莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຸ່ມ 7 ປະ​ເທດ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ຟື້ນ​ຟູ​ຄວາມ​ໝັ້ນ​ໃຈ​ແລະ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ

2020-03-25 14:01:03 cri

ວັນ​ທີ 24 ມີ​ນານີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ແລະຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ກາງ​ຂອງ​ກຸ່ມ 7 ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ວ່າ: ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ທາງ​ລົບ​ຍ້ອນ​​ພະ​ຍາດ​ໂຄວິດ-19, ກຸ່ມ 7 ປະ​ເທດ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ທັງ​ໝົດ​ມາ​ຟື້ນ​ຟູ​ຄວາມ​ໝັ້ນ​ໃຈ​ແລະ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ, ​ແລະຮັກ​ສາ​ລະ​ບົບ​ການ​ປະ​ກອບ​ອາ​ຊີບ ວິ​ສາ​ຫະ​ກິດ ແລະ​ການ​ທະ​ນາ​ຄານ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ກຸ່ມ 7 ປະ​ເທດ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ດ້ານ​ການ​ເງິນ​ທີ່​ຈຳ​ເປັນ ເພື່ອ​ຊ່ວຍ​ຊູ​ຍູ້​ໜູນ​ໃຫ້​ເສດ​ຖະ​ກິດ​ຟື້ນ​ຟູ​ຢ່າງວ່ອງ​ໄວ, ແລະ​ສະ​ເໜີ​ໃຫ້​ປະ​ເທດ​ທັງ​ໝົດ​ໃຊ້​ການ​ກະ​ທຳ ໃຫ້​ການ​ສະ​ໜັບ​ສະ​ໜູນ​ແບບ​ຈໍ​ລະ​ຈອນ ແລະ​ເປີດກວ້າງ​ຂະ​ໜາດ​ການ​ເງິນ, ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ເສດ​ຖະ​ກິດ​ຍ້ອນ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19. ພ້ອມ​ກັນ​ນັ້ນ, ທະ​ນ​າ​ຄານ​ກາງ​ຂອງ​ບັນ​ດາ​ສະ​ມາ​ຊິກ​ໃນ​ກຸ່ມ 7 ປະ​ເທດ ພວມ​ໃຊ້​ການ​ເຄື່ອນ​ໄຫວ​ພິ​ເສດ ປະ​ຕິ​ບັດ​​ນະ​ໂຍ​ບາຍ​ແລະມາດ​ຕະ​ການ​ເງິນ​ຕາຢ່າງ​ຮອບ​ດ້ານ, ສະ​ໜັບ​ສະ​ໜູນ​​ຄວາມ​ໝັ້ນ​ຄົງ​ດ້ານເສດ​ຖະ​ກິດ​ແລະ​ການ​ທະ​ນາ​ຄານ, ປັບ​ປຸງ​ລັກ​ສະ​ນະ​ຈໍ​ລະ​ຈອນ​​ຂອງລະ​ບົບ​ການ​ທະ​ນາ​ຄານ​ແລະ​ບົດ​ບາດ​ຂອງ​ຕະຫຼາດກວມ​ລວມ.

ສະ​ມາ​ຊິກ​ກຸ່ມ 7 ປະ​ເທດ​ມີ ອາ​ເມ​ຣິ​ກາ ອັງ​ກິດ ກາ​ນາ​ດາ ຟ​ຣັ່ງ ເຢຍ​ລະ​ມັນ ອີ​ຕາ​ລີ ແລະ​ຍີ່​ປຸ່ນ.

ຄຳ​ເຫັນ

0