赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຈ້ງການຂອງກອງເລຂາຄະນະສະເພາະກິດກະຊວງສາທາ

2020-03-26 13:00:51 cri

图片默认标题_fororder_webwxgetmsgimg (2)

CRI: ໃນຕອນບ່າຍວັນທີ 25 ມີນາ 2020 ນີ້, ກະຊວງສະທາລະນະ ສຸກໄດ້ແຈ້ງກ່ຽວກັບປະຫວັດການເດີນທາງຂອງຜູ້ຕິດເຊື້ອໂຄວິດ-19 ທີ່ໃຊ້ບໍລິການໃນຖ້ຽວບິນຕ່າງໆ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະ ສຸກ ຫົວໜ້າກອງເລຂາຄະນະສະເພາະກິດ ໃຫ້ຮູ້ວ່າ: ຕາມການຕິດ ຕາມ ແລະ ກວດກາພົບຜູ້ທີ່ສໍາຜັດໃກ້ຊິດກັບ 2 ກໍລະນີທີ່ຕິດເຊື້ອໂຄວິດ-19 ໃນວັນທີ 23 ມີນາ ທີ່ຜ່ານມາ ລວມທັງໝົດມີ 133 ຄົນ ແລະໄດ້ມີການເກັບ ຕົວຢ່າງມາ ກວດຈໍານວນ 13 ກໍລະນີແລ້ວ ແລະຍັງລໍຖ້າຜົນກວດ. ນອກນີ້ ສໍາລັບຜູ້ທີ່ໃກ້ ຊິດກັບພະນັກງານນໍາທ່ຽວ ນາງ ກົງສິນ (ຜູ້ຖືກຢືນຢັນວ່າ ຕິດເຊື້ອໂຄວິດ-19 ໃນວັນທີ 23 ມີນາ) ມີທັງໝົດ 8 ຄົນເຊິ່ງໄດ້ແຍກ ປ່ຽວຢູ່ໂຮງໝໍແຂວງຫຼວງ ພະບາງ.

图片默认标题_fororder_webwxgetmsgimg (3)

ນອກຈາກນີ້ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະລະບາດວິທະຍາ ແຈ້ງຕື່ມວ່າ: ຖ້ຽວບິນຜູ້ທີ່ຕິດເຊື້ອນັ້ນມີ ຖ້ຽວບິນບາງ ກອກ-ວຽງຈັນ ໃນວັນທີ 9 ມີນາ 2020 ຖ້ຽວບິນ TG574 ຫຼວງພະບາງ-ນະ ຄອນຫຼວງວຽງຈັນ; ໃນວັນທີ 21 ມີນາ 2020 ຖ້ຽວບິນ QV 104 ຫຼວງພະ ບາງ-ຊຽມລຽບ; ໃນວັນທີ 11 ມີນາ 2020 ຖ້ຽວບິນ QV 525 ຫຼວງພະ ບາງ-ນະຄອນຫຼວງວຽງຈັນ; ໃນວັນທີ 7 ມີນາ 2020 ຖ້ຽວບິນ TR 350 ແລະ ການເດີນທາງຈາກນະຄອນຫຼວງວຽງຈັນ-ບາງກອກໃນວັນທີ 11 ມີນາ 2020 ຖ້ຽວບິນTG 2573. ສະນັ້ນ ສາທາຈຶ່ງຮຽກຮ້ອງໃຫ້ຜູ້ ທີ່ເຄີຍຮ່ວມ ຖ້ຽວບິນ ນໍາຜູ້ຕິດເຊື້ອ ຈົ່ງຕິດຕາມຕົນເອງຢູ່ບ້ານຢ່າງເຄັ່ງຄັດ ຖ້າຫາກມີອາການໃຫ້ ໂທແຈ້ງ 166 ຫຼືໄປໂຮງໝໍຢ່າງຮີບດ່ວນ. ນອກນັ້ນ ສາທາຍັງແຈ້ງ ເຕືອນຕື່ມອີກວ່າ ຫາກຜູ້ທີ່ຕິດເຊື້ອແລ້ວປິດອໍາໄວ້ ຫຼືມີເຈດຕະນາແຜ່ເຊື້ອ ໃຫ້ຄົນອື່ນແມ່ນຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.

ຄຳ​ເຫັນ

0