黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ກຳ​ນົດ​ເວ​ລາ​ຈັດ​ “ກອງ​ປະ​ຊຸມ​ສອງ​ສະ​ພາ” ແລະຊີ​ວິດ​ສັງ​ຄົມ​ໄດ້ຟື້ນ​ຟູ​ສູ່ຄວາມເປັນປົກ​ກະ​ຕິຄືການ​ໂຕ້​ຕອບ​ທີ່​ເຂັ້ມ​ແຂງ​ທີ່​ສຸດຕໍ່ “ຄຳ​ຫຼອກ​ລວງຂອງ​ຜູ້ນຳ​ອາ​ເມຣິກາ​ບາງ​ທ່ານ”

2020-05-07 21:40:57 cri

ວັນ​ທີ 29 ເມ​ສາ​ຜ່ານ​ມາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 17 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງມະ​ຕິ​ຕົກ​ລົງກ່ຽວກັບ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13. ອີງ​ຕາມ​ມະ​ຕິ​ຕົກ​ລົງ, ກອງ​ປະ​ຊຸມ​ດັ່ງກ່າວ ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 22 ພຶດ​ສະ​ພາ​ນີ້. ຕອນ​ບ່າຍ​ມື້​ດຽວ​ກັນ, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ທ່ຽນ​ສິນ ແລະ ແຂວງ​ເຫີ​ເປີຍ​ ກໍ​ໄດ້​ປັບ​ລະດັບຈາກ​ລະ​ດັບ 1 ລົງ​ເປັນ​ລະ​ດັບ 2 ພ້ອມ​ທັງ​ໄດ້​ຍົກ​ເລີກ​ມາດ​ຕະ​ການ​ແຍກ​ດ່ຽວຂອງ​ບຸ​ກ​ຄົນທີ່ເດີນທາງ​ເຂົ້າ​ນະ​ຄອນຫຼວງ​ປັກ​ກິ່ງ​​ຈາກ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕ່ຳ​ພາຍ​ໃນ​ປະ​ເທດ. ນີ້​ເປັນ​​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ສາມາດຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເປັນ​ຢ່າງ​ດີ​ແລ້ວ, ແລະ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່ສາມາດຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຂອງ​ເສດຖະກິດ​ແລະຊີ​ວິດ​ສັງ​ຄົມ​ໃຫ້ເປັນ​ປົກ​ກະ​ຕິ ແລະ ໄດ້ປ້ອ​ງກັນ​ແລະ​ຄວບ​ຄຸມ​ພະ​ຍາດຕາມສະ​ພາບ​​ປົກ​ກະ​ຕິ​.

ແຕ່​ວ່າ, ຈົນ​ມາ​ຮອດ​ປັດ​ຈຸ​ບັນນີ້, ຜູ້​ນຳ​ບາງ​ທ່ານ​ຂອງ​ອາ​ເມ​ຣິ​ກາ​ຍັງ​ໄດ້​ປ່າວ​ປະ​ກາດ​ວ່າ: ຈີນ​ໄດ້​ປິດ​ບັງ​ຂໍ້​ມູນ​ຜູ້​ຕິດ​ເຊື້ອແລະຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ແລະ ກ່າວ​ວ່າ, ຜົນ​ງານ​ດ້ານ​ການ​ຕ້​ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຈີນ “ເປັນ​ຜົນ​ງານ​ປອມ”. ຄຳ​ຕອບ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ຖ້ອຍ​ຄຳ​ດັ່ງ​ກ່າວ​ກໍຄື: ຊີ​ວິດ​ສັງ​ຄົມ​ຂອງ​ຈີນ​ໄດ້​ຟື້ນ​ຟູສູ່ຄວາມ​ເປັນ​ປົກ​ກະ​ຕິແລ້ວ ແລະ ໄດ້ພັດທະນາຢ່າງ​ໜັກ   ​ແໜ້ນ. ຊີ​ວິດການເປັນຢູ່​ຂອງ​ປະ​ຊາ​ຊົນ​ຈີນກໍສາມາດ​ຟື້ນ​ຟູໃຫ້​ເປັນ​ປົກ​ກະ​ຕິແລ້ວ, ການ​ເຄື່ອນ​ໄຫວ​ທາງດ້ານ​ການ​ຄ້າ ແລະ ຂະ​ແໜງ​ການ​ທ່ອງ​ທ່ຽວ​ກໍໄດ້ຟື້ນ​ຟູ​ເປັນ​ປົກ​ກະ​ຕິ​​ເຊັ່ນກັນ ຫາກບໍ່​ແມ່ນເປັນພຽງ​ຕົວ​ເລກ​ຊື່ໆ, ໃນສັງຄົມໄດ້ມີ​ຂະ​ບວນ​ການ​ເຄື່ອນໄຫວແບບ​ຄຶກຄື້ນ​, ປາ​ກົດ​ການ​ໃນລັກສະນະ​ນີ້​ຄື​ສະ​ພາບ​ຄວາມ​ເປັນ​ຈິງ, ຫາກ​ບໍ່​ແມ່ນ​ປະ​ເທດ​ໃດ​ໜຶ່ງຈະ​ສາ​ມາດ​ປັ້ນ​ແຕ່ງ​ຂຶ້ນມາ​ໄດ້.

ມື້​ນີ້, ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽ​ວຈີນໄດ້​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ປີ​ນີ້, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ໄດ້​ຍຶດ​ໝັ້ນ​ໃນການປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ເຝົ້າ​ລະ​ວັງ​ຄວາມປອດໄພຕາມເສັ້ນ​ເພ​ດານ​​ຕ່ຳ​ສຸດ, ພ້ອມ​ທັງ​ໄດ້​ໃຊ້ຫຼາຍ​ມາດ​ຕະ​ການ ເພື່ອ​ຮັບ​ປະ​ກັນ​ໃຫ້​ຕະຫຼາດ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດສາມາດ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນແລະມີ​ຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ. ຕາມ​ການ​ຄາດ​ຄະ​ເນ​: ນັບ​ແຕ່​ວັນ​ທີ 1 ຫາວັນ​ທີ 5 ພຶ​ດ​ສະ​ພາ​ນີ້, ນັບ​ລວມ​ແລ້ວ, ທົ່ວ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 115 ລ້ານ​ເທື່ອ​ຄົນ, ລວມຍອດ​ລາຍ​ຮັບ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ບັນ​ລຸ 47,56 ຕື້ຢວນ. ທົ່ວ​ປະ​ເທດ​ບໍ່​ໄດ້​ເກີດ​ອຸ​ບັດ​ເຫດ​ໃຫຍ່​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ. ໃນຂະ​ນະ​ດຽວ​ກັນ, ການ​ຄົ້ນ​ຫາ “ຄູ​ປອງ​ບໍ​ລິ​ໂພກ” ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ່າງໆ​ທີ່ຖືກນຳໃຊ້ເພື່ອ​ກະ​ຕຸກ​ຊຸກ​ຍູ້​ການ​ບໍ​ລິ​ໂພກ​ຢູ່​ຕາມ​ອິນ​ເຕີ​ເນັດໄດ້​ເພີ່ມ​ຂຶ້ນ 25 ເທົ່າ, ຈຶ່ງບໍ່​ຕ້ອງ​ສົງ​ໄສ​ເລີ​ຍ​ວ່າ, ຜູ້​ບໍ​ລິ​ໂພກ​ພວ​ມ​ມີ​ຄວາມ​ຄຶກຄັກ​ໃນ​ການ​ບໍ​ລິ​ໂພກ ແລະ ຕະຫຼາດ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ຈີນ​ພວມ​ຟື້ນ​ຟູ​ສູ່ຄວາມ​ເປັນ​ປົກ​ກະ​ຕິ.

ສະຫຼຸບ​ແລ້ວ​ກໍຄື, ຈີນ​ໄດ້​ໃຊ້​ບາດ​ກ້າວ​ທີ່​ໜັກ​ແໜ້ນ​ໃນ​ທຸກ​ຂັ້ນ​ຕອນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ໂຄວິດ-19 ໃນ​ຄັ້ງ​ນີ້. ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເກີດ​ຂຶ້ນຈົນ​ຮອດ​ໄລ​ຍະ​ທີ່​ພະ​ຍາດ​ຖືກ​ຄວບ​ຄຸມ​ໄວ້ໄດ້, ທຸກ​ການ​ກຳນົດຂໍ້ຕົກລົງ​ຂອງ​ຈີນ​ລ້ວນ​ແຕ່​ເປັນ​ການ​ຕັດສິນໃຈທີ່​ສຸ​ຂຸມ​ຮອບ​ຄອບ, ນີ້​ກໍ​ແມ່ນ​ໝາກ​ຜົນ​ທີ່​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ກັນແລະພະ​ຍາຍາມ​ສູ້ຊົນຜ່ານຜ່າ, ຈິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຄືທີ່ໄດ້ເຫັນໃນ​ປັດ​ຈຸ​ບັນ.

ຄຳ​ເຫັນ

0