何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ທັດ​ສະ​ນະ​ກ່ຽວ​ກັບ​ເສດ​ຖະ​ກິດ​ຈີນ

2020-04-19 15:39:11 CRI

图片默认标题_fororder_W020200419370518009583

ວັນ​ທີ17 ​ເມສາ​ນີ້, ອົງການ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​​ປະກາດ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ໄຕ​ມາດ​ທີ 1 ຂອງປີ 2020, ຍອດ​ມູນ​ຄ່າ GDP ຂອງ​ຈີນ​ບັນລຸ 20650,4 ຕື້​ຢວນ, ​ເມື່ອ​ຄິດ​ໄລ່​ຕາມ​ລາຄາ​ທີ່​ສົມທຽບ​ແລ້ວ ​ໄດ້​ຫຼຸດ​ລົງ 6,8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ. ຂໍ້​ມູນ​ດັ່ງກ່າວ​ຍັງ​ສະ​ແດງ​​ໃຫ້​ເຫັນ​ວ່າ, ​ໃນ​ໄຕ​ມາດ​ທີ 1 ຂອງປີ​ນີ້, ຂະ​ແໜງ​ການ​ສຳຄັນ ​ແລະຜະລິດ​ຕະພັນ​ສຳຄັນ​ທີ່​ພົວພັນ​ເຖິງ​ເສດຖະກິດ​ແຫ່ງຊາດ ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ, ຊີວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນຖານ​ຂອງ​ປະ​ຊາ​ຊົນ ມີການຮັບປະກັນ​ໄດ້ເປັນ​ຢ່າງ​ດີ​ໂດຍ​ຕະຫຼອດ. ຄຽງ​ຄູ່​ກັບ​ການ​ປ້ອງ​ກັນ ​ແລະຄວບ​ຄຸມພະ​ຍາດ​COVID-19ໄດ້​ຮັບ​ປະສິດທິ​ຜົນ​ທີ່​ດີ​ຂຶ້ນ, ການ​ຟື້ນ​ຟູ​ການ​ເຮັດ​ວຽກ ​ແລະການ​ຜະລິດ​ກໍ​ໄດ້​ດຳ​ເນີນ​ໄປ​ຕາມ​ຫຼັກ​ວິທະຍາສາດ​ເທື່ອ​ລະ​ກ້າວ, ຈັງຫວະ​ຫຼຸດ​ລົງຂອງ​ຕົວ​​ຊີ້​ວັດ​ສຳ​ຄັນດ້ານເສດຖະກິດ​ໃນ​ເດືອນ​ມີນາ​ຜ່ານ​ມາ​ໄດ້ຫຼຸດ​ໜ້ອຍ​ລົງ​ຢ່າງ​ພົ້ນ​ເດັ່ນ. ​ໃນ​ໄຕ​ມາດ​ທີ 1, ມູນ​ຄ່າ​ເພີ່ມ​ຂອງອຸດສາຫະກຳ​ທີ່ມີ​ລາຍ​ຮັບ​ຫຼາຍ​ວ່າ 20 ລ້ານ​ຢວນ​ໄດ້​ຫຼຸດ​ລົງ 8,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ, ​ສະເພາະໃນ​ເດືອນ​ມີນາ​ພຽງ​ແຕ່​ໄດ້ຫຼຸດ​ລົງ 1,1% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ, ​ແລະ ສາມາດ​ຟື້ນ​ຟູ​ສູ່​ລະດັບ​ດຽວ​ກັນ​ກັບ​ປີ​ຜ່ານ​ມາ​ໂດຍ​ພື້ນຖານ​ແລ້ວ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື, ​ເດືອນ​ມີນາ​ປີຜ່ານມາ​ກໍ​ແມ່ນ​ເດືອນ​ໜຶ່ງ​ທີ່​ອຸດສາຫະກຳ​ເຕີບ​ໂຕ​ຂຶ້ນ​ຫຼາຍ​ທີ່​ສຸດ​ສຳລັບ​ໝົດປີຜ່ານມາ.

 

ການ​ແຜ່​ລະບາດ​ຂອງ​ພະຍາດCOVID-19 ​ໄດ້​ສ້າງ​ຜົນ​ກະທົບ​ຢ່າງ​ຮຸນ​ແຮງ​ຕໍ່​ເສດຖະກິດ​ສັງຄົມ​ຈີນ​ໂດຍ​ບໍ່​ສາ​ມາດຫຼີກ​ລ່ຽງ​ໄດ້. ​ແຕ່​ພາຍ​ໃຕ້​ສະພາບ​ການ​ທີ່​ຕ້ານ​ກັບ​ພະຍາດ, ​ເສດຖະກິດ​ຈີນ​ຍັງ​ສາມາດ​ຮັກສາ​ລະດັບ​ການ​ພັດທະນາ​ໄດ້ຄື​ແນວ​ນີ້, ສາມາດ​​ເວົ້າ​​ໄດ້​ວ່າ​: ນີ້ແມ່ນ​ຜົນງານ​ທີ່​ຍາດ​ມາ​ໄດ້ບໍ່​ແມ່ນ​ງ່າຍດາຍ.

图片默认标题_fororder_pei12

ຄວນ​ຕີ​ລາ​ຄາ​ແນວ​ໃດ​ຕໍ່​ເສດຖະກິດ​ຈີນ​ໃນ​ປະຈຸ​ບັນ?ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຊີ້​ອອກ​ວ່າ: ຍິ່ງແມ່ນ​ໃນ​ໄລຍະ​ນີ້, ຍິ່ງ​ຕ້ອງ​ມີ​ທ່າ​ທີ​ທີ່ ສັດຈະ​ວິພາກຮອບດ້ານ ​ແລະ ມີວິ​ໄສ​ທັດ​ຍາວ​ໄກ​ເພື່ອວິເຄາະການ​ພັດທະນາ​ຂອງ​ຈີນ, ແລະ ຍິ່ງ​ຕ້ອງ​ຮັກ​ສາ ແລະ ເພີ່ມ​ຄວາມ​ໝັ້ນ​ໃຈ. ຈີນ​​ແມ່ນ​ປະ​ເທດ​ໃຫຍ່, ມີ​ຄວາມ​ເຂັ້ມ​ແຂງມີ​ກຳລັງ​ບົ່ມ​ຊ້ອນ​ຫຼາຍ, ມີ​ຫຼາຍ​ຊ່ອງ​ທາງ​ໃນ​ການ​ແກ້​ໄຂ​ບັນຫາ. ​​ສະ​ພາບພື້ນຖານ​ທີ່​ເສດຖະກິດ​ຈີນ​ພັດທະນາ​ໄປ​ໃນ​ທາງ​ທິດ​ທີ່​ດີບໍ່​ມີການ​ປ່ຽນ​ແປງ, ການ​ແຜ່​ລະບາດ​ຂອງ​ພະຍາດ​ມີ​ແຕ່​ສົ່ງຜົນ​ກະທົບ​ໃນ​ໄລຍະ​ສັ້ນເທົ່ານັ້ນ, ​ແຕ່ກໍສາມາດ​ຄວບ​ຄຸມ​​ໄວ້ໄດ້​​ໂດຍລວມ.

 

ປີ 2019, GDPທີ່ສະເລ່ຍຕໍ່ຫົວຄົນຂອງຈີນບັນລຸຫຼາຍກວ່າ 10.000 ໂດລາສະ​ຫະ​ລັດ, GDPໄດ້ບັນລຸເກືອບ 100.000ຕື້ຢວນໂດຍທີ່ຍອດປະລິມານເສດຖະກິດ​ເພີ່ມ​ຂຶ້ນຢ່າງບໍ່ຢຸດຢັ້ງ, ຄຸນນະພາບແຫ່ງການພັດທະນາເສດຖະກິດໄດ້ຍົກສູງຂຶ້ນຢ່າງໝັ້ນທ່ຽງ. ພ້ອມກັນນັ້ນ, ຂະແໜງ​ອຸດ​ສ​ຫະ​ກຳການຜະລິດທີ່ມີທຸກປະເພດຢ່າງຄົບຖ້ວນໄດ້ເຮັດໃຫ້ຈີນກາຍເປັນ “ໂຮງງານຂອງໂລກ”, ປະຊາກອນ 1 ຕື້ 400 ລ້ານກວ່າຄົນໄດ້ເຮັດໃຫ້ຈີນກາຍເປັນ “ຕະຫຼາດໃຫຍ່ຂອງໂລກ”.

图片默认标题_fororder_pei1

ການພັດທະນາຂອງຈີນໃນປີນີ້ໄດ້ຜະເຊີນກັບສິ່ງທ້າທາຍຫຼາຍຂຶ້ນ, ບວກກັບຜົນກະທົບຈາກສະພາບພະຍາດຄັ້ງນີ້, ການເຮັດວຽກເພື່ອພັດທະນາເສດຖະກິດສັງ​ຄົມຍິ່ງມີຄວາມຫຍຸ້ງຍາກຫຼາຍ. ທ່ານສີຈິ້ນຜິງຊີ້ອອກວ່າ: ຕ້ອງຮັບຮູ້ຢ່າງ​ຈະ​ແຈ້ງ​ຕໍ່​ກັບຄວາມສັບສົນຂອງການປ້ອງກັນແລະຄວບຄຸມພະຍາດແລະສະພາບການພັດທະນາເສດຖະກິດສັງຄົມໃນປັດຈຸບັນ, ເພີ່ມຄວາມຮັບຜິດຊອບແລະຄວາມຮີບດ່ວນໃນການເຮັດວຽກຕ່າງໆໂດຍລວມໃຫ້ດີ. ຕ້ອງຊຸກຍູ້ການຟື້ນຟູການເຮັດວຽກແລະການຜະລິດໃຫ້ຂະຫຍາຍໄປສູ່ຂະແໜງການຕ່າງໆ​ ຢ່າງແຂງແຮງ, ເປັນລຳດັບແລະວ່ອງໄວ​ຂຶ້ນ, ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກແລະສິ່ງກີດຂວາງໃນການຟື້ນຟູການເຮັດວຽກແລະການຜະລິດ, ຊຸກຍູ້ໃຫ້ຕ່ອງໂສ້ອຸດສາຫະກຳຟື້ນຟູການຜະ​ລິດຢ່າງທົ່ວເຖິງ.

 

ວິກິດການແລະໂອກາດຈະ​ຄົງ​ຕົວຢູ່ນຳກັນ, ເມື່ອສາມາດຜ່ານຜ່າວິກິດການໄດ້ແລ້ວກໍຈະເຫັນໂອກາດໃໝ່.ຄຽງຄູ່ກັບການແຜ່ລະບາດຂອງເຊື້ອພະຍາດຢ່າງວ່ອງໄວຢູ່ຕ່າງປະເທດ, ການເຄື່ອນໄຫວເສດຖະກິດການຄ້າສາກົນໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ເສດຖະກິດຈີນກໍຜະເຊີນກັບສິ່ງທ້າທາຍໃໝ່, ແຕ່ກໍໄດ້ສ້າງໂອກາດໃໝ່ໃຫ້ແກ່ຈີນເພື່ອເລ່ັງລັດພັດທະນາວິທະຍາສາດເຕັກນິກແລະຊຸກຍູ້ການຍົກລະດັບອຸດສາຫະກຳໃຫ້ສູງຂຶ້ນ.

图片默认标题_fororder_pei123

ບໍ​ລິ​ສັດ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຫຸ່ນ​ຍົນ​ແຫ່ງ​ໜຶ່ງ​ຢູ່​ເຂດ​ນິ​ຍົມ​ວິ​ທະ​ຍາ​ສາດ​ເຕັກ​ນິກໃນ​ອະ​ນາ​ຄົດ​ຢູ່ເມືອງ​ຢູ​ຫາງ​ນະ​ຄອນ​ຫາງ​ໂຈ່ວ​ແຂງ​ເຈີ້​ຈ່ຽງ, ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ບໍ​ລິ​ສັດ​ນີ້​ໄດ້​ຕັ້ງ​ໜ້າ​ປະ​ດິດ​ສ້າງ​ໃໝ່​ໂດຍ​ໄດ້​ຄົ້ນ​ຄວ້າ​ພັດ​ທະ​ນາ​ຫຸ່ນ​ຍົນ​ອັດ​ສະ​ລີ​ຍະ​ຂ້າ​ເຊື້ອ​.ຫຸ່ນ​ຍົນ​ຊະ​ນິດ​ນີ້​ສາ​ມາດ​ບັນ​ທຸກ​ຢາ​ຂ້າ​ເຊື້ອໄດ້ຫຼາຍ​ສຸດ​ເຖິງ​100 ກິ​ໂລ, ເມື່ອທຽບ​ໃສ່​ຄົນ​ແລ້ວ​ສາ​ມາດ​ຂົນ​ຢາ​ຂ້າ​ເຊື້ອໄດ້ຫຼາຍ​ກວ່າ ຢ່າງ ຫຼວງຫຼາຍ, ປົກກະຕິກຳ​ມະ​ກອນ​ຂ້າ​ເຊື້ອ​ຄົນໜຶ່ງສາມາດຂົນຢາ​ຂ້າ​ເຊື້ອ​ໄດ້ຫຼາຍ​ສຸດ​ພຽງແຕ່ 40 ກິ​ໂລ​ເທົ່​ານັ້ນ. ປັດ​ຈຸ​ບັນ, ບໍ​ລິ​ສັດ​ນີ້​ໄດ້​ຮັບ​ໃບ​ສັ່ງ​ຈອງ​​ຫຸ່ນ​ຍົນຫຼາຍກວ່າ 100 ເຄື່ອງຈາກ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ.

 

ໃນ​ເວ​ລາ​ສຳ​ຫຼວດ​ກວດກາ​​ວຽກ​ງານຢູ່​ແຂວງ​ເຈີ້​ຈ່ຽງ, ທ່ານ​ສີ​ຈິ້ນ​ຜິງ​​ໄດ້ຊີ້​ອອກວ່າ: ຕ້ອງ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ​ທີ່​ເກີດ​ຈາກ​ການ​ຫັນ​ເປັນອຸດ​ສາ​ຫະ​ກຳ​ໃຫ້​ເປັນ​ດິ​ຈິ​ຕອນ​ແລະ​ຫັນ​ເຕັກ​ນິກ​ດິ​ຈິ​ຕອນ​ໃຫ້​ເປັນ​ອຸດ​ສາ​ຫະ​ກຳ, ເລັ່ງ​ລັດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ໃໝ່​ເຊັ່ນ:ເຄືອ​ຂ່າຍ​ອິນ​ເຕີ​ເນັດ 5G, ສູນ​ຂໍ້​ມູນ​ຂ່າວ​ສານ​ເປັນ​ຕົ້ນ, ເລັ່ງ​ລັດວາງ​ແຜນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່​ແລະ​ອຸດ​ສາ​ຫະ​ກຳ​ອະ​ນາ​ຄົດ​ທີ່​ມີ​ຄວາມ​ໝາຍ​ດ້ານ​ຍຸ​ດ​ທະ​ສາດ​ເຊັ່ນ:ເສດ​ຖະ​ກິດ​ດິ​ຈິ​ຕອນ, ອຸດສາຫະກຳການ​ຮັກ​ສາ​ສຸ​ຂະ​ພາບ​ແລະ​ ກ່ຽວຂ້ອງກັບຊີ​ວິດ, ວັດ​ສະ​ດຸ​ໃໝ່​ແລະ​ອື່ນ​ໆ, ອອກ​ແຮງ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ໃນຈຸດ​ເຕີບ​ໂຕ​ໃໝ່​ໃຫ້​ເຂັ້ມ​ແຂງແລະ​ກາຍ​ເປັນ​ກຳ​ລັງ​​ແຮງ​ໃໝ່​ໃນ​ການຂັບ​ເຄື່ອນ​​ກາ​ນ​ພັດ​ທະ​ນາ.

 ​ການເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ແລະ​ບຸກ​ບືນ​ກ້າວ​ຂຶ້ນ​ຈາກ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ. ຂໍ​ພຽງ​ແຕ່​ພວກ​ເຮົາ​ຫັນ​ແຮງ​ກົດ​ດັນ​ໃຫ້​ເປັນ​ແຮງ​ຊຸກ​ດັນ, ຮູ້ຈັກ​ຫັນ​ວິ​ກິດ​ການ​ໃຫ້​ເປັນ​ໂອ​ກາດ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ​ແລະ​ກຳ​ລັງ​ແຮງ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ຂອງ​ການ​ພັດ​ທະ​ນາ​ຂອງ​ຈີນ ກໍ​ຈະ​ສາ​ມາດ​ເຮັດ​ໃຫ້​ເສດ​ຖະ​ກິດ​ສັງ​ຄົ​ມ​ຈີນ​ມີທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ, ບັນ​ລຸ​ເປົ້າ​ໝາຍ​ໜ້າ​ທີ່​ໃນ​ການ​ຍາດ​ເອົາ​ໄຊ​ຊະ​ນະ​ຂັ້ນ​ສຸດ​ທ້າຍ​ໃນ​ການ​ສ້າງ​ສັງ​ຄົມ​ທີ່​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຮອບ​ດ້ານ​ແລະ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ໄດ້​ແນ່ນອນ.

ຄຳ​ເຫັນ

0