刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 23 ກໍ​ລະ​ກົດ​ຫາ​ວັນ​ທີ 8 ສິງ​ຫາ​ປີ 2021

2020-03-31 12:12:00 CRI

 

ວັນ​ທີ 30 ມີ​ນາ​ນີ້, ຄະ​ນະ​ກຳ​ມະ​ການໂອ​ລິມ​ປິກ​ສາ​ກົນ​ໄດ້​ແຈ້ງ​ຂ່າວ​ທາງ​ການ ໂດຍ​ໄດ້​ຕົກ​ລົງ​ວ່າ ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ 2020 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 23 ກໍ​ລະ​ກົດ​ຫາ​ວັນ​ທີ 8 ສິງ​ຫາ​ປີ 2021, ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 24 ສິງ​ຫາ​ຫາ​ວັນ​ທີ 5 ກັນ​ຍາ​ປີ 2021.

ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ: ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ມາ​ຄົມ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ສາ​ກົນ​ທັງ​ໝົດ ແລະ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຂອງ​ປະ​ເທດ​ຕ່າງໆ ເຊິ່ງ​ຂໍ້​ຕົກ​ລົງ​ນີ້​ໄດ້​ພິ​ຈາ​ລະ​ນາຈາກ 3 ດ້ານ ຄື: ການ​ປົກ​ປ້ອງສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ນັກ​ກິ​ລາ​ແລະ​ຜູ້​ເຂົ້າ​ຮ່ວມ​ງານ​ທຸກ​ຄົນ, ປົກ​​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ນັກ​ກິ​ລາ​ແລະ​ກິ​ລາ​ໂອ​ລິມ​ປິກ ແລະ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ການກຳ​ນົດ​ລາຍ​ການ​ການ​ແຂ່ງ​ຂັນ​ກິ​ລາ​ສາ​ກົນ​ຢ່າງ​ເຕັມ​ສ່ວນ.

ຄຳ​ເຫັນ

0