赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານໂອລິມປິກໂຕກຽວຈະເລື່ອນເວລາໄປຈັດໃນລະດູຮ້ອນປີ 2021

2020-03-24 21:37:40 cri
ຂ່າວຈາກ CMG : ວັນທີ 24 ມີນານີ້ ທ່ານອາເປ ຊິນໂຈ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ໂທລະສັບລົມກັບທ່ານບາເຮີ ປະທານຄະນະກຳມະການໂອລິມປິກສາກົນກ່ຽວກັບບັນຫາງານມະຫະກຳກິລາໂອລິມປິກແລະງານກິລາໂອລິມປິກຄົນພິການ ໂດຍອີງຕາມຂ່າວສານຍີ່ປຸ່ນແຈ້ງວ່າ, ທັງສອງທ່ານໄດ້ລົມກັນກ່ຽວກັບບັນຫາການກະກຽມຂອງນັກກິລາທີ່ຈະຮ່ວມງານ ແລະບັນຫາອື່ນໆ, ແລ້ວຕົກລົງແຜນການເລື່ອນເວລາຈັດງານມະຫະກຳກິລາໂອລິມປິກໂຕກຽວ ແລະ ງານກິລາໂອລິມປິກຄົນພິການໃຫ້ໄປອີກຫນຶ່ງປີ ຄືໃຫ້ຈັດຂຶ້ນບໍ່ຊ້າກວ່າລະດູຮ້ອນປີ 2021 ແຕ່ຍັງຈະຮັກສາຊື່ເອີ້ນເກົ່າຄື: ງານມະຫະກຳກິລາໂອລິມປິກແລະງານໂອລິມປິກຄົນພິການໂຕກຽວ 2020.

ຄຳ​ເຫັນ

0