何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ສຶ​ກ​ສາ​ທີ່​ເກີດ​ໃນຊຸມ​ປີ1990ກັບ​ຄືນ​ບ້ານ​ເກີດ​ພາ​ພີ່​ນ້ອງ​ປະ​ຊາ​ຊົນ​ປູກດອກ​ໄມ້​ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ

2020-05-03 11:14:03 CRI

图片默认标题_fororder_1125937088_15884283138131n

 

ທ້າວ​ຕົງ​ຢວນ​ທີ່​ມີ​ອາ​ຍຸ 29ປີ​ໃນ​ປີ​ນີ້​ແມ່ນ​ຄົນ​ບ້ານ​ລູ​ຊຸ່ນ​ນະ​ຄອນ​ຈື່​ໂປ​ແຂວງ​ສ່ານ​ຕົ່ງ​ຈີນ. ປີ 2016 ລາວໄດ້​ກັບ​ຄືນ​ບ້ານ​ເກີດ​ເພື່ອ​ສ້າງ​ທຸ​ລະ​ກິດ​ດ້ວຍ​ຕົນ​ເອງ, ໂດຍ​ໄດ້​ປູກດອກ​ກຸ​ຫຼາບ. ໃນ 4 ປີ​ຜ່ານ​ມາ, ນັກ​ສຶກ​ສາ​ທີ່​ເກີດ​ໃນ​ຊຸມ​ປີ 1990  ຜູ້​ນີ້​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​​ຕ່າງໆບົນ​ເສັ້ນ​ທາງ​​ສ້າງ​ທຸ​ລະ​ກິດ​ດ້ວຍ​ຕົນ​ເອງ. ປະ​ຈຸ​ບັນ, ​ເມື່ອ​ຮອດ​ວັນ​ບຸນ, ດອກ​ໄມ້​ສົດ​ທີ່​ຜະ​ລິດ​ຈາກ​ໂຮງ​ຢາງ​ຂອງ​ລາວສາ​ມາດ​ຜ່ານ​ຊ່ອງ​ທາງ​​ທາງ​ອອນ​ລາຍ ແລະ ອອ​ຟ​ລາຍ​ເພື່ອຈຳ​ໜ່າຍໄປ​ສູ່ຫຼາຍ​ແຂວງ​ຂອງ​ຈີນ.

图片默认标题_fororder_1125937088_15884283136371n

 

ເມື່ອ​ທຸ​ລະ​ກິດ​ຂອງ​ຕົນ​ມີ​ຂະ​ໜາດ​ໃຫຍ່​ຂຶ້ນ​ແລ້ວ, ທ້າວ​ຕົງ​ຢວນ​ບໍ່​ໄດ້​ລືມ​ພີ່​ນ້ອງ​ປະ​ຊາ​ຊົນ​ໃນ​ບ້ານ​ເກີດ​ຕົນ. ລາວ​ໄດ້​ສັ່ງ​ຊື້ດ​ອກ​ໄມ້ທີ່​ປູກ​ໂດຍ​ຄົນຢູ່​ທ້ອງ​ຖິ່ນ​ຕົນ, ​ເພື່ອ​ຈຳ​ໜ່າຍ​ໄປ​ສູ່​ແຫ່ງ​ຕ່າງໆ​ພາຍ​ໃນ​ປະ​ເທດ​ພ້ອມ​ກັນ, ​ລາວ​ໄດ້ນຳ​ພາ​ພີ່​ນ້ອງ​ປະ​ຊາ​ຊົນ​ພ້ອມ​ກັນ​ພັດ​ທະ​ນາ​ຂະ​ແໜງ​ການ​ປູກ​ດອກ​ໄມ້ ແລະ ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ.

ຄຳ​ເຫັນ

0