蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ລາຍ​ງານ​ພິ​ເສດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ: ການຕັ້ງ​ຊື່ໃຫ້ພະ​ຍາດ​ໂຄວິດ-19​ ດ້ວຍເຈ​ຕະ​ນາບໍ່​ດີ ເປັນ​ການ​ກະ​ທຳ​ທີ່ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ

2020-03-24 15:19:00 CRI

     ຕາມ​ຂ່າວ CRI: ວັນ​ທີ 23 ມີ​ນານີ້, ທ່ານ​ນາງ​ເທນ​ດາ​ອີ ອາ​ຊິວ​ເມ ຜູ້​ລາຍ​ງານ​ພິ​ເສດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ເຈົ້າ​ໜ້າ​ທີ່​ຂອງປະ​ເທດ​ທີ່​ກ່ຽວ​ຂ້ອງ​ຕັ້ງຊື່​ໃຫ້​ພະ​ຍາດ​ໂຄວິດ-19 ດ້ວຍເຈດ​ຕະ​ນາ​ທີ່​ບໍ່​ດີ, ທ່າ​ທີ​ທີ່​ຢຽບ​ຢຳປະ​ເທດ​ອື່ນ​ທີ່ເອົາ​ພະ​ຍາດ​ໃດ​ໜຶ່ງພົວ​ພັນ​ກັບ​ປະ​ເທດ​ຫຼື​ຊົນ​ຊາດ​ໃດ​ໜຶ່ງນັ້ນ, ເປັນ​ການ​ກະ​ທຳ​ທີ່ບໍ່​ຮັບ​ຜິດ​ຊອບ​ແລະ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍເກີດ​ມີຄວາມ​ວິ​ຕົກ​ກັງ​ວົນ.

     ທ່ານ​ນາງ​ອາ​ຊິວ​ເມ​ກ່າວ​ໃນ​ຖະ​ແຫຼງ​ການ​ສື່ມວນ​ຊົນ​ສະ​ບັບ​ໜຶ່ງວ່າ: ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ: ຖ້າ​ຕັ້ງຊື່​ໃຫ້ພະ​ຍາດຢ່າງບໍ່​ເໝາະ​ສົມ, ຈະ​ສ້າງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ກຸ່ມ​ຄົນ​ສະ​ເພາະ​ຢ່າງ​ໜັກ​ໜ່ວງ. ຄວາມ​ເວົ້າ​ແລະ​ການ​ກະ​ທຳ​ຂອງ​ເຈົ້າ​ໜ້າ​ທີ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໄດ້​ສົ່ງ​ຜົນ​ຮ້າຍ​ຕົວ​ຈິງ​ມາ​ໃຫ້​ໂລກແລ້ວ, ໂດຍປະ​ຊາ​ຊົນ​ຈຳ​ນວນ​ໜຶ່ງ​ທີ່​ມາ​ຈາກ​ຈີນ​ຫຼື​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ອື່ນໆ​ໄດ້​ປະ​ສົບ​ການ​ຈຳ​ແນກ​ເຊື້ອ​ຊາດດ້ວຍ​ການ​ໃສ່​ຮ້າຍ​ປ້າຍ​ສີ ບໍ່​ໃຫ້​ການ​ບໍ​ລິ​ການ ຈົນ​ກວ່າ​ການ​ໂຈມ​ຕີ​ດ້ວຍ​ຄວາມຮຸນ​ແຮງ.

     ທ່ານ​ນາງ​ອາ​ຊິວ​ເມ​ເນັ້ນ​ວ່າ: ຢູ່​ຕໍ່​ໜ້າ​ສະ​ພາບ​ພະ​ຍາດ, ນະ​ໂຍ​ບາຍ​ທີ່​ປຸກ​ປັ່ນຄວາມ​ຢ້ານ​ກົວ​ແລະ​ການ​ດູ​ຖູກນັ້ນ ​ບໍ່​ພຽງ​ແຕ່ບໍ່​ມີ​ຜົນ​ດີ​ຕໍ່​ການ​ຕ້ານ​ພະ​ຍາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນເທົ່າ​ນັ້ນ, ຍັງຈະ​ເດີນໄປ​ສູ່​ທິດ​ກົງ​ກັນ​ຂ້າມ. ທ່ານ​ນາງ​ກ່າວ​ວ່າ:“ການ​ລະ​ບາດ​ພະ​ຍາດ​ໃນ​ຄັ້ງ​ນີ້​ເປັນ​ການສົ່ງ​ຄຳ​ເຕືອນ​ໃຫ້​ພວກ​ເຮົາ​ອີກ​ເທື່ອ​ໜຶ່ງວ່າ, ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ມີ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ, ຄວາມ​ສຸກຂອງ​ທຸກ​ຄົນຕິດ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ.”

     ມື້​ດຽວ​ກັນ, ທ່ານ​ໄມ​ຄາວ ຣຽນ ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ການ​ທີ່​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ໄວ​ຣັດໂຄວິດ-19 ບໍ່​ແມ່ນ​ບັນ​ຫາ​ໃຈ​ກາງ​ໃນ​ປະ​ຈຸ​ບັນ​ນີ້, ປະ​ຈຸ​ບັນ​ຄວນ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຕໍ່​ຕ້ານ​ກັບ​ພະ​ຍາດ.

ຄຳ​ເຫັນ

0