蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດ່ວນ! ທ່ານ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຕິບັດຕາມແຈ້ງການ ແລະ ລະບຽບວິໄນຢ່າງເຄັ່ງຄັດເພື່ອຕ້ານໂຄວິດ

2020-03-25 15:31:10 CRI

ເວລາ 12:30 ຍາທີຂອງວັນທີ 25 ມີນາ ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະສະເພາະກິດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກຽວກັບການລະບາດຂອງເຊື້ອ ໂຄວິດ-19 ໃນນັ້ນ ມີຜູ້ຕິດເຊື້ອ 2 ຄົນ, ລັດຖະບານຈະເພີ່ມມາດຕະການເຂັ້ມງວດຄື:


 1 .ຈະເພີ່ມທະວີຕິດຕາມແຮງງານທີ່ກັບມາຈາກປະເທດເພື່ອນບ້ານເພື່ອຄຸ້ມຄອງໃຫ້ເຂັ້ມງວດກັກຕົນເອງ ພາຍໃນ14ວັນ;

2.ຂໍໃຫ້ປະຕິບັດຫລັກການຕົນເອງຕາມຫລັກການແພດວາງອອກ ແລະ ກວດກາເປັນປົກກະຕິ;

3.ໃຫ້ທຸກພາກສ່ວນ ຕິດຕາມການເຄື່ອນໄຫວຂອງສຳນັກງານໃຫ້ຢຸດຕິການປະຊຸມ ແລະ ການຊຸມນຸມຈຳນວນຫລາຍ ຖ້າມີຄວາມສາມາດເຮັດວຽກຢູ່ເຮືອນ ຜ່ານອອນລາຍ ກໍໃຫ້ຈັດຕັ້ງປະຕິບັດໄດ້;

4.ການເດີນທາງໄປມາລະຫວ່າງກັນຄື ບ້ານຕໍ່ບ້ານ; ເມືອງຕໍ່ເມືອງ ຫລືຕໍ່ສຳນັກງານແມ່ນໃຫ້ຫລຸດຜ່ອນໂດຍການ ໂທລະສັບຫາກັນ;

5.ຖ້າພົບອາການຜິດປົກກະຕິໃຫ້ຮີບຮ້ອນໂທຫາແພດຈາກສາຍດ່ວນ 166;

6.ຄະນະສະເພາະກິດຈະໄດ້ອອກຂໍ້ກຳນົດຕື່ມອີກເພື່ອໃຫ້ສັງຄົມປະຕິບັດຢ່າງເຂັ້ມງວດ ທັງນີ້ກໍເພື່ອປົກປັກຮັກສາ ຊິວິດປະຊາຊົນ ແລະ ຮຽກຮ້ອງ ສັງຄົມໃຫ້ຮ່ວມມືກັນ.

 

ຄຳ​ເຫັນ

0