刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດກອງ​ປະ​ຊຸມສະ​ໄໝ​ພິ​ເສດ​ທາງ​ວິ​ດີ​ໂອຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ກຸ່ມ G20​ ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19

2020-03-31 14:23:38 CRI

 

ກອງ​ປະ​ຊຸມ​ສະ​ໄໝ​ພິ​ເສດ​ທາງວິ​ດີ​ໂອຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າກຸ່ມ G20 ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19 ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ມີ​ນາ​ນີ້, ທ່ານ​ຈົ່ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າຈີນ​​ໄດ້​ເຂົ້າ​ຮ່ວ​ມ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້ປຶກ​ສາ​ຫາ​ລື​​ເຖິງຜົນ​ກະ​ທົບ​ຂອງ​ສະ​ພາບ​ພະ​ຍາດ​ໂຄວິດ-19ທີ່​ມີ​ຕໍ່​ໂລກ ແລະ​ການ​ເຄື່ອນ​ໄຫວ​ຮັບ​ມື​ຂອງ​ກຸ່ມ G20. ຝ່າຍ​ຕ່າງໆ​ເຫັນ​ວ່າ: ຄວນ​ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ​ສະ​ໄໝ​ພິ​ເສດ​ຂອງ​ຜູ້​ນຳ​ກຸ່ມ G20 ເພື່ອ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ການ​ຮ່ວມ​ມື​ກັນ, ໃຊ້​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ເປີດກວ້າງ, ຫຼຸດ​​ຜົນ​ກະ​ທົບ​ຂອງ​ພະ​ຍາດ​ທີ່​ມີ​ຕໍ່​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ທົ່ວ​ໂລກ, ຊຸກ​ຍູ້​ການ​ໄຫຼວຽນຂອງ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ຂ້າມ​ຊາດ​, ຟື້ນ​ຟູ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ຄືນ​ໃໝ່.
ທ່ານ​ຈົ່ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ 4 ຂໍ້​ໃນ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ພິ​ເສດ ໂດຍ​ຮຽກ​ຮ້ອງ​ໃຫ້​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ຢ່າງ​ຮອບ​ດ້ານ, ເຕົ້າ​ໂຮມ​ກຳ​ລັງ​​ແຮງ​ສັງ​ລວມ​ທີ່​ເຂັ້ມ​ແຂງ​ເພື່ອ​ເອົາ​ຊະ​ນະ​ໃນ​ການ​ຕ້ານ​ພະ​ຍາດ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ກຸ່ມ G20 ຄວນ​ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ​ສະ​ໄໝ​ພິ​ເສດ​ຂອງ​ຜູ້​ນຳ​ກຸ່ມ G20 ເພື່ອ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19, ຈີນ​ມີຂໍ້​ສະ​ເໜີ 3 ຂໍ້ ຄື: ໜຶ່ງ, ເພີ່ມ​ມະ​ວີ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ອຸ​ປະ​ກອນ​ການ​ແພດ, ຮ່ວມ​ກັນ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ແລະ​ພະ​ນັກ​ງານ​​ແພດ; ສອງ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ແລະ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໃນ​ທົ່ວ​ໂລກ, ໃຊ້​ມາດ​ຕະ​ການຫຼຸດ​ຫຼື​ປອດ​ພາ​ສີ, ຍົກ​ເລີກ​ກຳ​ແພງ​ການ​ຄ້າ ແລະ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ​ຢ່າງ​ຕັ້ງ​ໜ້າ; ສາມ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ການ​ຮ່ວມ​ມື​ທີ່​ເປີດ​ປະ​ຕູ​ໃນ​ທົ່ວ​ໂລກ, ຮັກ​ສາ​ການ​ເປີດ​ປະ​ຕູ​ຂອງ​ຕະຫຼາດ, ຮັກ​ສາ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ ແລະ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ກາ​ນ​ຄ້າ.

ຄຳ​ເຫັນ

0