赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເທດລາວມີຄົນຕິດເຊື້ອໂຄວິດ-19 ຈາກ 2 ເປັນ 3 ຄົນແລ້ວ

2020-03-26 12:54:22 cri

图片默认标题_fororder_webwxgetmsgimg

图片默认标题_fororder_webwxgetmsgimg (1)

CRI: ຫຼ້າສຸດວັນທີ 25 ມີນາ 2020 ນີ້ ກະຊວງສາທາລະນະສຸກລາຍ ງານວ່າ ມີຕົວເລກຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມຂຶ້ນອີກ 1 ຄົນ ເປັນ 3 ຄົນແລ້ວ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະ ສຸກ ຫົວໜ້າກອງເລຂາຄະນະສະເພາະກິດ ລາຍງານວ່າ: ມາເຖິງປະຈຸບັນນີ້ ປະເທດລາວມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 1 ຄົນ ຊື່ທ້າວ ເຈມບອນ ອາຍຸ 26 ປີ, ນັກທຸລະກິດ ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີປະຫວັດການເດີນທາງໄປຝຼັ່ງ ໃນທ້າຍເດືອນກຸມພາທີ່ ຜ່ານມາ ແລະກັບມາປະເທດ, ຕໍ່ມາມີອາການໄຂ້, ໄອ ແລະເຂົ້າໄປກວດຢູ່ ໂຮງໝໍ ແຕ່ບໍ່ພົບເຊື້ອ ແລະໄດ້ຮັກສາໂຕຫາຍດີ, ຕໍ່ມາວັນທີ 19 ມີນາ ຜູ້ກ່ຽວໄດ້ພົວພັນໃກ້ຊິດ ແລະສໍາພັດກັບທ້າວ ສິລິສັກ ພະນັກງານ ຄຼາວພາ ຊາ (ຜູ້ຖືກຢືນຢັນຕິດເຊື້ອໂຄວິດ-19 ໃນວັນທີ 23 ມີນາ). ມາເຖິງວັນ 24 ມີນາ ຜູ້ກ່ຽວມີອາການເຈັບຄໍ, ໄອ, ຫາຍໃຈຍາກ ແລະໄດ້ເຂົ້າໄປກວດຢູ່ໂຮງ ໝໍມິດຕະພາບ ຜົນກວດອອກມາໃນວັນທີ 25 ແມ່ນຢັ້ງຢືນວ່າຕິດເຊື້ອ ແລະຖືກເຈົ້າໜ້າທີ່ແຍກປ່ຽວ ແລະປິ່ນປົວຢູ່ໂຮງໝໍມິດຕະພາບ.

ທ່ານ ພູທອນ ຍັງບອກຕື່ມວ່າ: ກຸ່ມຄົນທີ່ພົວພັນກັບຜູ້ຕິດເຊື້ອຜູ້ທີ 3 ແມ່ນກໍາລັງດໍາເນີນການກວດສອບຢູ່. ທັງນີ້ ທ່ານ ຍັງຮຽກຮ້ອງໃຫ້ບຸກຄົນ ທີ່ຮູ້ສຶກວ່າເຄີຍໃກ້ຊິດ ແລະສໍາຜັດກັບຜູ້ທີ່ຕິດເຊື້ອຂ້າງເທິງ ຈົ່ງໃຫ້ຄວາມ ຮ່ວມມືໃນຕິດຕາມຕົນເອງຢູ່ທີ່ບ້ານ ຖ້າຫາກມີອາການເປັນໄຂ້ ຫຼືໄອ ຕ້ອງຕິດຕໍ່ໄດຍກົງທີ່ເບີ 166 ຫຼືສາມາດເຂົ້າກວດທີ່ໂຮງໝໍ ທີ່ທາງສາທາກໍາ ນົດໄວ້.

ຄຳ​ເຫັນ

0