何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຈີນ​ເນັ້ນ​ປ້ອງ​ກັນ ແລະ ຄວບ​ຄຸມ​ຜູ້​ຕິດ​ເຊື້ອ​ທີ່​ບໍ່​ສະ​ແດງ​ອາ​ການ

2020-03-31 17:47:56 CRI

ວັນ​ທີ 30 ມີ​ນາ​ນີ້, ຈີນ​ໄດ້​ຈັດ​ກອງ​ປະ​ຊຸ​ມ​ໜ່ວຍ​ງານ​ຮັບ​ຜິ​ດ​ຊອບ​ວຽກ​ງານ​ຮັບ​ມື​ກັບ​ພະ​ຍາດCOVID-19ຂັ້ນ​ສູນ​ກາງ, ໂດຍ​ຮຽກ​ຮ້ອງ​ໃຫ້​ແຫ່ງ​ຕ່າງ​ໆ​ຂອງ​ຈີນ​​ປ້ອງ​ກັນ ແລະ ຄວບ​ຄຸມ​ຜູ້​ຕິດ​ເຊື້ອ​ທີ່​ບໍ່​ສະ​ແດງ​ອາ​ການໃຫ້​ດີ, ດຳ​ເນີນ​ການກວດ​ນິວ​ຄະ​ເລ​ອິກ​ຫາ​ເຊື້ອ​ໄວ​ຣັ​ສ​ຕໍ່​ທຸກ​ຄົນ​ທີ່​ເຂົ້າ​ເມືອງ.

 

ແຫ່ງ​ຕ່າງໆ​ຂອງ​ຈີນ​ຈະ​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການກວດ​ຫາ​ເປົ້າ​ໝາຍ​ທີ່​ແນ່ນອນ, ເປີດກວ້າງ​ຂອບ​ເຂດການກວດ​ຫາ​ເຊື້ອອອກ​ໄປ​ສູ່​ຜູ້​​ທີ່ເຄີຍ​ຢູ່​ໃກ້​ຊິດ​ກັບ​ຄົນ​ເຈັບ ແລະ ຜູ້​ຕິດ​ເຊື້ອ​ທີ່​ບໍ່​ສະ​ແດງ​ອາ​ການ, ເຂດ ແລະ ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ສູງ ແລະ​ອື່ນໆ. ເມື່ອ​ພົບ​ຜູ້​ຕິດ​ເຊື້ອ​ທີ່​ບໍ່​ສະ​ແດງ​ອາ​ການ​ແລ້ວ​ຈະ​ກັກ​ບໍ​ລິ​ເວນ​ແບບ​ລວມ​ສູນ ແລະ ໃຊ້​ມາດ​ຕະ​ການ​ທາງ​ການ​ແພດ​ຢ່າງ​ເຂັ້ມ​ງວດ, ເປີດ​ເຜີຍ​ຂໍ້​ມູນ​ຢ່າງ​ໂປ່ງ​ໃສ, ແລະ ຊອກ​ຄົ້ນ​ຫາ​ແຫຼ່ງ​ຕິດ​ເຊື້ອ​ມາ​ໂດຍ​ໄວ, ພ້ອມ​ກັນ​ນັ້ນ​ຍັງ​ຈະ​ກັກ​ບໍ​ລິ​ເວນ​​ຜູ້​ທີ່ເຄີຍ​ຢູ່​ໃກ້​ຊິດ​ກັບ​ຜູ້​ຕິດ​ເຊື້ອ​ເພື່ອ​​ເຝົ້າ​ຕິດ​ຕາມ​ອາ​ການ​ທາງ​ການ​ແພດ. ນອກ​ຈາກ​ນັ້ນ, ຍັງ​ຈະ​ເພີ່ມ​ທະ​ວີ​ກຳ​ລັງ​ວັດ​ແທກ ແລະ ອຸ​ປະ​ກອນ​ວັດ​ແທກ, ດຳ​ເນີນ​ການກວດ​ນິວ​ຄະ​ເລ​ອິກ​ຫາ​ເຊື້ອ​ໄວ​ຣັ​ສ​ຕໍ່​ທຸກ​ຄົນ​ທີ່​ເຂົ້າ​ເມືອງ.

ຄຳ​ເຫັນ

0