徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວົງ​ການ​ຕ່າງໆ​ອາ​ເມ​ລິ​ກາ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ທ່ານ​ໂດ​ນານ ທຣຳ​ທີ່​ພິມີ​ແຜນ​ຈະ​ຫຼຸ່ດ​ຜ່ອນມາດ​ຕະ​ການ​ການ​​ການຄວບ​ຄຸມໃນ​ການ​ຕ້ານ​ພະ​ຍາດ

2020-03-25 15:39:14 cri

ຕາມ​ຂ່າວcri: ຕອ​ນ​ທ່ຽງ​ວັນ​ທີ 24 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ໂດ​ນານ ທຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ໂທ​ລະ​ພາບ​ໂຟ​ຄ​ສ໌ວ່າ, ທ່ານ​ກຳ​ລັງ​ພິ​ຈາ​ລະ​ນາ​ກ່ຽວ​ກັບການ​ຫຼຸດ​ຜ່ອນ​ການ​ການ​ຄວບ​ຄຸມຕໍ່​ພະ​ຍາດ, ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ບັນ​ລຸ​ການ “ເປີດ​ປະ​ຕູ”ກ່ອນ​ກາງ​ເດືອນ​ເມ​ສາ​ໜ້າ​ນີ້. ຫຼັງ​ຈາກ​ທ່ານ​ກ່າວ​ຄຳ​ເວົ້າ​ດັ່ງ​ກ່າວ​ແລ້ວ, ​ໄດ້​ຖືກວົງ​ການ​ຕ່າງໆ​ຂອງ​ອາ​ເມ​ລິ​ກາຄັດ​ຄ້ານ​ຢ່າງ​ຮຸນ​ແຮງ.

 

ທ່ານນາງ ນັນ​ຊີ ເປ​ໂລ​ຊີ, ປະ​ທານ​ສະ​ພາ​ຕ່ຳ​ຂອ​ງ​ລັດ​ຖະ​ສະ​ພາອາ​ເມ​ລິ​ກາ​ກ່າວ​ວ່າ, ທ່ານ​ທ​ຣຳ​ຄວນ​ຮັບ​ຟັງ​ຂໍ້​ສະ​ເໜີ​ຂອງ​ນັກ​ວິ​ທະ​ຍາ​ສາດ, ໃນ​ເວ​ລາປະ​ກອບ​ຄຳ​ເຫັນຄວນ​ເຄົ​າ​ລົບ​​ວິ​ທະ​ຍາ​ສາດ, ແລະ​ມີ​ຫຼັກ​ອ້າງ​ອີງ”. ທ່ານ​ໂຈ​ເຊ​ຟ  ບິ​ເດນ, ຜູ້​ສະ​ໝັກ​ຮັບ​ເລື​ອກ​ຕັ້ງ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ກ່າວ​ວ່າ: “ທ່ານ​ໂດ​ນານ ທ​ຣຳ​ຢ່າ​ເວົ້າ​ອີກ​ແລ້ວ, ຈົ່ງ​ຟັງ​ຊ່ຽວ​ຊານ​ການ​ແພດ​ເວົ້າ​ແດ່”.

 

ທ່ານ​ບິສ ເກ​ສ, ຜູ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ໄມ​ໂຄຼ​ເວັ​ຟ​ກ່າວ​ວ່າ, ການຕົກ​ລົງໃຫ້​ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ຢ່າງ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ​ແມ່ນ​ບໍ່​ຮັບ​ຜິດ​ຊອບ. ສຳ​ລັບ​ອາ​ເມ​ລິ​ກາ, ການ​ປະ​ຕິ​ບັດ​ການ​ແຍກ​ປ່ຽນ​ເປັນ​ເວ​ລາ 6 ຫາ 8 ອາ​ທິດ​ແມ່ນ​ການ​ເລືອກ​ພຽງ​ອັນ​ດຽວ​ເພື່ອ​ສະ​ກັດ​ກັ້ນ​ການ​ລະ​ບາດ​ເຊື້ອພະ​ຍາດ.

 

ທ່ານ​ໂດ​ນານ ທ​ຣຳ​ເຫັນວ່າ, “ຢຸດ​ເຊົາ​ວຽກ​ງານ​ຕ່າງໆ”ໃນ​ທົ່ວ​ປະ​ເທດ​ມີ​ຜົນ​ກະ​ທົບ​ເປັນໄລ​ຍະ​ຍາວ​ນານຕໍ່​ເສດ​ຖະ​ກິດຫຼາຍກວ່າ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ, ແຕ່​ວ່າ, ຖະ​ໜົນ​ວໍສ​ຕ​ຣີ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງທີ່​ສຸດ​ຈາກ​ສະ​ພາບ​ພະ​ຍາດ​ກໍ​ບໍ່​ເຫັນ​ດີ​ທ່ານ​ທ​ຣຳ​ນີ້. ນັກ​ວິ​ເຄ​າ​ະ​ຂອງ​ບໍ​ລິ​ສັດ​ໂມ​​ແກນ ສະ​ແດນ​ລີ​​ເຕືອນ​ໃນ​ວັນ​ທີ 24 ມີ​ນາ​ນີ້​ວ່າ, ຖ້າ​ວ່າ​ທຳ​ນຽບ​ຂາວ​ໄດ້​ຫຼຸດ​ຜ່ອນ​ມາດ​ຕະ​ການ​ກ່ອນ​ກຳ​ນົດ, ອາດ​ຈະ​ເຮັດ​ໃຫ້​ຈຳ​ນວນ​ຄົນ​​ທີ່​ຕິດ​ພະ​ຍາດ​ເພີ່​ມ​ຂຶ້​ນ​ຢ່າງວ່ອງ​ໄວ, ຫຼື​ເຮັດ​ໃຫ້​ກະ​ແສ​ສູງ​ສຸດ​ຂອງ​ຈຳ​ນວນ​ຄົນ​ຕິດ​ພະ​ຍາດ​ໄດ້​ມາ​​ຊ້າກວ່າ​ກ່ຽວ​ນີ້.

 

ຄຳ​ເຫັນ

0