蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍ​ປະ​ເທດ​ອາ​ຊີຍົກ​ລະ​ດັບ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃຫ້​ສູງ​ຂຶ້ນ

2020-03-25 13:42:43 CRI

     ຂໍ້​ມູນ​ສະ​ຖິ​ຕິ​ຫຼ້າ​ສຸດ​ຈາກ​ອົງ​ກາ​ນ​ອະ​ນາ​ໄມ​ໂລກ​ຫຼື WHO ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ເວ​ລາ 18 ໂມງ​ຂອງວັນ​ທີ 24 ມີ​ນານີ້ ຕາມ​ເວ​ລາ​ພາກ​ກາງ​ເອີ​ຣົບ, ໃນ​ທົ່ວ​ໂລກ​ໄດ້​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ອັກ​ເສບ​ປອດ​ໂຄວິດ-19 ລວມ 3 ແສນ 75 ພັນ 498 ກໍ​ລະ​ນີ, ເສຍ​ຊີ​ວິດ 16362 ກໍ​ລະ​ນີ, ປະ​ຈຸ​ບັນ, ໄດ້​ມີ 195 ປະ​ເທດແລະ​ເຂດ​ແຄວ້ນ​ໃນ​ໂລກພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ. ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ, ປະ​ເທດ​ຕ່າງໆ​ໃນ​ອາ​ຊີ​ພາ​ກັນ​ໃຊ້​ມາດ​ຕະ​ການ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ໃນ​ວົງ​ກວ້າງ​ຢ່າງ​ຕັ້ງ​ໜ້າ.

     ຕອນ​ຄ່ຳ​ວັນ​ທີ 24 ມີ​ນານີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາ​ເຣນດ​ຣາ ດາ​ໂມ​ດາ​ດັ​ສ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ທົ່ວ​ປະ​ເທດ ໂດຍ​ປະ​ກາດ​ວ່າ, ນັບ​ແຕ່​ເວ​ລາ 0 ໂມງ​ຂອງ​ວັນ​ທີ 25 ມີ​ນານີ້​ເປັນ​ຕົ້ນ​ໄປ, ອິນ​ເດຍ​ຈະ​ປິດ​ປະ​ເທດ​ຢ່າງ​ຮອບ​ດ້ານ​ເປັນ​ເວ​ລາ 21 ມື້. ຖ້າບໍ່​ມີ​ວຽກ​ດ່ວນ, ບໍ່​ໃຫ້​ປະ​ຊາ​ຊົນ​ອອກ​ໄປ​ນອກ, ໂຮງ​ຮຽນ ໂຮງ​ງານ ສະ​ຖານ​ທີ່​ເຮັດ​ວຽກ ຮ້ານ​ຄ້າ ຮ້ານ​ອາ​ຫານ ຮ້ານ​ບັນ​ເທີງ ແລະ​ສະ​ຖານ​ທີ່​ອື່ນໆ​ໃຫ້ປິດ​ທັງ​ໝົດ, ພາ​ຫະ​ນະ​ສາ​ທາ​ລະ​ນະ​ຕ່າງໆ​ ເຊັ່ນ: ລົດ​ເມ ລົດ​ໄຟ້​ໃຕ້​ດິນ ສາຍ​ກາ​ນ​ບິນ ແລະ​ອື່ນໆ​ກໍ​ຢຸດ​ຕິ​ການ​ບໍ​ລິ​ການ​ຊົ່ວ​ຄາວ, ພຽງແຕ່​ຮັກ​ສາ​ພາ​ຫະ​ນະ​ຂົນ​ສົ່ງ​ສ່ວນ​ໜຶ່ງເພື່ອ​ຮັບ​ໃຊ້​ພະ​ນັກ​ງານ​ທີ່​ປະ​ຕິ​ບັດ​ວຽກ​ງານ​ສຸກ​ເສີນ​ເຊັ່ນ​ແພດ​ໝໍ​ເປັນ​ຕົ້ນ.

     ວັນ​ທີ 24 ມີ​ນານີ້​ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຮາ​ຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ກ່າວ​ໃນ​ກອງ​ປະ​ຊຸມ​ສຳ​ນັກ​ງານ​ໃຫຍ່​ຕ້ານ​ພະ​ຍາດ​ໂຄວິດ-19 ວ່າ: ຈຳ​ນວນ​ກໍ​ລະ​ນີທີ່​ຮັບ​ການ​ປິ່ນ​ປົວ​ແລະເສ​ຍ​ຊີ​ວິດ​ຢູ່ໂຮງ​ໝໍ​ຫຼາຍ​ແຂວງຂອງ​ອີ​ຣານໄດ້​ຫຼຸດ​ໜ້ອ​ຍ​ລົງ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ມາດ​ຕະ​ການ​ທີ່​ໃຊ້​ໃນ​ປະ​ຈຸ​ບັນ​ມີ​ປະ​ສິດ​ທິ​ຜົນ​ໃນ​ລະ​ດັບ​ໃດ​ໜຶ່ງ. ເພື່ອ​ສືບ​ຕໍ່​ຕັດ​ຊ່ອງ​ທາງ​ແຜ່​ລະ​ບາດ​ພະ​ຍາດ, ທ່ານ​ຣູ​ຮາ​ນີ​ກ່າວ​ເນັ້ນ​ວ່າ: ຄົນ​ທັງ​ຫຼາຍ​ຕ້ອງ​ສືບ​ຕໍ່​ຫຼຸດ​ຈົນ​ກວ່າ​ຫຼີກ​ເວັ້ນ​ການ​ອອ​ກ​ເດີນ​ທາງ ຈົນ​ຮອດ​ຍາມ​ພັກ​ປີ​ໃໝ່​ໄດ້​ສິ້ນ​ສຸດ​ລົງ, ຄື​ວັນ​ທີ 19 ເມ​ສາ.

     ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 25 ມີ​ນານີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກາ​ຕາ​ປະ​ກາດ​ວ່າ: ພາກ​ສ່ວນ​ທີ່​ກ່​ຽວ​ຂ້ອງ​ຂອງ​ກາ​ຕາ​ໄດ້​ຈັບ​ຕົວ​ຜູ້​ທີ່​ລະ​ເມີດ​ກົດ​ຂໍ້​ກຳ​ນົດກ່ຽວ​ກັບ​ການ​ກັກ​ບໍ​ລິ​ເວນ​ຕົນ​ເອງ​ຢູ່​ໃນ​ເຮືອນຈຳ​ນວນ 10 ຄົນໃນ​ວັນ​ທີ 24 ມີ​ນານີ້, ຄົນ​ເຫຼົ່າ​ນີ້​ຈະ​ຖືກ​ລົງ​ໂທດ​ຕາມ​ກົດ​ໝາຍທີ່​ກ່ຽວ​ຂ້ອງ. ໃນ 5 ມື້​ຜ່ານ​ມານີ້, ພາກ​ສ່ວນ​ຕ່າງໆ​ຂອງລັດ​ຖະ​ບານ​ກາ​ຕາໄດ້​ຈັບ​ຕົວ​ຜູ້​ທີ່​ລະ​ເມີດ​ກົດ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ກັກ​ບໍ​ລິ​ເວນ​ຕົນ​ເອງ​ຢູ່​ໃນ​ເຮືອນ​ລວມ 45 ຄົນແລ້ວ.

ຄຳ​ເຫັນ

0