刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍຊ່ຽວ​ຊານ​ແພດຈີນ​ເດີນ​ທາງ​ໄປ​ຮອດ​ລາວ

2020-03-30 11:25:32 CRI

图片默认标题_fororder_401176489

ວັນ​ທີ 29 ມີ​ນາ​ນີ້, ໜ່ວຍ​ຊ່ຽວ​ຊານ​ແພດຈີນ​ໄດ້​ເດີນ​ທາງ​ຈາກ​ແຂວງ​ຢຸນ​ນານ​ໄປ​ຮອດ​ນະ​ຄອນຫຼວງວຽງ​ຈັນ​ຂອງ​ລາວ ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ລາວ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ພ້ອມ​ດຽວ​ກັນ​ນີ້​ກໍ​ໄດ້​ນຳ​ເອົາ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ທີ່​ລັດ​ຖະ​ບານ​ຈີນ​​ຊ່ວຍ​ເຫຼືອ​ໄປ​ມອບ​ໃຫ້​ແກ່ລາວ. ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ​ຜູ້​ຮັບ​ຜິດ​ຊອບ​ໜ່ວຍ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ລາວ, ທ່ານ​ຈ່ຽງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ ແລະ​ສື່ມວນ​ຊົນ​ລາວຫຼາຍ​ແຫ່ງ​ໄດ້​ໄປ​ຕ້ອນ​ຮັບ​ໜ່ວຍ​ຊ່ຽວ​ຊານ​ແພດ​ຈີນ​ຢູ່​ສະ​ໜາມ​ບິນ.

图片默认标题

ທ່ານ​ສົມ​ດີ ດວງ​ດີ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ໜ່ວຍຊ່ຽວ​ຊານ​ແພດ​ຈີນ​ທີ່​ມາ​ຊ່ວຍ​ເຫຼືອ​ລາວ ແລະ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຈີນ. ທ່ານ​ກ່າວ​ວ່າ: ຫຼັງ​ຈາກ 5 ມື້​​ຢູ່ລາວ​ມີ​ຜູ້ທີ່​ຖືກ​ບົ່ງ​ມະ​ຕິເປັນ​ພະ​ຍາດ, ຈີນ​ກໍ​ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ແພດ​ມາ​ຊ່ວຍ​ລາວ, ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງ​ຂອງ​ຈີນ​ທີ່​ມີ​ຕໍ່​ປະ​ຊາ​ຊົນ​ລາວ.

ທ່ານ​ກ່າວ​ວ່າ: “ພວກ​ເຮົາ​ມີ​ຄວາມ​ດີ​ໃຈຫຼາຍທີ່​ໄດ້​ຮັບ​ຄະ​ນະ​ຊ່ຽວ​ຊານ​ແພດ​ຈາກ​ ສ​ປ ຈີນທີ່​ໄດ້​ມາ​ໃນ​ຄັ້ງ​ນີ້ ທີ່​ວ່າ​ເປັນ​ການ​ຕອບ​ສະ​ໜອງ​ການ​ສະ​ເໜີ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຢ່າງ​ໄວ​ວາ​ທີ່​ສຸດ ທັນ​ການ​ທີ່​ສຸດ, ພວກ​ເຮົາ​ຕີ​ລາ​ຄາສູງຫຼາຍ​ວ່າ ມັນ​ແມ່ນ​ຄວາມ​ສະ​ໜິດ​ສະ​ໜົມ​ການ​ເປັນ​ຄູ່ຮ່ວມ​ຊາ​ຕາ​ກຳສັງ​ຄົມ​ນິ​ຍົມ​ທີ່​ແທ້​ຈິງລະ​ຫວ່າງ​ສອງ​ພັກ​ສອງ​ລັດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ, ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຊຳນິ​ຊຳ​ນານ​ແລະ​ດ້ວຍ​ບົ​ດ​ຮຽນ​ຂອງ​ບັນ​ດາ​ຊ່ຽວ​ຊານ​ຂອງ​ຈີນທີ່​​ຮ່ວມ​​ເຮັດ​ວຽກ​ກັບ​ຄະ​ນະ​ຊ່ຽວ​ຊານ​ຂອງ​ລາວ​ທີ່​ພວກ​ເຮົາ​ໄດ້​ແຕ່ງ​ຕັ້ງ​ໄວ້​ແລ້​ວ​ນັ້ນ, ພວກ​ເຮົາ​ຈະ​ສາ​ມາດ​ຜ່ານ​ຜ່າ​ວິ​ກິດ​ການ​ຢ່າງ​ແນ່ນອນ.”

图片默认标题

ທ່ານ​ຈ່ຽງ​ຈ້າຍ​ຕຸ່ງ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ກ່າວ​ວ່າ: ໜ່ວຍ​ຊ່ຽວ​ຊານ​ແພດ​ຈີນ​ໄດ້​ເດີນ​ທາງ​ມາ​ຮອດ​ລາວ ເປັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮຽກ​ຮ້ອງ​ຂອງ​ທ່ານ​ສີ​ຈິ້ນ​ຜິງທີ່ວ່າ “​ເຮັດ​ວຽກແຂ່ງ​ກັບ​ເວ​ລາ ເພື່ອ​ຕ້ານກັບ​ພະ​ຍາດ” ​ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຮັກ​ແພງ​ຍາດ​ຕິ​ພີ່​ນ້ອງ ແລະ​ປົກ​ປັກ​ເພື່ອນ​ບ້ານ​ໃກ້ຄຽງ​ຢ່າງ​ເຕັມ​ສ່ວນ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ໄດ້​ປະ​ກາດ​ໃນ​ວັນ​ທີ 24 ມີ​ນາ​ນີ້​ວ່າ: ລາວ​ໄດ້​ກວດ​​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 2 ກໍ​ລະ​ນີ, ເມື່ອ​ຮອດ​ວັນ​ທີ 28 ມີ​ນາ​ນີ້, ລາວ​ໄດ້​ລາຍ​ງານ​ອີກ​ວ່າ ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ຈຳ​ນວນ 8 ຄົນ.

ຄຳ​ເຫັນ

0