蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ບໍ່​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ໃໝ່​ເປັນ​ມື້​ທຳ​ອິດ

2020-05-14 16:33:42 CRI

ວັນ​ທີ 13 ພຶດ​ສະ​ພາ​ນີ້, ກະ​ຊວງ​ສາ​ທາ​ລະ​ນ​ະ​ສຸກ​ໄທ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນປະ​ຈຳ​ວັນ​​ກ່ຽວ​ກັບສ​ະ​ພາບ​ກາ​ນ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ມື້​ດຽວ​ກັນ​ນີ້, ໄທ​ບໍ່​​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ຂຶ້ນ​ໃໝ່ ແລະ ບໍ່​ມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ໃໝ່​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ. ​ຖື​ວ່າ​ເປັນ​ມື້​ທຳ​ອິດ​ຢູ່​ໄທ​ທີ່​ບໍ່​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ໃໝ່​ ນັບ​ແຕ່​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ດັ່ງ​ກ່າວ​ເປັນ​ຕົ້ນ​ມາ.

ປັດ​ຈຸ​ບັນ, ໄທ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ລ​ວມ​ທັງ​ໝົດ 3.017 ກໍ​ລະ​ນີ, ປິ່ນ​ປົວ​ຫາຍ​ຂາດ​​ແລະອອກ​ໂຮງ​ໝໍ​ແລ້ວ 2.844 ກໍ​ລະ​ນີ ແລະ ເສຍ​ຊີ​ວິດ 56 ຄົນ. ນັບ​ແຕ່​ວັນ​ທີ 5 ພຶດ​ສະ​ພາ​ນີ້​ເປັນ​ຕົ້ນ​ມາ, ຈຳ​ນວນ​ຜູ້​ເປັນ​ພະ​ຍາ​ດ​ດັ່ງ​ກ່າວ​ຂອງ​ໄທເພີ່ມ​ຂຶ້ນ​ໃໝ່​ໃນ​ແຕ່​ລະ​​ມື້​ ລ້ວນ​ແຕ່​ບໍ່​ເຖິງ 10 ກໍ​ລະ​ນີ.

ຄຽງ​ຄູ່​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ຜ່ອນ​ຄາຍ​ລົງ, ຄາດ​ວ່າ, ວັນ​ທີ 17 ພຶດ​ສະ​ພາ​ນີ້, ໄທ​ຈະ​ປະ​ກາດ​ມາດ​ຕະ​ການ​ຍົກ​ເລີກ​ຂໍ້​ຫ້າມ​ໄລ​ຍະ​ທີ 2. ກ່ອນ​ໜ້າ​ນີ້, ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ເຄີຍ​ກ່າວ​ວ່າ, ມາດ​ຕະ​ການ​​ຍົກ​ເລີກ​ຂໍ້​ຫ້າມ​ຂອງ​ໄທ​ຈະ​ແບ່ງ​ເປັນ 4 ໄລ​ຍະ ແລະ ແຕ່​ລະ​ໄລ​ຍະ​ຈະ​ບໍ່​ໜ້ອຍກວ່າ 14 ວັນ.

ຄຳ​ເຫັນ

0