覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ສາ​ຫະ​ກິດ​ຈີນ​ເລັ່ງ​ຜະ​ລິດ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ຢ່າງ​ເຕັມ​ຄວາມ​ສາ​ມາດ​ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ໃນ​ການ​ຕ້ານ​ພະ​ຍາດ COVID- 19​​ຂອງ​ທົ່ວ​ໂລກ

2020-03-31 12:00:16 cri

ທ່ານ​ສູ​ເຄີ່​ມິນ ເຈົ້າ​ໜ້າ​ທີ່​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 30 ມີ​ນາ​ນີ້​ວ່າ: ​ຕາມ​ສະ​ຖິ​ຕິ​ທີ່​ບໍ່​ຄົບ​ຖ້ວນ, ນັບ​ແຕ່​ວັນ​ທີ 19 ມີ​ນາ​ນີ້​ເປັນ​ຕົ້ນ​ມາ, ຈີ​ນ​ໄດ້​ສະ​ໜອງ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 1700 ກວ່າ​ເຄື່ອງ​ໃຫ້​ຕ່າງ​ປະ​ເທດແບບ​ສຸກ​ເສີນ ເຊິ່ງ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງຍອດ​ປະ​ລິ​ມານ​ທີ່​ສະ​ໜອງ​ໃຫ້​ພາຍ​ໃນ​ປະ​ເທດ​ນັບ​ແຕ່​ຕົ້ນ​ປີ​ນີ້​ມາ.
 

 ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກົນ​ໄກ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ COVID- 19​ຂອງລັດ​ຖະ​ບານ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມີ​ນາ​ນີ້, ທ່ານ​ສູ​ເຄີ່​ມິນ​ກ່າວ​ວ່າ: ພະ​ຍາດ COVID- 19​ໄດ້​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ໃນ​ທົ່ວ​ໂລກ, ​ຕ່າງ​ປະ​ເທດ​ມີ​ຄວາມ​ຕ້ອງ​ການ​ຢ່າງຫຼວງຫຼາຍ​ເປັນ​ພິ​ເສດ​ຕໍ່ອຸ​ປະ​ກອນ​ການ​ແພດ​ໂດຍ​ສະ​ເພາະ​ແມ່ນ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​​. ຈີນ​ມີ​ວິ​ສາ​ຫະ​ກິດ​ຜະ​ລິດ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ທັງ​ໝົດ 21 ແຫ່ງ, ໃນ​ນີ້ ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ​ຂອງ​ວິ​ສາ​ຫະ​ກິດ 8 ແຫ່ງ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ມາດ​ຕະ​ຖານ CE ​ຕາມສະ​ຫະ​ພາບ​ເອີ​ຣົບ​ບັງ​ຄັບ, ເຊິ່ງ​ມີ​ຄວາມ​ສາ​ມາດ​ການ​ຜະ​ລິດກວມປະ​ມານ 1 ສ່ວນ 5 ຂອງ​ທົ່ວ​ໂລກ.
 

 ພາຍຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID- 19ແລ້ວ, ລັດ​ຖະ​ບານ​ຈີນ​ໄດ້​ອອ​ກ​ແຮງ​ຊຸກ​ຍູ້​ວິ​ສາ​ຫະ​ກິດ​ອຸ​ປະ​ກອນ​ການ​ແພດ​ໃຫ້​ຟື້ນ​ຟູ​ການ​ຜະ​ລິດ​ໂດຍ​ຊ່ວຍ​ວິ​ສາ​ຫະ​ກິດ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ເປັນ​ຕົ້ນ ການ​ຂາດ​ເຂີນ​ອາ​ໄຫຼ່​ຊິ້ນ​ສ່ວນ, ການ​ຂົນ​ສົ່ງ​ສິນ​ຄ້າ​ບໍ່​ສະ​ດວກ​ແລະ​ອື່ນໆ. ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ເລັ່ງ​ລັດ​ການ​ຜະ​ລິດ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ຢ່າງ​​ຕໍ່​ເນື່ອງ ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຕ້ານ​ພະ​ຍາດ COVID- 19​ທົ່ວ​ໂລກ​ຕະຫຼອດ​ມາ.

 

 

ຄຳ​ເຫັນ

0