秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດກອງປະຊຸມລະດັບລັດຖະມົນຕີການເງິນ ແລະຜູ້ອໍານວຍການທະນາຄານກາງຂອງປະເທດກຸ່ມ G20 ຜ່ານທາງວີດີໂອ

2020-03-24 15:18:24 cri

ວັນທີ 23 ມີນານີ້, ລັດຖະມົນຕີການເງິນ ແລະຜູ້ອໍານວຍການທະນາຄານສູນກາງຂອງປະເທດກຸ່ມ G20 ໄດ້ຈັດກອງປະຊຸມຜ່ານທາງວີດີໂອ, ໄດ້ປຶກສາຫາລືກ່ຽວກັບຜົນກະທົບຂອງການແຜ່ລະບາດເຊື້ອໂຄວິດ-19 ທີ່ມີຕໍ່ເສດຖະກິດໂລກ, ໂດຍເຫັນດີປະສານສົມທົບການເຄື່ອນໄຫວ ເພື່ອຮ່ວມກັນຮັບມືກັບການແຜ່ລະບາດເຊື້ອໂຄວິດ-19ທີ່ເປັນການທ້າທາຍຕໍ່ທົ່ວໂລກ.

ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນພາຍໃຕ້ການເປັນປະທານຂອງປະເທດອາລາບີຊາອູດິດ ເຊິ່ງເປັນປະເທດປະທານໝູນວຽນຂອງກຸ່ມ G20 ໂດຍທ່ານໂມຮາເມັດ ອານ-ຈາດານ, ລັດຖະມົນຕີກະຊວງການເງິນປະເທດອາລາບີຊາອູດິດກ່າວວ່າ, ການແຜ່ລະບາດເຊື້ອໂຄວິດ-19 ໄດ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດໂລກ, ເຮັດໃຫ້ອະນາຄົດຂອງເສດຖະກິດໂລກເຊື່ອມໂຊມລົງຢ່າງຮ້າຍແຮງ. ກຸ່ມ G20 ມີຄວາມຈໍາເປັນຕ້ອງເພີ່ມທະວີການຮ່ວມມື, ເດັດດ່ຽວປະຕິບັດມາດຕະການໂດຍມີການປະສານສົມທົບກັນ, ໃຫ້ການສະໜັບສະໜູນແກ່ບຸກຄົນ ແລະວິສາຫະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດ, ຮັກສາຄວາມໝັ້ນທ່ຽງຂອງເສດຖະກິດທົ່ວໂລກ ແລະຕະຫຼາດການທະນາຄານ, ຟື້ນຟູຄວາມໝັ້ນໃຈ ແລະປ້ອງກັນບໍ່ໃຫ້ກະທົບຕໍ່ເສດຖະກິດເປັນເວລາຍາວນານ.

ຄຳ​ເຫັນ

0