覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ທຶນສະ​ໜັບ​ສະ​ໜູນ 2500 ຕື້​ໂດ​ລາ​ສ​ະ​ຫະ​ລັດ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ

2020-03-31 12:01:29 cri

ໂດຍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ COVID- 19, ປະ​ຊາ​ກອນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ 2 ສ່ວນ 3 ໃນ​ໂລກ​ເຊິ່ງ​ບໍ່​ລວມ​ທັງປະ​ເທດ​ຈີນ​ກຳ​ລັງ​ຜະ​ເຊີນ​ກັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ. ວັນ​ທີ 30 ມີ​ນາ​ນີ້, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນຈຳ​ນວນ 2500 ຕື້​ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່​ປະ​ເທດ​ເຫຼົ່າ​ນີ້.
 

  ກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ວ່າ: ນັບ​ແຕ່​​ເກີດ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ COVID- 19​ເປັນ​ຕົ້ນ​ມາ, ປະ​ເທດ​ພວມ​ພັດ​ທະ​ນາ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຫຼວງ​ໃນ​ດ້ານ​ທີ່​ການ​ລົງ​ທຶນ​ໄຫຼ​ໄປ​ປະ​ເທດ​ອື່ນ, ເງິນ​ຕາ​ອ່ອນ​ຄ່າ, ການ​ຄ້າ​ສົ່ງ​ອອກ​ໄດ້​ຮັບ​ຜົນ​ກະ​ທົບແລະ​ອື່ນໆ.

 

ຄຳ​ເຫັນ

0