何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານລາວເລັ່ງເຜີຍແຜ່ມາດຕະການຕ່າງໆໃຫ້ບັນດາສະຖານທູດ ແລະອົງການຈັດຕັ້ງສາກົນ

2020-03-30 15:10:45 CRI

ຕອນເຊົ້າວັນທີ 30 ມີນາ 2020 ນີ້, ທີ່ສູນຝຶກອົບຮົມ ແລະການຮ່ວມມືສາກົນ, ກະຊວງການຕ່າງປະເທດໄດ້ຖະແຫຼງການເພີ່ມມາດຕະການສະກັດກັ້ນ, ປ້ອງກັນການລະບາດ, ຄວບຄຸມ ແລະກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຂອງລັດຖະບານລາວ ໃຫ້ບັນດາສະຖານທູດ ແລະອົງການຈັດຕັ້ງສາກົນປະຈໍາລາວໄດ້ຮັບຮູ້ຂໍ້ມູນຢ່າງຕໍ່ເນື່ອງ.

图片默认标题_fororder_309741285

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ​ ກ່າວວ່າ: ຈຸດປະສົງ​ ໃນການປະຊຸມກໍ່ເພື່ອໃຫ້ບັນດາສະຖານທູດ ແລະອົງການຈັດຕັ້ງສາກົນປະຈໍາລາວ​ ໄດ້ຮັບຮູ້, ເຂົ້າໃຈ ພ້ອມທັງປະຕິບັດ ແລະສືບຕໍ່ເຜີຍແຜ່ຂໍ້ມູນມາດຕະການໃໝ່​ ໃນການເຂັ້ມງວດຂອງລັດຖະບານລາວ ທີ່ອອກຄໍາສັ່ງ ແລະມີຜົນສັກສິດ ນັບແຕ່ວັນທີ 30 ມີນາ​ ຫາວັນທີ 19 ເມສາ 2020 ໂດຍສະເພາະຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະຊາວຕ່າງປະເທດທີ່ຢູ່ ສປປ ລາວ ອອກຈາກເຮືອນ ຫຼືທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈໍາເປັນເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງຫມໍ, ໄປປະຕິບັດຫນ້າທີ່.

 

ນອກນັ້ນ​ ຍັງໃຫ້ພະນັກງານ, ລັດຖະກອນຢຸດການມາເຮັດວຽກຢູ່ຫ້ອງການ ແຕ່ວັນທີ 1-11 ເມສາ 2020 ແລະສືບຕໍ່ພັກບຸນປີໃຫມ່ລາວ ຮອດວັນທີ 19 ເມສາ 2020. ແຕ່ສາມາດເຮັດວຽກທາງລັດຖະການຢູ່ເຮືອນ ຫຼືທີ່ພັກອາໄສ ຜ່ານລະບົບການສື່ສານ, ອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ. ສ່ວນກິດຈະການຈໍາເປັນທີ່ສາມາດສືບຕໍ່ດໍາເນີນໄດ້ມີທະນາຄານ, ສະຖາບັນການເງິນ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ໂຮງຫມໍ, ສູນການແພດ, ຮ້ານຂາຍຢາ, ຫນ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນໍ້າປະປາ, ການບໍລິການເກັບ-ຖິ້ມຂີ້ເຫຍື້ອ, ຕະຫຼາດກະສິກໍາ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປໍ້ານໍ້າມັນ, ຮ້ານອາຫານ ແລະຮ້ານກາເຟ. ສ່ວນໂຮງແຮມ ແລະຣີສອດໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະຮ້ານອາຫານ.

 

ທ່ານ ສະເຫຼີມໄຊ ຍັງກ່າວຕື່ມວ່າ: ຖ້າພາກສ່ວນໃດ ຫຼືບຸກຄົນໃດມີການລະເມີດຕໍ່ຄໍາສັ່ງຂອງລັດຖະບານ ແມ່ນໃຫ້ເຈົ້າຫນ້າທີ່ປ້ອງກັນຄວາມສະຫງົບ ແລະເຈົ້າຫນ້າທີ່ກ່ຽວຂ້ອງດໍາເນີນມາດຕະການຕາມກົດຫມາຍ ແລະລະບຽບການ.

ຄຳ​ເຫັນ

0