何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍ​ງານຜູ້​ຊ່ຽວ​ຊານ​ການແພດ​ທີ່​​ໄປ​ຊ່ວຍ​ ສ​ປ​ປ ລາວ​ຕ້ານ​ພະ​ຍາດເດີນ​ທາງ​ໄປ​ຮອ​ດ​ນະ​ຄອນ​ຫຼວງວຽງ​ຈັນ

2020-03-30 10:36:19 CRI

图片默认标题_fororder_624238620

ຕາມ​ຂ່າວ CRI: ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊີນ​ຢ່າງສຸກ​ເສີນ​ຂອງ​ ສ​ປ​ປ ລາວ, ວັນ​ທີ 29 ມີ​ນານີ້, ໜ່ວຍ​ງານ​ຜູ້​ຊ່ຽວ​ຊານ​ການ​ແພດ​ຂອງ​ຈີນ​ໄດ້​ເດີນ​ທາງອອກ​ຈາກ​ແຂວງ​ຢຸນ​ນານ​ຈີນ​ດ້ວຍ​ຍົນ​ເໝົາ​ສາຍ​ການ​ບິນ​ແຊ​ນາ ອິ​ສ​ເຕິນ ໄປ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ລາວ ເພື່ອ​ຊ່ວຍ​ລາວ​ດຳ​ເນີ​ນ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ.

图片默认标题_fororder_1194099714

ຕາມ​ຂ່າວ​ແຈ້ງວ່າ: ໜ່ວຍ​ງານ​ຜູ້​ຊ່ຽວ​ຊານ​ການ​ແພດ​ທີ່​ໄປ​ລາວ​ໃນ​ຄັ້ງ​ນີ້​ແມ່ນ​ຈັດ​ຕັ້ງໂດຍ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຈີນ, ແລະ​ປະ​ກອບ​ດ້ວຍ​ຜູ້​ຊ່ຽວ​ຊານການ​ແພ​ດ​ຂອງແຂວງ​ຢຸນ​ນານ 12 ທ່ານ​ທີ່​ເປັນ​ວິ​ຊາ​ການ​ໃນ​ດ້ານການປົວ​ພະ​ຍາດ​ຕິດ​ແປດ ມໍ​ລະ​ສຸມ ພະ​ຍາ​ບານ ການກວດ​ກາ ແພດຈີນ​ ແລະ​ອື່ນໆ.

图片默认标题_fororder_1872226881

ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ໜ່ວຍ​ງານ​ຜູ້​ຊ່ຽວ​ຊານຈີນ​ແມ່ນແບ່ງ​ປັນ​ແລະ​​ແລກ​ປ່ຽນ​ບົດ​ຮຽນ​ກັບ​ໂຮງ​ໝໍ​ແລະ​ຜູ້​ຊ່ຽວ​ຊານ​ການ​ແພດທ້ອງ​ຖິ່ນ, ແນະ​ນຳ​ບົດ​ຮຽນ​ຂອງ​ຈີນ​ໃນ​ການ​ຕ້ານ​ພະ​ຍາດ, ໃຫ້​ຄຳ​ປຶກ​ສາ​ແກ່​ລາວ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢູ່​ລາວ ການ​ປິ່ນ​ປົວ​ຄົນ​ເຈັບ​ ແລະ​ວຽກ​ງານ​ໃນ​ຫ້ອງ​ທົດ​ລອງ ໂດຍ​ອີງ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແລະ​ຂະ​ບວນ​ການ​ປິ່ນ​ປົວ​ຂອງ​ລາວ, ແລະ​ໃຫ້​ການ​ອົບ​ຮົມ​ແລະ​ການ​ຊີ້​ນຳ​ຕໍ່​ພະ​ນັກ​ງານ​ການ​ແພດ​ແລະ​ພະ​ນັກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃນ​ຄຸ້ມ​ຊຸມ​ຊົນ​ຂອງ​ລາວ. ໜ່ວຍ​ງານ​ຜູ້​ຊ່ຽວ​ຊານ​ຍັງ​ໄດ້​ນຳ​ເອົາ​ວັດ​ຖຸ​ປິ່ນ​ປົວ​ທີ່​ມອບ​ໂດຍ​ແຂວງ​ຢຸນ​ນານ​ຈີນ​ໄປ​ລາວ ເຊິ່ງ​ລວມ​ທັງ​ເຄື່ອງກວດນິວ​ຄະ​ເລ​ອິກ​ຫາ​ເຊື້ອໃນ​ຫ້ອງ​ທົດ​ລອງ, ຜ້າ​ປິດ​ປາກ N95 10560 ອັນ, ຜ້າ​ປິກ​ປາກ​ທຳ​ມະ​ດາ 60 ພັນ​ອັນ, ຊຸດ​ປ້ອງ​ກັນທາງ​ການ​ແພດ 6000 ຊຸດ ແລະ​ວັດ​ຖຸ​ປ້ອງ​ກັນແລະ​ປິ່ນ​ປົວ​ອື່ນ​ໆ ພ້ອມ​ທັງ​ຢາ​ພື້ນ​ເມືອງ​ຈີນ​ແລະ​ຢາ​ຫຼວງງວດ​ໜຶ່ງ.

图片默认标题_fororder_1083214246

 

ຄຳ​ເຫັນ

0