何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​​ໄປກວດ​ເບິ່ງແຫຼ່ງ​ປູກດອກ​ເດ​ລີ​ລີປອດສານພິດ​ຢູ່​ເມືອງຢຸນ​ໂຈ່ວ​ນະຄອນ​ຕ້າ​ທົງ

2020-05-12 15:55:28 CRI

ວັນ​ທີ 11 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດວຽກ​ງານ​ຢູ່​ແຂວງສ່າ​ນຊີ່, ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ໄດ້​​ໄປກວດ​ເບິ່ງແຫຼ່ງ​ປູກດອກ​ເດ​ລີ​ລີ(daylily)​ປອດສານພິດ​ຢູ່​ເມືອງຢຸນ​ໂຈ່ວ​ນະຄອນ​ຕ້າ​ທົງ, ຮັບ​ຮູ້​ສະພາບ​ການ​ເສີມ​ຂະຫຍາຍ​ຜົນຂອງການລຶບລ້າງຄວາມທຸກ​ຍາກ.

 

ຢູ່​ແຫຼ່ງ​ປູກດອກເດ​ລີ​ລີ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຍ່າງ​ເຂົ້າ​ສູ່​ບໍລິເວນສວນ, ລົມ​ກັບ​ຊາວບ້ານ​ທີ່​ກຳລັງ​ເຮັດ​ວຽກ​ຢ່າງ​ສະໜິດສະໜົມ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: “ການ​ປູກ​ດອກ​ເດ​ລີ​ລີ​ແມ່ນ​ຂະ​ແໜງ​ການ​ໃຫຍ່! ຂະ​ແໜງ​ການ​ນີ້​ມີ​ອະນາຄົດ​ທີ່​ດີ.ຕ້ອງ​ຮັກສາ ​ແລະພັດທະນາ​ຂະ​ແໜງ​ການ​ນີ້​ໃຫ້​ດີ, ​ໃຫ້ກາຍ​ເປັນ​ຂະແໜງການທີ່​ດີ​ທີ່​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ປະຊາຊົນ.”

 

ຄຳ​ເຫັນ

0