ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວ CRI: ວັນທີ 28 ມີນານີ້, ວັດຖຸຊ່ວຍເຫຼືອດ້ານການປິ່ນປົວທີ່ລັດຖະບານຈີນມອບໃຫ້ອິນໂດເນເຊຍເພື່ອຕ້ານພະຍາດໂຄວິດ-19 ໄດ້ຖືກຂົນສົ່ງໄປຮອດນະຄອນຫຼວງຈາກາຕາຂອງອິນໂດເນເຊຍ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ພາຍຫຼັງເກີດການລະບາດພະຍາດໂຄວິດ-19 ເປັນຕົ້ນມາ, ລັດຖະບານແລະປະຊາຊົນອິນໂດເນເຊຍໄດ້ໃຫ້ຄວາມຊ່ວຍເຫຼືອແລະການສະໜັບສະໜູນຢ່າງຈິງໃຈແກ່ຈີນໃນເວລາຈີນພົບຄວາມຫຍຸ້ງຍາກຫຼາຍທີ່ສຸດ. ປະຈຸບັນ, ພະຍາດໄດ້ມີການແຜ່ລະບາດຢູ່ອິນໂດເນເຊຍ, ລັດຖະບານແລະປະຊາຊົນຈີນກໍຈະໃຫ້ຄວາມຊ່ວຍເຫຼືອຕາມຄວາມສາມາດຂອງຕົນ. ຈີນຍັງຈະໃຫ້ການສະໜັບສະໜູນແລະອຳນວຍຄວາມສະດວກໃຫ້ແກ່ລັດຖະບານແລະວິສາຫະກິດອິນໂດເນເຊຍໃນການຈັດຊື້ວັດຖຸຕ້ານພະຍາດຢູ່ຈີນ.
ພາຍຫຼັງອິນໂດເນເຊຍໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄັ້ງທຳອິດໃນວັນທີ 2 ມີນານີ້ແລ້ວ, ສະພາບພະຍາດນັບມື້ນັບຂ້ຽວຂາດ. ນັບມາຮອດເວລາ 12 ໂມງຂອງວັນທີ 28 ມີນານີ້ຕາມເວລາທ້ອງຖິ່ນ, ອິນໂດເນເຊຍໄດ້ກວດພົບກໍລະນີຕິດເຊື້ອ 1155 ກໍລະນີແລ້ວ. ໃນນັ້ນ, ກໍລະນີປົວໃຫ້ດີແລ້ວມີ 59 ກໍລະນີ, ເສຍຊີວິດ 102 ກໍລະນີ, ຈຳນວນກໍລະນີເສຍຊີວິດແລະອັດຕາເສຍຊີວິດລ້ວນແຕ່ແມ່ນສູງສຸດໃນບັນດາປະເທດອາຊີຕາເວັນອອກສຽງໃຕ້.
ຄຳເຫັນ
0