覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​ດ້ວຍ​ຄວາມ​ສະ​ໝັກ​ໃຈ

2020-04-04 09:54:22 cri

图片默认标题_fororder_shfljsflzhisfhslufe1
 

ວັນ​ທີ 3 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີ​ນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ກ່າວ​ເນັ້ນ​ວ່າ: ​ໃນ​ໄລ​ຍະ​ທີ່ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19​ຢູ່​ຈີນ​ໄດ້​​ມີ​ທ່ວງ​ທ່າ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ການ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ​ຄືນ​ໃໝ່​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ບໍ່​ຢຸດ​ຢັ້ງ, ພວກ​ເຮົາ​ພ້ອມ​ກັນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ ​ປູກ​ຕົ້ນ​ໄມ້​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຄັ້ງ​ນີ້​ກໍ​ຖື​ວ່າ​ເປັນ​ການ​ກະ​ທຳ​ຕົວ​ຈິງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແລະ​ເລັ່ງ​ການຟື້ນ​ຟູ​​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງການ​ຜະ​ລິດ​ແລະ​ການ​ດຳ​ລົງ​ຊີ​ວິດ, ທັງ​ເປັນ​ການ​ສົ່ງ​ເສີມ​ແນວ​ຄິດ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດແລະ​ສົ່ງ​ເສີມ​ໃຫ້​ຄົນ​ກັບ​ທຳ​ມະ​ຊາດ​ດຳ​ລົງ​ຄົງ​ຕົວ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ.
 

图片默认标题_fororder_shfljsflzhisfhslufe2
 

 ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ຕື່ມ​ວ່າ: ຕ້ອງ​ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ແລະ​ຟື້ນ​ຟູ​​ລະ​ບົບ​ນິ​ເວດ, ຂະ​ຫຍາຍ​ພື້ນ​ທີ່​ສີ​ຂຽວ​ຂອງ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ໃຫ້​ກວ້າງ​ອອກ, ປູກ​​ຕົ້ນໄມ້​ສ້າງ​ປ່າ​ເພື່ອ​ປະ​ຊາ​ຊົນ, ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສ້າງ​ສາ​ປະ​ເທດ​ຈີນ​ທີ່​ສວຍ​ງາມ​ໂດຍ​ມີ​ພູ​ຂຽວ​ນ້ຳ​ໃສ​ແລະ​ອາ​ກາດ​ບໍ​ລິ​ສຸດ​ສົດ​ຊື່ນ​ຕະຫຼອດ​ປີ.
 

图片默认标题_fororder_shfljsflzhisfhslufe3

 

ຄຳ​ເຫັນ

0