尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ G20 ທາງວີດີໂອ ແລະ ສະ ເໜີແຜນການຂອງຈີນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ

2020-03-27 18:37:18 cri

图片默认标题_fororder_微信图片_20200327183011
ຕອນຄໍ່າວັນທີ 26 ມີນານີ້, ທ່່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ຜູ້ນຳປະເທດສະມາຊິກ G20 ທີ່​ຕ່າງ​ເປັນ​ປະ​ເທດ​ໃນເຂດ​ເວລາ​ຕ່າງ​ກັນ ໄດ້ເຂົ້າຮ່ວມກອງປະຊຸມສະໄໝພິເສດທາງວີດີໂອ. ໃນເວລາທີ່ປະເຊີນກັບໄພອັນຕະລາຍຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ, ຜູ້ນຳຂອງບັນດາຝ່າຍໄດ້ດຳເນີນການຕິດຕໍ່ພົວພັນແລະການປະສານງານກັນຢ່າງຮີບດ່ວນ. ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີ “ແຜນການຂອງຈີນ” ໃນກອງປະຊຸມສຸດຍອດຄັ້ງນີ້, ຖືວ່າເປັນການອອກໃບສັ່ງຢາໃຫ້ແກ່ໂລກໃນການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19.

图片默认标题_fororder_微信图片_20200327183021

ນີ້ແມ່ນການຈັດກອງປະຊຸມສຸດຍອດຜູ້ນໍາທາງວີດີໂອເປັນຄັ້ງທໍາອິດໃນປະຫວັດສາດ G20, ທັງເປັນເວທີຫຼາຍຝ່າຍທີ່ໃຫຍ່ແລະສຳຄັນຄັ້ງທຳອິດທີ່ທ່ານ ສີຈິ້ນຜິງ ເຂົ້າຮ່ວມນັບຕັ້ງແຕ່ປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ. G20 ກວມເອົາກຸ່ມເສດຖະກິດທີ່ຈະເລີນແລ້ວແລະກຸ່ມເສດຖະກິດທີ່ຈະເລີນໃໝ່ທີ່ສຳຄັນຂອງໂລກ, ເປັນເວທີໃໝ່ໃນການບໍລິຫານເສດຖະກິດໂລກທີ່ເກີດຂຶ້ນຍ້ອນວິກິດການການເງິນສາກົນປີ 2008.

图片默认标题_fororder_微信图片_20200327183034

ໝາຍພາບ: ສະຖານທີ່ກ່ອນການເລີ່ມຕົ້ນກອງປະຊຸມສຸດຍອດ

ຕອນຄ່ຳວັນທີ 26 ມີນານີ້, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມສຸດຍອດສະໄໝພິເສດພາຍໃຕ້ຫົວຂໍ້ “ຮ່ວມມືກັນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນ” ເຊິ່ງຈະສາມາດເຂົ້າໃຈເຖິງ “ແຜນການຂອງຈີນ” ທີ່ທ່ານສີຈິ້ນຜິງສະເໜີ ໂດຍຜ່ານ 3 ຄຳ​ສັບທີ່ສຳຄັນ.

ຄຳ​ສັບສຳຄັນທີ 1: ເພີ່ມທະວີຄວາມສາມັກຄີ

ທ່ານສີຈິ້ນຜິງ ກ່າວວ່າ: ພະຍາດຕິດແປດໃຫຍ່ແມ່ນສັດຕູຂອງມວນມະນຸດໃນໂລກ. ປັດຈຸບັນ, ສິ່ງທີ່ປະຊາຄົມໂລກຕ້ອງການທີ່ສຸດແມ່ນຕ້ອງຍຶດໝັ້ນຄວາມໝັ້ນໃຈ, ຮ່ວມແຮງຮ່ວມໃຈກັນ ແລະ ສາມັກຄີກັນໃນການຮ່ວມກັນຮັບມື. ໃນເວລາທີ່ປະເຊີນກັບໄພອັນຕະລາຍແບບນີ້, ຄວາມສາມັກຄີຄືພະລັງ. ທ່ານປະທານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມ 4 ຂໍ້ໃນກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້, ຂໍ້ທີ 1 ແມ່ນ: ເດັດດ່ຽວຍຶດໝັ້ນໃນບັ້ນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກໃຫ້ໄດ້ເປັນຢ່າງດີ. ປັດຈຸບັນ, ບັ້ນການຕໍ່ສູ້ປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈີນໄດ້ຮັບໝາກຜົນທີ່ສໍາຄັນເປັນແຕ່ລະໄລຍະ, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈີນທີ່ຖືນະຄອນອູຮັ້ນເປັນສະໜາມຮົບຫຼັກນັ້ນໄດ້ຖືກ​ສະກັດ​ກັ້ນໂດຍພື້ນຖານ. ​ແຕ່ ພະຍາດໂຄວິດ-19 ພວມແຜ່ລະບາດໃນຂອບເຂດທົ່ວໂລກ, ເຮັດໃຫ້ປະຊາຄົມໂລກມີຄວາມກັງວົນທີ່ສຸດ. ສະນັ້ນ, ຈຶ່ງຕ້ອງມີອາວຸດທີ່ມີອານຸພາບທີ່ສຸດ ນັ້ນກໍຄື: ການຮ່ວມມື​ແລະສາມັກຄີກັນ, ເດັດດ່ຽວດຳເນີນການຕໍ່ສູ້ເພື່ອຕ້ານ​ກັບ​ການ​ແຜ່​ລະບາດ​ຂອງໂລກ​ໃຫ້​ປະສົບ​ຜົນສຳ​ເລັດ ຈຶ່ງແມ່ນໜ້າທີ່ອັນຮີບດ່ວນໃນປັດຈຸບັນ.

图片默认标题_fororder_微信图片_20200327183042
ໝາຍພາບ: ວັດຖຸອຸປະກອນທີ່ຈີນໄດ້ໃຫ້ການຊ່ວຍເຫລືອງວດທຳອິດໄດ້ຖືກຂົນສົ່ງໄປເຖິງເອີຣົບແລ້ວ. ຢູ່ດ້ານນອກຂອງເຄື່ອງຊ່ວຍເຫລືອໄດ້ສະລັກເປັນພາສາຝຼັ່ງ, ພາສາ​ໂຮ​ນລັງ ແລະ ພາສາຈີນວ່າ: “ຄວາມສາມັກຄີຄືພະລັງ”.

ຄຳ​ສັບສຳຄັນທີ 2: ເພີ່ມທະວີການຮ່ວມມື

ໂດຍປະເຊີນກັບພະຍາດໂຄວິດ-19 ເຊິ່ງເປັນພະຍາດຕິດແປດໃຫຍ່ ແລະ ພົບ​ເຫັນ​ໜ້ອຍ​ທີ່​ສຸດໃນປະຫວັດສາດຂອງມວນມະນຸດແບບນີ້, ທ່ານສີຈິ້ນຜິງໄດ້ລິເລີ່ມໃນກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ວ່າ: ຄວນດຳເນີນການປ້ອງກັນແລະຄວບຄຸມຮ່ວມກັນໃນລະດັບສາກົນຢ່າງມີປະສິດທິຜົນ. ການປ້ອງກັນແລະຄວບຄຸມຮ່ວມ, ການປ້ອງກັນແລະຄວບຄຸມລວມໝູ່ ກໍເປັນໜຶ່ງໃນເຄື່ອງມືສຳຄັນທີ່ສາມາດຍາດເອົາໄຊຊະນະ​ໃນສົງຄາມທົ່ວປວງຊົນ, ການຕໍ່ສູ້ແບບລວມໝູ່ ແລະ ການຕໍ່ສູ້ທີ່ຖືກຕ້ອງແມ່ນຢຳ ໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈີນ ​ແລະ ຖ້າຢາກເອົາຊະນະໃຫ້ໄດ້ໃນຂອບເຂດທົ່ວໂລກ, “ບັນດາປະເທດກໍ່ຕ້ອງຮ່ວມມືກັນສ້າງເຄືອຂ່າຍປ້ອງກັນແລະຄວບຄຸມຮ່ວມທີ່ສຸຂຸມຮອບຄອບທີ່ສຸດ.”

ໂດຍປະເຊີນກັບວິກິດ​ການຮ່ວມຂອງມວນມະນຸດໃນຄັ້ງນີ້, ບໍ່ມີປະເທດໃດໜຶ່ງສາມາດຫຼີກລ່ຽງໄດ້. ຕອນຄ່ຳວັນທີ 26 ມີນານີ້, ທ່ານສີຈິ້ນຜິງຍັງໄດ້ສະເໜີຈຸດສຳຄັນແລະທິດທາງຂອງການຮ່ວມມືໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນລະດັບສາກົນຄື: ເພີ່ມທະວີການແບ່ງປັນຂໍ້ມູນ, ດຳເນີນການຮ່ວມມືດ້ານການຄົ້ນຄວ້າຜະລິດຢາ, ຢາວັກແຊງ ແລະ ການປ້ອງ​ກັນການແຜ່ລະບາດຂອງພະຍາດ, ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລະບາດຂ້າມປະເທດຢ່າງມີປະສິດທິຜົນ; ຕ້ອງສຸມກຳລັງຂອງບັນດາປະເທດ, ດຳເນີນການຮ່ວມມືກັນເພື່ອເລັ່ງລັດການຄົ້ນຄວ້າວິທະຍາສາດແລະແກ້ໄຂບັນຫາໃນດ້ານຢຸກຢາ, ຢາວັກແຊງ, ການກວດຫາເຊື້ອພະຍາດ ແລະ ດ້ານອື່ນໆ; ຕ້ອງສະໜັບສະໜູນການເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງສາກົນຢ່າງຕັ້ງໜ້າ.

ຄຳ​ສັບສຳຄັນທີ 3: ເພີ່ມທະວີການປະສານງານ

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ມີຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດສັງຄົມຂອງໂລກ ໂດຍສະເພາະແມ່ນມີຜົນກະທົບຢ່າງຮອບດ້ານຕໍ່ການຜະລິດແລະຄວາມຕ້ອງການຂອງໂລກ, ​ເຮັດ​ໃຫ້ເສດຖະກິດໂລກໄດ້ປະເຊີນກັບເງົາມືດທີ່ຈະຕົກ​ຢູ່​ໃນສະພາບຊຸດໂຊມລົງ. ຈຸດປະສົງຂອງກອງປະຊຸມສຸດຍອດສະໄໝພິເສດ G20 ຄັ້ງນີ້ ກໍ່ແມ່ນເພື່ອຊຸກຍູ້ການຮ່ວມມືໃນສາກົນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສ້າງຄວາມໝັ້ນທ່ຽງໃຫ້ກັບເສດຖະກິດໂລກ. ໃນຄຳປາໄສ, ທ່ານສີຈິ້ນຜິງໄດ້ຮຽກຮ້ອງໃຫ້ເພີ່ມທະວີການປະສານງານກ່ຽວກັບນະໂຍບາຍເສດຖະກິດມະຫາພາກ, ຕ້ອງປະຕິບັດນະໂຍບາຍການເງິນແລະເງິນຕາທີ່ເຂັ້ມແຂງແລະມີປະສິດທິຜົນ, ຊຸກຍູ້ອັດຕາແລກປ່ຽນເງິນຕາຂອງບັນດາປະເທດໃຫ້ມີຄວາມໝັ້ນທ່ຽງໂດຍພື້ນຖານ. ຕ້ອງເພີ່ມທະວີການຕິດຕາມຄຸ້ມຄອງແລະການປະສານງານດ້ານການເງິນ, ປົກປັກຮັກສາຄວາມໝັ້ນທ່ຽງຂອງຕະຫຼາດການເງິນຂອງໂລກ. ຕ້ອງຮ່ວມກັນຮັກສາຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງໂລກໃຫ້ມີຄວາມໝັ້ນທ່ຽງ.

ເມື່ອການແຜ່ລະບາດຂອງພະຍາດໂຄວິດ-19 ​ສ້າງການປ່ຽນແປງທີ່ໃຫຍ່ຫຼວງໃຫ້ກັບໂລກ, ຈີນຍັງຢືນຢັນຄຳຕອບຂອງຕົນທີ່ມີຕໍ່ໂລກບໍ່ປ່ຽນແປງ. ທ່ານສີຈິ້ນຜິງກ່າວໃນກອງປະຊຸມວ່າ: ຈີນຈະເລັ່ງລັດເພີ່ມພະລັງແຮງເຂົ້າໃນການສະ  ໜອງສ່ວນ​ຜະສົມ​ຂອງຢາ(API), ເຄື່ອງໃຊ້ໃນຊີວິດປະຈຳວັນ, ວັດຖຸອຸປະກອນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຜະລິດຕະພັນອື່ນໆ ໃຫ້ແກ່ຕະຫຼາດສາກົນ ​ແລະ ຈະ​ເຮັດ​ຄື​ແຕ່​ເກົ່າ​ເມື່ອ​ດັ່ງ​ທີ່​ເຄີຍ​ໄດ້​ປະຕິບັດ​ຜ່ານ​ມາ ປະກອບສ່ວນເຂົ້າໃນການສ້າງຄວາມໝັ້ນທ່ຽງໃຫ້ແກ່ເສດຖະກິດໂລກ.

 图片默认标题_fororder_微信图片_20200327183055
“ໂດຍປະເຊີນກັບສິ່ງທ້າທາຍທີ່ຂ້ຽວຂາດໃນຂອບເຂດທົ່ວໂລກ ແລະ ທາງເລືອກໃນການພັດທະນາຂອງມວນມະນຸດພວມກ້າວເດີນໄປເຖິງທາງສີ່ແຍກ, ບັນດາປະເທດຄວນ​ມີຈິດໃຈແບກຫາບພາລະໜ້າທີ່ທີ່ມີຕໍ່ສາກົນ, ເປັນຜູ້ປະຕິບັດງານຢ່າງຕັ້ງໜ້າ, ຫາກບໍ່ແມ່ນເປັນພຽງຜູ້ຢືນເບິ່ງ​ເສີຍໆເທົ່ານັ້ນ, ຄວນສຸມທຸກຄວາມພະຍາຍາມຮ່ວມກັນເພື່ອສະແຫວງຫາອະນາຄົດແລະກຳນົດຊາຕາກຳຂອງມວນມະນຸດດ້ວຍຕົນເອງ.” ນີ້ແມ່ນຄຳເວົ້າທີ່ທ່ານປະທານສີຈິ້ນຜິງກ່າວໃນຂະນະທີ່ຢ້ຽມຢາມປະເທດຝຣັ່ງໃນວັນທີ 26 ມີນາຂອງປີກາຍນີ້. ມື້ນີ້, ຄໍາ​ເວົ້າ​ດັ່ງກ່າວກໍຍັງເປັນຄຳຄະຕິ​ເຕືອນ​ໃຈຢູ່ຄືເກົ່າ.

ຄຳ​ເຫັນ

0