吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການຄັງ​ປັນຍາ CCG ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຫຼາຍ​ລະດັບ​ເພື່ອຮ່ວມກັນ​ຕ້ານ​ພະຍາດ COVID-19

2020-03-31 16:49:16 cri

ວັນ​ທີ 30 ມີນາ​ນີ້, ສູນ​ຈີນ ​ແລະ​ໂລກາ​ພິ​ວັດ ຫຼື CCG ໄດ້​ອອກ​ບົດ​ລາຍ​ງານ​ພາຍ​ໃຕ້​ຫົວ​ຂໍ້ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນຫຼາຍ​ລະດັບ​​ເພື່ອ​ຕ້ານ​ພະຍາດ COVID-19 ​ໃນ​ທົ່ວ​ໂລກ” ໂດຍ​ເນັ້ນໃຫ້​ເສດຖະກິດ​ໂລກ​ມີ​ຄວາມ​ໝັ້ນຄົງ, ຮັກສາ​ຕ່ອງ​​​ໂສ້​ການ​ສະໜອງ​​ ​ແລະ​ຕ່ອງ​ໂສ້​ອຸດສາຫະກຳ, ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງໂລກ, ຮ່ວມ​ກັນຄົ້ນຄວ້າ​ຢາວັກ​ແຊງ ແລະ​ຢາ​ປົວພະຍາດ COVID-19 ​ແລະ​ດ້ານ​ອື່ນໆ ​ ​​ເຊິ່ງ​ໄດ້​ອອກ​ຂໍ້​ສະ​ເໜີ 10 ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ພະຍາດ​ໃນ​ທົ່ວ​ໂລກ ​ຄື​: ສະໜັບສະໜູນ​ເວທີ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​​ເພື່ອດຳ​ເນີນ​ການ​​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ລະດັບ​ສູງເພື່ອ​ຕ້ານພະຍາດ COVID-19, ​ເສີມ​ຂະຫຍາຍ​ບົດບາດ​ຂອງ G20 ​ໃນ​ການ​ຮ່ວມ​ມື​ຕ້ານພະຍາດ COVID-19 ທົ່ວ​ໂລກ ​ແລະ​ເຮັດ​ໃຫ້​ເສດຖະກິດ​ໂລກ​ມີ​ຄວາມ​ໝັ້ນຄົງ; ສະໜັບສະໜູນ​ອົງການ​ອະນາ​ໄມ​ໂລກ ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ຮ່ວມ​ມືຕ້ານພະຍາດ COVID-19 ທົ່ວ​ໂລກ, ຊຸກຍູ້​ການສ້າງ​ກົນ​ໄກ​ຮ່ວມ​ມື​ປະສານ​ງານ​ການ​ບໍລິຫານ​ດ້ານສາທາລະນະ​ສຸກ​ຂອງ​ໂລກ; ​ໂດຍ​ຜ່ານ​ການ​ຮ່ວມ​ມື​ສາກົນ​ໃນ​ການຮັກສາ​ຄວາມ​ໝັ້ນທ່ຽງດ້ານຕ່ອງ​​ໂສ້​ມູນ​ຄ່າ, ​ຕ່ອງ​​ໂສ້​ການ​ສະໜອງ ​ແລະ​ຕ່ອງ​ໂສ້ອຸດສາຫະກຳ​ການ​ຜະລິດ​​ທົ່ວ​ໂລກ, ສ້າງ​ກຳລັງ​ຊຸກ​ດັນ​ໃໝ່​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດຖະກິດ​ໂລກ; ຈີນ ​ແລະ​ອາ​ເມຣິກາ​ຄວນ​ເພີ່ມ​ທະວີ​ການ​ເຈລະຈາ ​ເພື່ອ​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນດ້ານ​ການ​ຄ້າອຸປະກອນການ​ແພດລະຫວ່າງ​ສອງ​ຝ່າຍ ​ແລະ​ຊຸກຍູ້ການ​ຮ່ວມ​ມື​ຕ້ານພະຍາດ COVID-19 ​ໃນ​ທົ່ວ​ໂລກ; ສະໜັບສະໜູນ​ອົງການ​ການ​ຄ້າ​ໂລກ​ເຂົ້າ​ຮ່ວມ​ການ​ຕ້ານພະຍາດ COVID-19 ທົ່ວ​ໂລກ, ຊຸກຍູ້​ການ​ຄ້າ​ອຸປະກອນຈຳ​ເປັນ​ສຸກ​ເສີນ​​ໃຫ້​ມີ​ຄວາມ​ສະ​ດວກ ​ແລະ​ການ​ຮ່ວມ​ມື​ດ້ານ​ຕ່ອງ​ໂສ້​ການ​ສະໜອງ; ປົກ​ປັກຮັກສາ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ​ເອົາ​ໃຈ​ໃສ່​ຕ້ານພະຍາດ COVID-19, ຮ່ວມ​ກັນ​ຊ່ວຍ​ເຫຼືອ​ເຂດ​ແຄວ້ນ ​ແລະ​ປະ​ເທດ​ທີ່​ມີ​ລະບົບ​ສາທາລະນະ​ສຸກ​ທີ່​ຍັງ​ບໍ່​ທັນ​ເຂັ້ມ​ແຂງ; ສົ່ງ​ເສີມບັນດາ​ປະ​ເທດ​ແບ່ງປັນ​ຜົນ​ການ​ຄົ້ນຄວ້າຂໍ້ມູນຂ່າວສານຕ້​ານພະຍາດ COVID-19 ​ແລະສະໜັບສະໜູນ​ຫຼາຍ​ປະ​ເທດ​ດຳ​ເນີນການ​ຮ່ວມ​ມື​ຄົ້ນ​ຄ້ວາ​ຢາ​ປົວ​ພະຍາດ ​ແລະຢາ​ວັກ​ແຊງ; ລັດ ​ແລະ​ສັງຄົມ​ຄວນດຳ​ເນີນ​ການ​ບໍລິຈາກ​ຊ່ວຍ​ເຫຼືອ​ດ້ວຍ​ຮູບ​ການ​ຕ່າງໆ, ​ເຕົ້າ​ໂຮມ​ກຳລັງ​ໃຫ້​ໃຫຍ່​ກວ່າ​​ເກົ່າ​ໃນ​ການ​ຮ່ວມ​ກັນ​ຕ້ານ​ພະຍາດ; ຮັບປະກັນ​ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​ໃນ​ທົ່ວ​ໂລກມີ​ຄວາມ​ໝັ້ນຄົງ, ​ເພີ່ມ​ທະວີ​ການ​ຄຸ້ມຄອງ​ຄວາມໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃນ​ທົ່ວ​ໂລກ​ໂດຍ​ຜ່ານ​ການ​ຮ່ວມ​ມື​ລະຫວ່າງ​ເຂດ​ແຄວ້ນ ​ແລະ​ລະບົບ​ຫຼາຍ​ຝ່າຍ; ສົ່ງ​ເສີມ ​ແລະ​ຊຸກຍູ້​ໃຫ້​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະ​ນຸດ, ຍົກ​ສູງ​ຄວາມ​ໝັ້ນ​ໃຈ​ໃນ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ.

ຄຳ​ເຫັນ

0