赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານລາວກຽມພ້ອມທຸກສະຖານະການ ສໍາລັບແຮງງານລາວທີ່ກັບມາຈາກໄທ

2020-03-25 12:40:33 cri

图片默认标题_fororder_webwxgetmsgimg

CRI: ຕາມການລາຍງານຂອງກະຊວງສະທາລະນະສຸກ ໃນວັນທີ 24 ມີນາ 2020 ນີ້ວ່າ ລັດຖະບານລາວໄດ້ມີການກະກຽມຫຼາຍມາດຕະການຮັບມືກັບແຮງງານລາວທີ່ກໍາລັງກັບມາຈາກປະເທດໄທຢ່າງຫຼວງຫຼາຍ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19.

ທ່ານ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ປັດຈຸບັນປະເທດລາວມີຜູ້ຕິດເຊື້ອ 2 ຄົນແລ້ວ ແລະຄາດວ່າອາດ ຈະມີຜູ້ຕິດເຊື້ອເພີ່ມຂຶ້ນໃນຕໍ່ໜ້າ, ໃນນັ້ນ ກຸ່ມສ່ຽງທີ່ອາດຈະເປັນຕົວແຜ່ເຊື້ອພະຍາດໂຄວິດ-19 ນັ້ນ ລວມທັງແຮງງານລາວຫຼາຍຄົນທີ່ກໍາລັງກັບມາຈາກປະເທດໄທໃນໄລຍະນີ້ ເຊິ່ງກໍ່ເປັນປະເທດໜຶ່ງ ທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19. ສະນັ້ນ ປະເທດລາວກໍ່ໄດ້ ໃຊ້ມາດຕະການປ້ອງກັນ ເບື້ອງຕົ້ນ ຄື ມີການກວດອຸນຫະພູມ ຖ້າຫາກພົບວ່າຜູ້ໃດມີອາການໄຂ້ກໍ່ຈະນໍາສົ່ງໂຮງໝໍ, ແຍກ ປ່ຽວ ແລະກວດຫາເຊື້ອ 2 ຄັ້ງ ແລະຖ້າບໍ່ພົບເຊື້ອຈຶ່ງສາມາດໃຫ້ກັບບ້ານ ແລະກັກບໍລິເວນ ໂດຍຕິດຕາມຕົວເອງຈົນເຖິງ 14 ວັນ ພ້ອມທັງໃຫ້ຄໍາແນະນໍາ ແລະໃຫ້ຄູ່ມືປ້ອງກັນຢ່າງລະອຽດ. ນອກນີ້, ຖ້າຫາກມີການລະບາດເກີດຂຶ້ນຈົນລົ້ນໂຮງໝໍ ລັດຖະບານກໍ່ໄດ້ກໍານົດເອົາໂຮງຮຽນ ທິດສະດີການປົກຄອງນະຄອນຫຼວງ ບ້ານໜອງບົວທອງ ແລະສະໜາມກີລາຫຼັກ 16 ໄວ້ເປັນສະຖານ ທີ່ຕິດຕາມກໍລະນີສົງໄສ ແລະລໍຖ້າຜົນກວດ, ຖ້າມີຈໍານວນຫຼາຍຂຶ້ນກໍ່ສາມາດເຮັດເປັນບ່ອນປິ່ນ ປົວໄດ້ ຕາມລະດັບອາການຂອງຄົນເຈັບ, ພ້ອມດຽວກັນນີ້, ກະຊວງສາທາລະນະສຸກຍັງມີຊ່ຽວຊານ ແລະທິມແພດສະເພາະທີ່ຖືກຝຶກອົບຮົມທາງດ້ານການປິ່ນປົວ ຕາມປະສົບການ ແລະບົດຮຽນຂອງ ຈີນ ແລະຕ່າງປະເທດ. ສ່ວນມາດຕະການທີ່ເຂັ້ມງວດ ສໍາລັບຜູູ້ທີ່ຖືກໃຫ້ຕິດຕາມຕົນເອງຢູ່ເຮືອນ ຫຼືທີ່ຢູ່ຂອງຕົນເອງ ແມ່ນມອບໃຫ້ຄະນະກໍາມະການສາທາລະນະສຸກຂັ້ນບ້ານສົມທົບອຳນາດ ການປົກຄອງທ້ອງຖິ່ນ ຕ້ອງມີທີມແພດ ຫຼືອາສາສະໝັກ ເກັບກໍາຈໍານວນແຮງງານທີ່ກັບມາຈາກ ຕ່າງປະເທດ ເພື່ອເຝົ້າລະວັງ, ຕິດຕາມຢ່າງເຄັ່ງຄັດຈົນເຖິງ 14 ວັນ ພ້ອມທັງລາຍງານສະພາບ ຂອງພວກເຂົາຢ່າງລະອຽດ ດ້ວຍຄວາມຮັບຜິດຊອບສູງ.

 

ຄຳ​ເຫັນ

0