莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານ​ນຳ​ພາ​ວຽກ​ງານ​ຮັບ​ມືພະ​ຍາດ​ໂຄວິດ-19 ສູນ​ກາງ

2020-03-24 14:43:54 cri

​ວັນ​ທີ 23 ມີ​ນານີ້, ທ່ານ​ລີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫົວ​ໜ້າ​ຄະ​ນະ​ນຳ​ພາ​ວຽກ​ງານ​ຮັບ​ມື​ພະ​ຍາດ​ໂຄວິດ-19 ສູນ​ກາງ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານນຳ​ພາ​ວຽກ​ງານ.

ກອງ​ປະ​ຊຸມ​ຊີ້​ໃຫ້​ເຫັນ​ວ່າ, ປັດ​ຈຸ​ບັນ, ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ທີ່​ມີ​ນະ​ຄອນ​ອູ​ຮັ້ນ​ເປັນ​ໃຈ​ກາງ​ໄດ້​ຖືກ​ສະ​ກັດ​ກັ້ນ​ໂດຍ​ພື້ນ​ຖານ​ແລ້ວ, ແຕ່​ຄວາມ​ສ່ຽງ​ທີ່​ມີ​ກໍ​ລະ​ນີ​ເກີດ​ຂຶ້ນ​ເລັກ​ໆ​ນ້ອຍໆ​ແລະ​ເກີດ​ຂຶ້ນ​ຢູ່​ບາງ​ພາກ​ສ່ວນກໍ່​ຍັງ​ຄົງ​ຕົວ​ຢູ່, ສະ​ພາບ​ພະ​ຍາດ​ໄດ້​ລະ​ບາດ​ຢ່າງ​ໃຫຍ່​ໃນ​ທົ່ວ​ໂລກ, ສະ​ຖາ​ນະ​ການ​ຍັງ​ສັບ​ສົນ​ເຄັ່ງ​ຂື​ມຢູ່, ຄວນ​ຮັກ​ສາ​ຄວາມ​ຕື່ນ​ຕົວ, ຢ່າ​ປະ​ໝາດ​ເດັດ​ຂາດ. ຄວນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພາກ​ກວມ​ລວມ​ທີ່​ວ່າ “ປ້ອງ​ກັນ​ພະ​ຍາດ​ມາ​ຈາກ​ພາຍນອກ, ປ້ອງ​ກັນ​ພະ​ຍາດ​ຟື້ນ​ຟູ​ພາຍ​ໃນ”. ແຫ່ງ​ຕ່າງ​ໆ​ຕ້ອງ​ຍຶດ​ໝັ້ນ​ເຮັດ​​ວຽກ​ຕາມ​ສະ​ພາບ​ຕົວ​ຈິງ, ປະ​ກາດ​ຂໍ້​ມູນ​ຢ່າງ​ເປີດ​ເຜີຍ​ແລະ​ໂປ່ງ​ໄສ, ບໍ່​ໃຫ້​ປິດ​ອຳ​​ຂໍ້​ມູນ. ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ຊາດ​ຕື່ມ​ອີກ, ສະ​ໜອງ​ຄວາມ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ​ໃນ​ການ​ຕໍ່​ຕ້ານ​ພະ​ຍາດ. ສະ​ຖານ​ທູດ​ແລະ​​ສະ​ຖານກົງ​ສຸນ​ຕ່າງໆ​ທີ່​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ອອກ​ແຮງ​ເຮັດ​ວຽກ​ປົກ​ປ້ອງ​ກົງ​ສຸນ​ແລະ​ຊ່ວຍ​ເຫຼືອ​ປ້ອງ​ກັນ​ພະ​ຍາດ​ຕໍ່​​ປະ​ຊາ​ຊົນ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດໃຫ້​ດີ.

ຄຳ​ເຫັນ

0