蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ປະ​ກາດພົບກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັດ​ໂຄວິດ-19 2 ກໍ​ລະ​ນີ​ເປັນ​ຄັ້ງ​ທຳ​ອິດ

2020-03-24 14:52:13 CRI

     ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 23 ມີ​ນານີ້, ເວັບ​ໄຊ​ທາງ​ການ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ກິ​ລາ​ມຽນ​ມາ​ໄດ້​ປະ​ກາດ​ວ່າ ພົບກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັດ​ໂຄວິດ-19 2 ກໍ​ລະ​ນີ, ນີ້​ແມ່ນ​ມຽນ​ມາ​ປະ​ກາດ​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ເປັນ​ຄັ້ງ​ທຳ​ອິດ.

     ຕາມ​ຂ່າວ​ຈາກ​ຝ່າຍ​ທາງ​ການ​ມຽນ​ມາ: ​ຜູ້​ຊາຍ​ມຽນ​ມາ​ຄົນ​ໜຶ່ງ ອາ​ຍຸ 36 ປີ​ ຂີ່​ຍົນຈາກ​ອາ​ເມ​ຣິ​ກາກັບ​ມາ​ມຽນ​ມາໃນ​ວັນ​ທີ 13 ມີ​ນານີ້, ເມື່ອ​ຮອດ​ວັນ​ທີ 19, ມີ​ອາ​ການ​ເປັນ​ໄຂ້ແລ້ວ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ, ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ວັນ​ທີ 23 ມີ​ນານີ້, ປະ​ຈຸ​ບັນ​ກຳ​ລັງ​ຮັບ​ການ​ປິ່ນ​ປົວ​ແບບ​ແຍກ​ດ່ຽວ​ຢູ່​ໂຮງ​ໝໍ.

     ຄົນ​ເຈັບ​ອີກ​ຄົນ​ໜຶ່ງ​ເປັນ​ຜູ້​ຊາຍ​ມຽນ​ມາອາ​ຍຸ 26 ປີ, ຂີ່​ຍົນ​ຈາກ​ອັງ​ກິດ​ກັບ​ມາ​ມຽນ​ມາ​ໃນ​ວັນ​ທີ 22 ມີ​ນານີ້, ແລ້ວ​ຖືກ​ກັກ​ບໍ​ລິ​ເວັນ​ໃນ​ມື້​ດຽວ​ກັນ, ມາ​ຮອດ​ວັນ​ທີ 23 ມີ​ນານີ້, ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ, ແລ້ວ​ກໍ​ຖືກ​ສົ່ງ​ໄປ​ຮັບ​ການ​ປິ່ນ​ປົວ​ແບບ​ແຍກ​ດ່ຽວ​ຢູ່​ໂຮງ​ໝໍ​ໃນ​ທັນ​ທີ.

     ຕາມ​ຂໍ້​ມູນ​ທີ່​ປະ​ກາດ​ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ກິ​ລາ​ມຽນ​ມາ, ມາ​ຮອດ​ເວ​ລາ 20 ໂມງ​ຂອງວັນ​ທີ 23 ມີ​ນາ​ນີ້, ໃນ​ທົ່ວ​ປະ​ເທດ​ມຽນ​ມາ, ລວມ​ມີ 214 ຄົນຖືກ​ກັກ​ບໍ​ລິ​ເວນ​ລໍ​ຖ້າ​ຜົນ​ກວດ.

图片默认标题_fororder_miandian1

图片默认标题_fororder_miandian2

图片默认标题_fororder_miandian3

图片默认标题_fororder_miandian4

 

ຄຳ​ເຫັນ

0