທໃນລະຫວ່າງວັນທີ 5-8 ມີນາ ແລ້ວກັບປະເທດວັນທີ 9 ມີນາ ແລະໄດ້ຕິດຕາມຕົນເອງຢູ່ບ້ານ, ຫຼັງຈາກນັ້ນມາເຖິງວັນທີ 23 ມີນາເລີ່ມມີອາການເປັນໄຂ້ ແລະອາການຄ້າຍຄືຕິດເຊື້ອ. ສະນັ້ນ ຜູ້ກ່ຽວຈຶ່ງໄດ້ໄປກວດທີ່ໂຮງໝໍມິດຕະພາບ ແລະຖືກແຍກປ່ຽວ ເຊິ່ງຜົນການກວດອອກມາໃນຄືນວັນທີ 23 ມີນາ ແລະຖືກຢັ້ງຢືນວ່າຕິດເຊື້ອໂຄວິດ-19 .

ສ່ວນກໍລະນີທີ 2 ເປັນເພດຍິງ ອາຍຸ 36 ເປັນພະນັກງານນໍາທ່ຽວ ເຄີຍຕ້ອນຮັບຄະນະນັກທ່ອງທ່ຽວສາກົນທີ່ມາຈາກເອີຣົບ. ສະນັ້ນ ເມື່ອກຸ່ມນັກທ່ອງທ່ຽວດັ່ງກ່າວໄດ້ກັບປະເທດ ແລະປະເທດຕົ້ນທາງແຈ້ງມາວ່າ ມີຜູ້ຕິດເຊື້ອ ແລະໄດ້ແຈ້ງມາຍັງຜູ້ທີ່ພົວພັນກັບນັກທ່ອງທ່ຽວ, ຕໍ່ມາຜູ້ກ່ຽວໄດ້ມີອາການເຂົ້າກັບນິຍາມຜູ້ຕິດເຊື້ອ ຈຶ່ງເຂົ້າໄປກວດຢູ່ໂຮງໝໍມິດຕະພາບ (150 ຕຽງ) ແລະຖືກແຍກປ່ຽວ​ ສຸດທ້າຍທ່ານໝໍໄດ້ກວດພົບວ່າ ຜູ້ກ່ຽວໄດ້ຕິດເຊື້ອໂຄວິດ-19 ໃນຄືນວັນທີ 23 ມີນາ.

ທ່ານ ພູທອນ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນນີ້ ບຸກຄົນທີ່ຕິດເຊື້ອ 2 ກໍລະນີນີ້ ຖືກແຍກປ່ຽວ ແລະປິ່ນປົວຢູ່ທີ່ໂຮງໝໍມິດຕະພາບຢ່າງຮັບປະກັນ ເຊິ່ງທັງສອງຄົນຍັງບໍ່ທັນມີອາການຮຸນແຮງ. ຂະນະດຽວກັນນັ້ນ, ກະຊວງສາທາລະນະສຸກກໍາລັງຮີບຮ້ອນເກັບກໍາຂໍ້ມູນຢ່າງລະອຽດກ່ຽວກັບການເຄື່ອນໄຫວຂອງຜູ້ຕິດເຊື້ອ 2 ຄົນນີ້, ເຊິ່ງລວມທັງຄົ້ນຫາຜູ້ທີ່ສໍາຜັດໃກ້ຊິດ ແລະຈະນໍາຕົວມາແຍກປ່ຽວ ເພື່ອຕິດຕາມອາການ ແລະກວດຫາເຊື້ອຢ່າງເລັ່ງດ່ວນ.

ປັດຈຸບັນປະເທດລາວມີກໍລະນີສົງໄສທັງໝົດ 131 ກໍລະນີ ເຊິ່ງ 129 ຄົນແມ່ນຢັ້ງຢືນຜົນກວດບໍ່ພົບເຊື້ອໂຄວິດ-19, ຜູ້ທີ່ຕິດເຊື້ອມີພຽງ 2 ກໍລະນີ ຄືທີ່ກ່າວມາຂ້າງເທິງ.

ຄຳ​ເຫັນ

0