吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຈົ້າ​ໜ້າ​ທີ່ພັກ​ການ​ເມືອງ​ອາຊີ​ແລກ​ປ່ຽນ​ການ​ຮ່ວມ​ມື​ຕ້ານ​ພະຍາດ COVID-19 ທາງ​ອິນ​​ເຕີ​​ແນັດ

2020-03-31 16:49:51 cri

ວັນ​ທີ 30 ມີນາ​ນີ້, ກອງ​ປະຊຸມ​ສາກົນ​ລະຫວ່າງ​ພັກການ​ເມືອງ​ອາຊີ​ທີ່​ເປັນ​ອົງການ​ເວທີ​ປຶກ​ສາ​ຫາລື​ຫຼາຍຝ່າຍ​ທີ່​ສຳຄັນ​ຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ກັບ​ພັກ​ການ​ເມືອງ​ເຂດອາຊີ​ໄດ້ຮ່ວມ​ກັນ​ຈັດ “ກອງປະຊຸມຫົວຂໍ້​ສະ​ເພາະ​ທາງ​ອິນ​ເຕີ​ແນັດ” ​ເຊິ່ງ​ໄດ້​ແລກປ່ຽນຄວາມ​ຄິດ​ເຫັນທາງ​ອິນ​ເຕີ​ແນັດ​ເພື່ອ​ຊຸກຍູ້​​ໃຫ້ບັນດາ​ພັກການ​ເມືອງ​ອາຊີ​ດຳ​ເນີນກາ​ນ​ປຶກສາ​ຫາລື​ດ້ານ​ການ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ COVID-19 ​ແລະ​ຊຸກຍູ້​ໃຫ້​ບັນດາ​ປະ​ເທດ​ໃນ​ອາຊີ​​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ ​ກໍ​ຄືການ​ຮ່ວມ​ມືກັນ​ຕ້ານ​ພະຍາດ COVID-19.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ທາງ​ເນັດໃນ​ເວັບ​ໄຊ​ພາສາ​ອັງ​ກິດ​ທາງ​ການຂອງ​ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະກອງ​ປະຊຸມ​ສາກົນ​ພັກ​ການ​ເມືອງ​ອາຊີເຊິ່ງລວມມີ​ຄໍ​ລຳ​ຕ່າງໆ ​ເຊັ່ນ: “ຄຳ​​ເຫັນ​ຂອງ​ພັກການ​ເມືອງ”, “ການ​ແບ່ງປັນ​ບົດຮຽນຂອງ​ຜູ້​ຊ່ຽວຊານ”, “​​ການ​ແລກປ່ຽນຄວາມ​ຄິດ​ເຫັນ​ຮ່ວມ​ກັນ”, “ການ​ຮ່ວມ​ມື” ​ແລະ​ອື່ນໆ, ​ໄດ້​​ເຜີຍ​ແຜ່​ຄຳ​ເຫັນ​ຂອງ​ຜູ້ນຳ​ພັກການ​​ເມືອງອາຊີ​ກ່ຽວ​ກັບ​ການ​ຕ້ານ​ພະຍາດ ​ກໍ​ຄືບົດຮຽນ ​ແລະ​ຂໍ້​ມູນ​ຂ່າວສານຫຼ້າ​ສຸດຂອງ​ບັນດາ​ປະ​ເທດ​ໃນ​ການ​ຕ້ານ​ພະຍາດ.

ຄຳ​ເຫັນ

0