徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍ​​ຈະ​ຈຳ​ກັດພົນ​ລະ​ເມືອງ​ຕ່າງ​ປະ​ເທດ​ເຂົ້າ​ແດນຢ່າງ​ເຂັ້ມ​ງວດເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ

2020-03-29 13:06:21 CRI

ຕາ​ມ​ຂ່າວCRI:ວັນ​ທີ 28 ມີ​ນາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ​ປະ​ກາດ​ແຈ້ງ​ການ​ວ່າ, ນັບ​ແຕ່​ເວ​ລາ 23 ໂມງ 59 ນາ​ທີຂອງວັນ​ທີ 30 ມີ​ນາ​ນີ້​ເປັນ​ຕົ້ນ​ໄປ, ຈະ​ຢຸດ​ເຊົາ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຍົກ​ເວັ້ນ​ວິຊາທັງ​ໝົດ, ຢຸດ​ເຊົາ​ການ​​ໃຫ້ວິ​ຊາ​ການ​ທ່ອງ​ທ່ຽວ, ວິ​ຊາ​ເອ​ເລັກ​ໂຕຼນິກແລະ​ວິ​ຊາ​ກັບ​ດ່ານເປັນ​ເວ​ລາ​ໜຶ່ງ​ເດືອນ. ການ​ເຂົ້າ​ແດນ​ທີ່​ຖື​ວິ​ຊາ​ການ​ຕ່າງ​ປະ​ເທດ​ແລະ​ວິ​ຊາ​ລັດ​ຖະການ​ແມ່ນ​ບໍ່ຖືກ​ຈຳ​ກັດ.

 

ແຈ້ງ​ການ​ຂຽນ​ວ່າ, ຄົນ​ຕ່າງ​ປະ​ເທດ​ທີ່​ຕ້ອງ​ການ​ເຂົ້າ​ແດນ​ຕ້ອງ​ໄປ​ຂໍ​ວິ​ຊາ​ຢູ່​ສະ​ຖານ​ທູດ​ກຳ​ປູ​ເຈຍ​ປະ​ຈຳ​ຢູ່​ຕ່າງ​ປະ​ເທດ, ຕ້ອງ​ສະ​ໜອງໃບ​ຢັ້ງ​ຢືນສຸ​ຂະ​ພາບ​ທີ່​ບໍ່​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ພາຍ​ໃນ​ເວ​ລາ 72 ຊົ່ວ​ໂມງ​ກ່ອນ​ອອກ​ເດີນ​ທາງ, ຍັງ​ຕ້ອງ​ຖື​ໃບ​ປະ​ກັນ​ໄພ​ການ​ແພດ​ທີ່​ມີ​ມູນ​ຄ່າ​ປະ​ກັນ​ໄພ​ບໍ່ຕ່ຳ​ກວ່າ 5 ໝື່ນ​ໂດ​ລາ. ພາຍ​ຫຼັງ​ໄດ້​ເຂົ້າ​ແດນ​​ແລ້ວຍັງ​ຕ້ອງ​ຮັບ​ການກວດ​ສຸ​ຂະ​ພາບ​ ແລະ​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ກັດ​ບໍ​ລິ​ເວນ​ຂອງ​ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ຂອງ​ກຳ​ປູ​ເຈຍ​.

ຄຳ​ເຫັນ

0