刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກ​ຮ້ອງ​ໃຫ້​ມີ​ທ່າ​ທີ​ພາ​ວະ​ວິ​ໄສ​ຕໍ່​ຄວາມ​ເປັນ​ຈິງທີ່​ຈີນດຳ​ເນີນ​ການ​ຮ່ວມ​ມືສາ​ກົນ​ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19

2020-03-31 12:10:40 CRI

 

ໂດຍ​ແນ​ໃສ່​ຖ້ອຍ​ຄວາມ​ຂອງ​ບຸກ​ຄົນ​ຝ່າຍ​ຕາ​ເວັນ​ຕົກ​ບາງ​ຄົນ​ທີ່ເວົ້າ​ວ່າ: ຈີນ​ຢາກ​ຂະ​ຫຍາຍອິດ​ທິ​ພົນ​ໂດຍ​ຜ່ານ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ຕ້ານ​ພະ​ຍາດ, ວັນ​ທີ 30 ມີ​ນາ​ນີ້, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງວ່າ: ຫວັງ​ວ່າ​ຝ່າຍ​ທີ່​ກ່ຽວ​ຂ້ອງຈະ​ສາ​ມາດ​ເບິ່ງ​ບັນ​ຫາ​ຢ່າງ​ພາ​ວະ​ວິ​ໄສ​ຕໍ່ຄວາມ​ເປັນ​ຈິງ​ທີ່​ຈີນ​ດຳ​ເນີນ​ການ​ຮ່ວມ​ມື​​ສາ​ກົນ​ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19, ຄວນ​ມີ​ຖ້ອຍ​ຄວາມ ແລະ​ກະ​ທຳ​ໃນ​ເລື່ອງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ພະ​ຍາດໃຫ້ຫຼາຍກວ່າ​ເກົ່າ.

ທ່ານນາງ​ກ່າວ​ເນັ້ນ​ວ່າ: ​ເມື່ອ​ຜະ​ເຊີນ​ໜ້າ​ກັບ​ພະ​ຍາດ, ຈະ​ບໍ່​ມີ​ປະ​ເທດ​ໃດໆ​ສາ​ມາດ​ປົກ​ປ້ອງ​ພຽງ​ແຕ່​ຕົນ​ເອງ​ໄດ້​ເທົ່າ​ນັ້ນ, ມີ​ແຕ່​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ​ຈິ່ງ​​ຈະສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໄດ້. ປະ​ຊາ​ຊົນ​ຈີນ​ຈະ​ບໍ່ຫຼົງ​ລືມ​ການ​ສະ​ໜັບ​ສະ​ໜູນ​ແລະ​​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າຈາກ​ປະ​ຊາ​ຄົມ​ໂລກ​ ໃນ​ໄລ​ຍະ​ທີ່​​ຫຍຸ້ງ​ຍາກ​ທີ່​ສຸດ​ທີ່​ຈີນ​ຕ້ານ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19. ຊາດ​ຈີນ​ເປັນ​ຊາດ​ທີ່​ຮູ້​ບຸນ​ຄຸນ ແລະ​ຮູ້​​ຈັກຕອບ​ແທນ​ບຸນ​ຄຸນ. ໃນ​ຂະ​ນະ​ທີ່​ສືບ​ຕໍ່​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ພາຍ​ໃນ​ປະ​ເທດ​ໃຫ້​ດີ, ພວກ​ຂ້າ​ພະ​ເຈົ້າກໍ​ໄດ້​ໃຫ້​ການ​ຊ່​ວຍ​ເຫຼືອ​ແກ່​ປະ​ເທດ​ອື່ນໆ​ທີ່​ມີ​ຄວາມ​ຕ້ອງ​ການ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ. ສິ່ງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ພິ​ຈາ​ລະ​ນາ​ແລະ​ລົງ​ມື​ປະ​ຕິ​ບັດ ລ້ວນ​ແຕ່​ແມ່ນ​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ແລະ​ປະ​ຊາ​ຊົນ​ທີ່​ມີ​ຄວາມ​ຕ້ອງ​ການ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​, ຊ່ວຍ​ຊູ​ຍູ້​ໜູນ​ກັນ, ສະ​ໜັບ​ສະ​ໜູນ​ກັນ​ກັບ​ປະ​ຊາ​ຄົມ​ໂລກ ເພື່ອກອບ​ກູ້​​ຊີ​ວິດ​ແລະ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​​ສຸ​ຂະ​ພາບຮ່​າງ​ກາຍ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ: ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ພວມ​ເລັ່ງ​ລັດ​ການ​ຜະ​ລິດ​ຢ່າງ​ຕໍ່​ເນື່ອງ ເພື່​ອ​ເພີ່ມ​ຄວາມ​ສາ​ມາດ​ໃນ​ການສະ​ໜອງ​ອຸ​ປະ​ກອນ​ປ້ອງ​ກັນ​​ພະ​ຍາດ​ໃຫ້ຫຼາຍກວ່າ​ເກົ່າໃຫ້​ແກ່​ປະ​ເທດ​ອື່ນໆ​ທີ່​ມີ​ຄວາມ​ຕ້ອງ​ການ ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຕ້ານ​ພະ​ຍາດຢູ່​ປະ​ເທດ​ອື່ນໆ.

ຄຳ​ເຫັນ

0