何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ບ້ານ​ພູ​ດອຍ​ອີກ​ຄັ້ງ​ໜຶ່ງ ບ່ອນ​ທີ່​ເຄີຍ​ສະ​ເໜີ​ແນວ​ຄວາມ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ”

2020-03-31 10:00:01 CRI

图片默认标题_fororder_1125790529_15855795318711n

ວັນ​ທີ 30 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ໄປ​ສຳຫຼວດກວດ​ເບິ່​ງບ້ານ​ອີ​ຊຸ່ນ​ເມືອງ​ອ່ານ​ຈີ​ແຂວງ​ເຈີ້​ຈ່ຽງ. ເມື່ອ 15 ປີ​ກ່ອນ, ກໍ​ແມ່ນ​ຢູ່​ບ້ານ​ອີ​ຊຸ່ນ​ແຫ່ງ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ແນວ​ຄວາມ​ຄິດ​ພັດ​ທະ​ນາ​ແບບ​ໃໝ່​ທີ່​ວ່າ: “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​​ພູ​ເງິນພູ​ຄຳ”. ປະ​ຈຸ​ບັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກັບ​ມາ​ຢ້ຽມ​ຢາມ​ບ້ານ​ອີ​ຊຸ່ນ​ອີກ​ຄັ້ງ​ໜຶ່ງ, ທ່ານ​ໄດ້​ພົບ​ປະສົນ​ທະ​ນາ​ກັບ​ຊາວ​ບ້ານ​ຢ່າງ​ສະ​ໜິດ​ສະ​ໜົມ, ຮັບ​ຮູ້​ການ​ປ່ຽ​ນ​ແປງ​ອັນ​ໃຫຍ່​ຫຼວງ​ຂອງ​ບ້ານ​ແຫ່ງ​ນີ້​ໃນ​ການ​ປະ​ຕິ​ບັດ​ຕາມ​​ແນວ​ຄວາມ​ຄິດ“ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ” ແລະ ​ໄດ້ຊຸກ​ຍູ້ກ​ານ​ພັດ​ທະ​ນາ​ແບບ​ສີ​ຂຽວ.

图片默认标题_fororder_1125790529_15855795316601n

ວັນ​ທີ 15 ສິງ​ຫາ ປີ 2005, ທ່ານ​ສີ​ຈິ້ນ​ຜິງ​​ໃນ​ເວ​ລາ​ທີ່ເປັນ​ເລ​ຂາ​ຄະ​ນະ​ພັກ​ແຂວງ​ເຈີ້​ຈ່ຽງ​ໄດ້​ໄປ​ສຳຫຼວດ​ກວດ​ເບິ່ງວຽກ​ງານ​ຢູ່​ບ້ານ​ອີ​ຊຸ່ນ, ​ທ່ານ​ໄດ້​ແນະ​ນຳ​ວິ​ທີ​ການ​ໃຫ້​ບ້ານ​ອີ​ຊຸ່ນ ​ປິດ​ບໍ່​ແຮ່ ແລະ ໂຮງ​ງານ​ຊີ​ມັງ, ແລະ​ໄດ້​ສ​ະ​ເໜີ​ແນວ​ຄວາມ​ຄິດ​ພັດ​ທະ​ນາ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ”ເປັນ​ຄັ້ງ​ທຳ​ອິດ, ​ເຊິ່ງ​ໄດ້​ຊີ້​ແຈງ​ເສັ້ນ​ທາງ​ການ​ພັ​ດ​ທະ​ນາ​ແບບ​ສີ​ຂຽວ​ໃຫ້​ແກ່​ບ້ານ​ອີ​ຊຸ່ນ.

图片默认标题_fororder_1125790529_15855795847011n

ໂດຍ​ຫັນຈາກ “ເສດ​ຖະ​ກິດ​ກ້ອນ​ຫີນ” ຫຼື​ເສດ​ຖະ​ກິດ​ບໍ່​ແຮ່ກາຍ​ມາ​ເປັນ “ເສດ​ຖະ​ກິດ​ນິ​ເວດ”, ບ້ານ​ອີ​ຊຸ່ນ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາຍ​າມ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ທຳ​ມະ​ຊາດ, ເປີດ​ການ​ບໍ​ລິ​ການ​ເຮືອນ​ພັກ​ໂຮມ​ສະ​ເຕ, ​ເຮືອນ​ພັກ ແລະ ການ​ລ່ອງ​ເຮືອ. ຜ່ານ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເປັນ​ເວ​ລາ 10 ກວ່າ​ປີ, ບ້ານ​ອີ​ຊຸ່ນ​ໄດ້​ຫັນ​ຈາກ​ບ້ານ​ໜຶ່ງ​ທີ່​ມີ​ມົນ​ລະ​ພິດ​ໜັກ​ໜ່ວງ ​ໃຫ້ກາຍ​ມາ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ລະ​ດັບ 4 Aແຫ່ງ​ຊາດ. ປີ 2019, ທົ່ວ​ບ້ານ​ອີ​ຊຸ່ນ​ມີ​ຍອດ​ລາຍ​ຮັບ​ຈາກ​ເສດ​ຖະ​ກິດ​ຊົນ​ນ​ະ​ບົດ ເຖິງ 279,6 ລ້ານຢວນ, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຄົນ​ຂອງ​ຊາວ​ກະ​ສິ​ກອນ​​ບັນ​ລຸ 49598 ຢວນ, ເສດ​ຖະ​ກິດ​ລວມ​ໝູ່​ຂອງ​ບ້ານ​ບັນ​ລຸ 5,21 ລ້ານຢວນ, ກາຍ​ເປັນ​ບ້ານ​ຕົວ​ແບບ​ໃນ​ການ​ສ້າງ​ຄວາມ​ອິ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ.

图片默认标题_fororder_1125790529_15855795314951n

ເມື່ອ 15 ປີ​ກ່ອນ, ບ້ານ​ອີ​ຊຸ່ນ​ໄດ້ເປັນ​ສັກ​ຂິ​ພິ​ຍານ​ໃຫ້​ແກ່​ການ​ກຳ​ເນີດ​ແນວ​ຄວາມ​ຄິດ“ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​​ພູ​ເງິນພູ​ຄຳ”, ປະ​ຈຸ​ບັນ, ບ້ານ​ອີ​ຊຸ່ນ ​ພວມ​ນຳ​ໃຊ້​ພຶດ​ຕິ​ກຳ​ການ​ພັ​ດ​ທະ​ນາ​ຂອງ​ຕົນ, ກາຍ​ເປັນ​ຕົວ​ແບບ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ຕາມ​​ແນວ​ຄວາມ​ຄິດ​ດັ່ງ​ກ່າວ.

图片默认标题_fororder_1125790529_15855797720201n

ຄຳ​ເຫັນ

0