何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ ທົ່ວ​ໂລກ​ພວມ​ສາ​ມັກ​ຄີກັນ​ຮັບ​ມື​ກັບ​ພະ​ຍາດCOVID -19 ຄວນ​ໃຊ້​ມາດ​ຕະ​ການ​ປິດ​ເມືອງ ​ໃນ​ຂະ​ນະ​ດຽວ​ກັນ​ກໍຊອກ​ຫາ​ຜູ້​ເປັນ​ພະ​ຍາດ

2020-03-31 13:51:10 CRI

ວັນ​ທີ 30 ມີ​ນາ​ນີ້, ທ່ານ​ເທ​ໂດຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ, ໄດ້​ເຫັນສະ​ພາບ​ທີ່​ທົ່ວ​ໂລກ​ພວມ​ສາ​ມັກ​ຄີກັນ​ຮັບ​ມື​ກັບ​ພະ​ຍາດCOVID -19, ສະ​ມາ​ຊິກ​ກຸ່ມG20​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ອອກ​ແຮງປັບ​ປຸງ ແລະ ສະ​ໜອງ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ພື້ນ​ຖານ​ຢ່າງ​ຍຸດ​ຕິ​ທຳ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໂລກ​ພວມ​ສາ​ມັກ​ຄີ​ກັນ​ເຂົ້າ.

 

ທ່ານ​ເທ​ໂດຼ​ສ​ກ່າວ​ວ່າ, ອົງ​ການ​ອະ​ນາ​ໄມ​ໂລກ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ເພື່ອ​ເພີ່ມ​ປະ​ລິ​ມານກາ​ນ​ຜະ​ລິດ, ເພື່ອ​ຮັບ​ປະ​ກັນ​ການ​ຈໍ​ລະ​ຈອນ​​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສຸກ​ຂັ້​ນ​ພື້ນ​ຖານ, ທັງ​​ສະ​ໜອງຕາມ​ຄວາມ​ຕ້ອງ​ການ​ຢ່າງ​ຍຸດ​ຕິ​ທຳ. ທ່ານ​ກ່າວ​ຕື່ມ​ວ່າ, ໃນ​​ສະ​ພາບການ​ແຜ່​ລ​ະບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້, ວິ​ທະ​ຍ​າ​ສາດ ​ເຄື່ອງ​ມືສາ​ທາ​ລະ​ນະ​ສຸກ, ຄວາມ​ຖ່ອມ​ຕົວ ​ຄວາມ​ເປັນ​ມິດ ຄວາມ​​ມີເມດ​ຕາ ລ້ວນ​ແຕ່​ເປັນ​ສິ່ງ​ທີ່​ຂາດ​ບໍ່​ໄດ້. ເມື່ອ​ມີ​ຄວາມ​ສ​າ​ມັກ​ຄີ ຄວາມ​ຖ່ອມ​ຕົວ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ແລ້ວ, ເຊື່ອ​ໝັ້ນ​ວ່າ​ມວນ​ມະ​ນຸດ​ຈະ​ສາ​ມາດ​ຮ່ວມ​ກັນ​ເອົາ​ຊະ​ນະ​ພະ​ຍາດ​ຄັ້ງ​ນີ້​​ໄດ້​ຢ່າງ​ແນ່ນອນ.

 

ມື້​ດຽວ​ກັນ, ທ່ານ​ໄມ​ແຄວ ຣຽນ, ຜູ້​ຮັບ​ຜິດ​ຊອບ​ໂຄງ​ການສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ, ປະ​ຈຸ​ບັນຫຼາຍ​ປະ​ເທດ​ໄດ້​ໃຊ້​ມາດ​ຕະ​ການ​ປິດເມືອງ, ແຕ່​ໄວ​ຣັ​ສ​ຈະ​ບໍ່​ຫາຍ​ໄປ​ເອງ, ຍັງ​ຕ້ອງ​ໃຊ້​ມາດ​ຕະ​ການ​ສ​າ​ທາ​ລະ​ນະ​ສຸກ​ຕື່ມ​ອີກ​ເພື່ອ​​ສະ​ກັດ​ກັ້ນ​ໄວ​ຣັ​ສ.

ຄຳ​ເຫັນ

0