秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອູຮັ້ນຟື້ນຟູການບໍລິການດ້ານການຂົນສົ່ງໂດຍສານພາຍໃນເມືອງຈໍານວນ 100 ກວ່າຖ້ຽວ

2020-03-25 13:28:27 cri

ເພື່ອແກ້ໄຂບັນຫາຈະລາຈອນຂອງຄົນທີ່ມານະຄອນອູຮັ້ນ ແລະແຂວງຫູເປີຍ ແລະຄົນທີ່ຟື້ນຟູການເຮັດວຽກ, ນັບແຕ່ວັນທີ 25 ມີນານີ້ເປັນຕົ້ນໄປ, ນະຄອນອູຮັ້ນຟື້ນຟູການບໍລິການລົດເມຈໍານວນ 117 ຖ້ຽວ ແລະນັບແຕ່ວັນທີ 28 ມີນານີ້ເປັນຕົ້ນໄປ ຈະຟື້ນຟູລົດໄຟໃຕ້ດິນຈໍານວນ 6 ຖ້ຽວ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມຄົມມະນາຄົມຂົນສົ່ງນະຄອນອູຮັ້ນກ່າວວ່າ, ເມື່ອຂີ່ລົດເມ ແລະລົດໄຟໃຕ້ດິນ ຜູ້ໂດຍສານຕ້ອງໃສ່ຜ້າປິດປາກ ແລະຕໍ່ ແຖວເພື່ອແທກອຸນຫະພູມ, ຕ້ອງຈົດທະບຽນດ້ວຍຊື່ຈິງ ແລະສະແກນ QR Code ຕາມຂໍ້ກໍານົດດ້ານຄວາມປອດໄພ. ນອກນີ້, ເພື່ອຫຼຸດຄວາມສ່ຽງຂອງກຸ່ມຄົນທີ່ຕິດເຊື້ອງ່າຍ, ນະຄອນອູຮັ້ນໄດ້ສົ່ງເສີມຜູ້ເຖົ້າທີ່ມີອາຍຸ 65 ປີຂຶ້ນໄປ ແລະຄົນທີ່ບໍ່ມີຄວາມຈໍາເປັນຕ້ອງອອກເດີນທາງ ຢ່າອອກເດີນທາງດ້ວຍພາຫະນະສາທາລະນະຕ່າງໆ ເຊັ່ນລົດເມ ແລະລົດໄຟໃຕ້ດິນ.

ຄຳ​ເຫັນ

0