蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ພົບກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄ​ວິດ-19 ເຖິງ 53268 ກໍ​ລະ​ນີ

2020-03-25 13:59:35 CRI

     ຕາມ​ຂໍ້​ມູນ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນສ໌ ຮົບ​ຄິນ​ສ໌(Johns Hopkins University)ຂອງ​ອາ​ເມ​ຣິ​ກາ, ນັບ​ມາ​ຮອດ​ເວ​ລາ 17:40 ຂອງວັນ​ທີ 24 ມີ​ນານີ້ ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ອາ​ເມ​ຣິ​ກາ, ອາ​ເມ​ຣິ​ກາ​ໄດ້​ກວດ​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເຖິງ 53268 ກໍ​ລະ​ນີ, ເສຍ​ຊີ​ວິດ 696 ຄົນ, ໄດ້​ມີ​ກໍ​ລະ​ນີ​ເພີ່ມ​ຂຶ້ນ​ໃໝ່​ຫຼາຍກວ່າ 10 ພັນ​ກໍ​ລະ​ນີ​ເປັນ 2 ມື້​ລຽນ​ຕິດ​ແລ້ວ.

     ວັນ​ທີ 24 ມີ​ນານີ້, ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາແຈ້ງ​ຂ່າວ​ວ່າ: ປະ​ຈຸ​ບັນ, ຢູ່​ອາ​ເມ​ຣິ​ກາ, ມີກໍ​ລະ​ນີ​ທີ່ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດຈຳ​ນວນ 56% ແລະ​ກໍ​ລະ​ນີ​ທີ່ເພີ່ມ​ຂຶ້ນ​ໃໝ່ຈຳ​ນວນ 60% ແມ່ນ​ມາ​ຈາກເຂດເທດ​ສະ​ບານ​ລັດ​ນິວຢອກ. ອົງ​ການ​ປົກ​ຄອງ​ລັດ​ນິວຢອກ​ໄດ້​ກຽມ​ພ້ອມເຄື່ອງ​ຊ່ວຍ​ຫາຍ​ໃຈ 7000 ໜ່ວຍ, ແຕ່​ຕາມ​ການ​ຄາດ​ຄະ​ເນ​ໃນ​ປະ​ຈຸ​ບັນຢ່າງ​ໜ້ອຍ​ຕ້ອງ​ການ 30000 ໜ່ວຍ.

     ນອກ​ນີ້, ຕາມ​ໜັງ​ສື​ພິມ“ລົ​ສ ອັນ​ເຈ​ເລັ​ສ ທາຍ​ມ”ຂອງ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ: ຢູ່​ລັດ​ກາ​ລິ​ຟໍ​ເນຍ​ທີ່​ປະ​ສົບ​ການ​ລະ​ບາດ​ພະ​ຍາດ​ຢ່າງ​ໜັກ​ໜ່ວງ, ຂໍ້​ມູນ​ຈາກ​ຝ່າຍ​ທາງ​ການສະ​ແດງ​ໃຫ້​ເຫັນ​ວ່າ: ຄວາມ​ສາ​ມາດ​ໃນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ດັ່ງ​ກ່າວ​ຕ່ຳ​ກວ່າ​ລັດ​ນິວ​ຢອກ​ແລະ​ລັດ​ອື່ນໆ​ຢ່າງ​ຫຼວງ​ຫຼາຍ. ປະ​ຈຸ​ບັນ​, ຢູ່​ລັດ​ກາ​ລິ​ຟໍ​ເນຍ, ຢ່າງ​ໜ້ອຍ​ມີຫ້ອງ​ທົດ​ລອງ​ຂອງ​ລັດ 22 ແຫ່ງ ໂຮງ​ໝໍ 7 ແຫ່ງ​ ແລະ​ອົງ​ການ​ເອ​ກະ​ຊົນ 2 ແຫ່ງ​ສາ​ມາດກວດ​ຫາເຊື້ອ​ໂຄວິດ-19 ໄດ້, ແຕ່​ປະ​ຊາ​ຊົນ​ລັດ​ກາ​ນິ​ຟໍ​ເນຍຍັງບໍ່​ທັນຮູ້​ຄັກ​ແນ່​ວ່າ ຄວນ​ໄປ​ກວດ​ຫາ​ເຊື້ອຢູ່​ສະ​ຖານ​ທີ່​ກວດເຫຼົ່າ​ນີ້ແນວ​ໃດ ຍ້ອນ​ວ່າ​ອົງ​ການ​ປົກ​ຄອງ​ລັດ​ດັ່​ງ​ກ່າວບໍ່​ໄດ້​ແຈ້ງ​ຂ່າວ​ກ່ຽວ​ກັບ​ການກວດ​ຫາ​ເຊື້ອ​ຢ່າງ​ລະ​ອຽດ​ເຕັມ​ທີ່.

ຄຳ​ເຫັນ

0